ເນປານ ສ້າງຄະນະກຳມະການ ຕີລາຄາຜົນເສຍຫາຍ ຈາກນ້ຳຖ້ວມ

09/09/2026 22:01
ຂປລ ກຸ່ມປະຕິບັດງານ ເລີ່ມເກັບກຳ ແລະ ວິເຄາະຂໍ້ມູນ, ແບ່ງປັນ ວຽກງານ ດ້ວຍການ ຕີລາຄາເປັນ 7 ກຸ່ມຂົງເຂດ, ໃນນັ້ນ ລວມມີ ພື້ນຖານ ໂຄງລ່າງ, ການແພດ ແລະ ການສຶກສາ, ການປ່ຽນແປງ ຂອງ ດິນຟ້າອາກາດ, ການຜະລິດ, ກະສິກຳ ແລະ ບັນດາ ຂະແໜງ ເສດຖະກິດ.

ຂປລ. ວີທະຍຸກະຈາຍສຽງ ແຫ່ງຫວຽດນາມ: ເມື່ອບໍ່ດົນມານີ້, ກຸ່ມ​ປະ​ຕິ​ບັດ​​ງານ ເລີ່ມ​ເກັບ​ກຳ ແລະ ວິ​ເຄາະ​ຂໍ້​ມູນ, ແບ່ງ​ປັນ​ ວຽກ​ງານ ດ້ວຍ​ການ ຕີ​ລາ​ຄາ​​ເປັນ 7 ກຸ່ມ​ຂົງ​ເຂດ, ໃນ​ນັ້ນ ລວມ​ມີ ​ພື້ນ​ຖານ ​ໂຄງ​ລ່າງ, ການ​ແພດ ແລະ ການ​ສຶກ​ສາ, ການ​ປ່ຽນ​ແປງ​ ຂອງ​ ດິນ​ຟ້າ​ອາ​ກາດ, ການ​ຜະ​ລິດ, ກະ​ສິ​ກຳ ແລະ ບັນ​ດາ​ ຂະ​ແໜງ ​ເສດ​ຖະ​ກິດ.

ໂດຍ ລັດ​ຖະ​ບານ​ ເນ​ປານ ​ໄດ້​ສ້າງ​ຕັ້ງ ​ຄະ​ນະ ກຳ​ມະ​ການ​ ສະ​ເພາະ​ກິດ ​ເພື່ອ​​ຕີ​ລາ​ຄາ​ ຜົນ​ເສຍ​ຫາຍ​ ແລະ ຄວາມ​ຕ້ອງ​ການ​ ຟື້ນ​ຟູນ ​ພາຍ​ຫລັງ​ ໄພ​ນ້ຳ​​ຖ້ວມ ທີ່​ເກີດ​ຂຶ້ນ ​ໃນ​ວັນ​ທີ 26 ສິງ​ຫາ ຢ່າງ​ຮອບ​ດ້ານ. ຄະ​ນະ ​ກຳ​ມະ​ການ​ໂດ ຍ​ທ່ານ Gunakhar Bhatta ​ຮອງ​ປະ​ທານ​ ຄະ​ນະ​ ກຳ​ມະ​ການ ​ແຜນ​ການ ​ແຫ່ງ​ຊາດ​ ເນ​ປານ ນຳ​ໜ້າ, ດ້ວຍ​ໄລ​ຍະເວ​ລາ 6 ອາ​ທິດ ​ຕ້ອງ​ເຮັດ ​ບົດ​ລາຍ​ງານ​ ຕີ​ລາ​ຄາ ​ຄວາມ​ຕ້ອງ​ການ ​ພາຍຫລັງ​ ໄພ​ພິ​ບັດ (PDNA)​ ເພື່ອເປັນ​ພື້ນ​ຖານ ​ແນ​ໃສ່​ ລະ​ດົມ​ ຊັບ​ພະ​ຍາ​ກອນ ພາຍ​ໃນ​ ປະ​ເທດ ແລະ ສາ​ກົນ ​ໃຫ້​ແກ່​ ການຟື້ນ​ຟູ.

ປັດ​ຈຸ​ບັນ, ເນ​ປານ​ ສືບ​ຕໍ່ ​ຜັນ​ຂະ​ຫຍາຍ​ ການ​ເຄື່ອນ​ໄຫວ​ ຊອກ​ຫາ, ກູ້​ໄພ​-ກູ້​ຊີບ ແລະ ແກ້​ໄຂຜົນ ​ຕາມ​ມາດ້ວຍ​ຂະ​ໜາດ​ໃຫຍ່. ຕາມ​ການ ​ອັບ​ເດດ ​ທາງ​ການ​ ໃນ​ວັນ​ທີ 7 ກັນ​ຍາ, ບັນ​ດາ​ ກຳ​ລັງ ​ທີ່​ມີ ​ຄວາມ​ຮັ​ບ​ຜິດ​ຊອບ ​ໄດ້​ໜູນ​ຊ່ວຍກູ້​ຊີບ​-ກູ້​ໄພ​ ປະ​ຊາ​ຊົນ​ເກືອບ 13.400 ຄົນ, ພົບ​ເຫັນ​ ຊາກ​ສົບ ລວມມີ 1.385 ຄົນ, ໃນ​ຂະ​ນະ​ທີ່​ ຍັງ​ມີ​ຜູ້​ສູນຫາຍ​ ປະ​ມານ 5000 ຄົນ​ ໃນ​ນັ້ນ​ ຊາວຕ່າງ​ປະ​ເທດ​​ ປະ​ມານ 600 ຄົນ​ ມາຈາກ 35 ປະ​ເທດ./

KPL

ຂ່າວອື່ນໆ

ads
ads

Top