ຕວັກກີ ເລັ່ງເພີ່ມງົບປະມານປ້ອງກັນປະເທດ ເພີ່ມຂຶ້ນ 229%

09/09/2026 22:01
ຂປລ ທ່ານ ເຊບເດັດ ຢິລມາຊ (Cevdet Yılmaz) ຮອງປະທານາທິບໍດີ ຕວັກກີ ເປີດເຜີຍ ແຜນການ ເພີ່ມງົບປະມານ ດ້ານການປ້ອງກັນ ປະເທດ 229% ໃນໄລຍະ 3 ປີຕໍ່ໜ້າ ເຊິ່ງເປັນ ສ່ວນໜຶ່ງ ຂອງ ແຜນເສດຖະກິດ ໃນໄລຍະ ສົກປີ 2027-2029

 ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ເຊບເດັດ ຢິລມາຊ (Cevdet Yılmaz) ຮອງປະທານາທິບໍດີ ຕວັກກີ ເປີດເຜີຍ ແຜນການ ເພີ່ມງົບປະມານ ດ້ານການປ້ອງກັນ ປະເທດ  229% ໃນໄລຍະ 3 ປີຕໍ່ໜ້າ ເຊິ່ງເປັນ ສ່ວນໜຶ່ງ ຂອງ ແຜນເສດຖະກິດ ໃນໄລຍະ ສົກປີ 2027-2029 ເພື່ອພັດທະນາ ເຕັກໂນໂລຊີ ຂອງ ຕົນເອງ ແລະ ສ້າງມູນຄ່າເພີ່ມ ລະດັບສູງ ໃຫ້ແກ່ ອຸດສາຫະກຳ ການປ້ອງກັນ ປະເທດ.

ຕວັກກີ ໄດ້ປັບຫລຸດ ຕົວເລກ ຄາດການເຕີບໂຕ ທາງເສດຖະກິດ ປະຈຳ ປີ 2026 ຫລຸດລົງຈາກ 3,8% ເຫລືອ 3,3% ພ້ອມທັງ ປັບເພີ່ມຕົວເລກ ຄາດການ ອັດຕາ ເງິນເຟີ້ ຈາກ 16% ເປັນ 28,4% ພາຍໃຕ້ ແຜນການ ເສດຖະກິດ ໃນເບື້ອງຕົ້ນ./

KPL

ຂ່າວອື່ນໆ

ads
ads

Top