ຈີນ ເພີ່ມການນຳເຂົ້າ ນໍ້າມັນດິບ ໃນເດືອນສິງຫາ

09/09/2026 22:01
ຂປລ ຈີນ ນຳເຂົ້ານໍ້າມັນດິບ ໃນເດືອນສິງຫາ ເພີ່ມຂຶ້ນ 6,2% ເມື່ອທຽບກັບເດືອນ ກໍລະກົດ ຂຶ້ນໄປສູ່ລະດັບ 37,9 ລ້ານໂຕນ ເນື່ອງຈາກປະລິມານ ການຂົນສົ່ງ ຈາກອ່າວເປີເຊຍ ຄ່ອຍໆປັບຕົວສູງຂຶ້ນ ພ້ອມດຽວກັນນັ້ນ ບັນດາໂຮງກັ່ນ ກໍເລັ່ງຊອກຫາຄວາມຕ້ອງການ ທົດແທນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ຂໍ້ມູນ ຈາກພາສີ ທີ່ເປີດເຜີຍ ໃນວັນທີ 8 ກັນຍາ ໂດຍຊີ້ແຈງວ່າ: ຈີນ ນຳເຂົ້ານໍ້າມັນດິບ ໃນເດືອນສິງຫາ ເພີ່ມຂຶ້ນ 6,2% ເມື່ອທຽບກັບ ເດືອນ ກໍລະກົດ ຂຶ້ນໄປສູ່ລະດັບ 37,9 ລ້ານໂຕນ ເນື່ອງຈາກປະລິມານ ການຂົນສົ່ງ ຈາກອ່າວເປີເຊຍ ຄ່ອຍໆປັບຕົວສູງຂຶ້ນ ພ້ອມດຽວກັນນັ້ນບັນດາໂຮງກັ່ນ ກໍເລັ່ງຊອກຫາຄວາມຕ້ອງການ ທົດແທນ ແລະ ເພີ່ມການນຳເຂົ້າ ນໍ້າມັນ ຈາກຣັດເຊຍ ເພື່ອຫລີກລ່ຽງ ຊ່ອງແຄບຮໍມຸດ ເຊິ່ງສົ່ງຜົນໃຫ້ການສົ່ງອອກ ນໍ້າມັນ ເຊື້ອໄຟ ຟື້ນຕົວຂຶ້ນ 29% ຊ່ວຍບັນເທົາຄວາມເຄັ່ງຕຶງ ຂອງ ຕະຫລາດພະລັງງານໂລກ.

ເຖິງແມ່ນວ່າ ປະລິມານ ນໍ້າມັນດິບ ທີ່ສົ່ງມາຈີນ ເຊິ່ງເປັນ ຜູ້ນຳເຂົ້າລາຍໃຫຍ່ ທີ່ສຸດໃນໂລກ ຈະຄ່ອຍໆ ຟື້ນຕົວຂຶ້ນຫລັງຈາກ ໄດ້ຮັບຜົນກະທົບ ຢ່າງຮຸນແຮງຈາກສົງຄາມ ໃນອີຣານ ໄລຍະທຳອິດ ແຕ່ຕົວເລກດັ່ງກ່າວ ຍັງຄົງຕໍ່າກວ່າ ໄລຍະດຽວກັນ ຂອງປີກາຍຢູ່ 23%.

ໂດຍນໍ້າມັນດິບ ຈາກຣັດເຊຍ ໄດ້ຮັບຄວາມນິຍົມ ເປັນພິເສດ ເນື່ອງຈາກ ບັນດາໂຮງກັ່ນ ຕ່າງພະຍາຍາມ ຫລີກລ່ຽງການຂົນສົ່ງ ຜ່ານຊ່ອງແຄບຮໍມຸດ ເຊິ່ງເປັນພື້ນທີ່ຂັດແຍ້ງ. ຄວາມຕ້ອງການ ນໍ້າມັນດິບ ທີ່ເພີ່ມຂຶ້ນ ໄດ້ສົ່ງຜົນໃຫ້ການຟື້ນຕົວ ຂອງ ການສົ່ງອອກ ນໍ້າມັນເຊື້ອໄຟ ຂອງຈີນ ດຳເນີນໄປໄດ້ໄວຂຶ້ນ ຊ່ວຍບັນເທົາ ຄວາມເຄັ່ງຕຶງ ໃນຕະຫລາດໂລກ ທີ່ ພວມຜະເຊີນກັບບັນຫາ ຂະບວນການກັ່ນ ແລະ ການຢຸດຈຶ້ງຂອງຄວາມຕ້ອງການ./

KPL

ຂ່າວອື່ນໆ

ads
ads

Top