ຂປລ
ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອິຄາອີວ ວະລາດີມິໂຣວິກ ມິຊຸສຕິນ ນາຍົກລັດຖະມົນຕີ ລັດເຊຍ ໄດ້ຮ່ວມກັນເປັນປະທານ ກອງປະຊຸມ ປະຈຳປີ ຄັ້ງທີ 31 ລະຫວ່າງ ນາຍົກລັດຖະມົນຕີຈີນ-ລັດເຊຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້ ຢູ່ນະຄອນ ຊານປີເຕີສະເບີກ ຂອງລັດເຊຍ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ອິຄາອີວ ວະລາດີມິໂຣວິກ ມິຊຸສຕິນ ນາຍົກລັດຖະມົນຕີ ລັດເຊຍ ໄດ້ຮ່ວມກັນເປັນປະທານ ກອງປະຊຸມ ປະຈຳປີ ຄັ້ງທີ 31 ລະຫວ່າງ ນາຍົກລັດຖະມົນຕີຈີນ-ລັດເຊຍ. ຈາກນັ້ນ ທ່ານ ຫລີ ສຽງ ໄດ້ກ່າວວ່າ: ປັດຈຸບັນ, ການພົວພັນຄູ່ຮ່ວມ ປະສານງານຍຸດທະສາດ ຮອບດ້ານ ລະຫວ່າງ ສປ ຈີນ-ລັດເຊຍ ໃນຍຸກໃໝ່ ພວມເຂົ້າສູ່ ໄລຍະໃໝ່ ທີ່ມີຜົນສຳເລັດ ຫລາຍກວ່າເກົ່າ ແລະ ມີການພັດທະນາ ໄວກວ່າເກົ່າ. ສປ ຈີນ ຍິນດີຮ່ວມກັບ ລັດເຊຍ ຊຸກຍູ້ການຮ່ວມມື ໃນຂົງເຂດຕ່າງໆ ໃຫ້ລົງສູ່ລວງເລິກ ແລະ ເປັນຮູບປະທຳ ຢ່າງບໍ່ຢຸດຢັ້ງ, ຫັນຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ ລະຫວ່າງ ປະມຸກລັດ ຂອງສອງປະເທດ ເປັນການກະທຳຕົວຈິງ ແລະ ມີປະສິດທິຜົນທີ່ລະອຽດ ດີກວ່າເກົ່າ, ເພື່ອຮັບໃຊ້ການພັດທະນາ ແລະ ຄວາມຈະເລີນ ຂອງສອງປະເທດຍິ່ງຂຶ້ນ,ສ້າງຜົນປະໂຫຍດ ໃຫ້ແກ່ ປະຊາຊົນ ຂອງສອງປະເທດ ດີຂຶ້ນເປັນກ້າວໆ. ທ່ານ ອິຄາອີວ ວະລາຕີມິໂຣວິກ ຊຸສຕິນກ່າວວ່າ: ລັດເຊຍ ຍິນດີ ເພີ່ມທະວີ ການຮ່ວມມື ທີ່ແທ້ຈິງກັບ ສປ ຈີນ ໃນຂົງເຂດຕ່າງໆ ຕື່ມອີກ, ປົກປັກຮັກສາ ຜົນປະໂຫຍດຮ່ວມ ຂອງສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL