ຂປລ
ທຶນສໍາຮອງລະຫວ່າງ ປະເທດ ຂອງ ຍີ່ປຸ່ນ ໄດ້ຫລຸດລົງ 7,95 ໝື່ນລ້ານໂດລາ ສະຫະລັດ ຫລື 6,18% ເມື່ອທຽບກັບ ເດືອນກໍລະກົດ ຈຳນວນ 1,21 ລ້ານລ້ານໂດລາ ສະຫະລັດ ເມື່ອຄິດໄລ່ຮອດທ້າຍ ເດືອນສິງຫາ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍວ່າ: ທຶນສໍາຮອງລະຫວ່າງ ປະເທດ ຂອງ ຍີ່ປຸ່ນ ໄດ້ຫລຸດລົງ 7,95 ໝື່ນລ້ານໂດລາ ສະຫະລັດ ຫລື 6,18% ເມື່ອທຽບກັບ ເດືອນກໍລະກົດ ຈຳນວນ 1,21 ລ້ານລ້ານໂດລາ ສະຫະລັດ ເມື່ອຄິດໄລ່ຮອດທ້າຍ ເດືອນສິງຫາ ເຊິ່ງເປັນການຫລຸດລົງ ຕິດຕໍ່ກັນເປັນເດືອນທີ 4 ແລະ ຫລຸດລົງຫລາຍທີ່ສຸດ ເປັນປະຫວັດສາດ ທັງໃນອັດຕາສ່ວນ ແລະ ມູນຄ່າເງິນໂດລາສະຫະລັດ.
ໂດຍ ກະຊວງ ການເງິນ ຍີ່ປຸ່ນ ລະບຸວ່າ ທຶນສຳຮອງ ລະຫວ່າງ ປະເທດ ທີ່ຫລຸດລົງ ມີສາເຫດມາຈາກ ມູນຄ່າຕະຫລາດ ຂອງ ພັນທະບັດລັດຖະບານ ຫລຸດລົງ ທ່າມກາງ ອັດຕາດອກເບ້ຍ ທີ່ປັບຕົວສູງຂຶ້ນ ລວມທັງ ການທີ່ ຍີ່ປຸ່ນ ໃຊ້ເງິນສູງ ເປັນປະຫວັດສາດ ເຖິງ 15,4 ພັນຕື້ເຍນ ລະຫວ່າງວັນທີ 30 ກໍລະກົດ ຫາ 26 ສິງຫາ ເພື່ອເຂົ້າແຊກແຊງຕະຫລາດ ດ້ວຍການຂາຍ ສະກຸນເງິນ ໂດລາສະຫະລັດ ແລະ ຊື້ສະກຸນເງິນເຢນ ມາຊຸກຍູ້ມູນຄ່າເງິນເຢນ./
KPL