ຂປລ
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ແຫ່ງ ສສ.ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ ອັນໂຕນີໂອ ໂກສຕາ( António Costa) ປະທານສະພາ ເອີຣົບ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ໃນຂອບເຂດ ການຢ້ຽມຢາມ ສະຫະພາບ ເອີຣົບ (EU) ຢ່າງເປັນທາງການ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານ ປະເທດ ແຫ່ງ ສສ.ຫວຽດນາມ ໄດ້ພົບປະເຈລະຈາກັບ ທ່ານ ອັນໂຕນີໂອ ໂກສຕາ( António Costa) ປະທານສະພາ ເອີຣົບ. ທ່ານ ປະທານສະພາ ເອີຣົບ António Costa ຢັ້ງຢືນວ່າ: ສສ ຫວຽດນາມ ແມ່ນຄູ່ຮ່ວມມື ສຳຄັນຂອງ EU ຢູ່ພາກພື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ ແລະ ເຊື່ອໝັ້ນວ່າ ສອງຝ່າຍ ຈະສືບຕໍ່ ເສີມຂະຫຍາຍ ພື້ນຖານ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ແລະ ບັນດາໝາກຜົນ ການຮ່ວມມື ອັນດີງາມເພື່ອນຳ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ໃຫ້ນັບມື້ ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດ ຢ່າງແທ້ຈິງ ໃຫ້ແກ່ສອງຝ່າຍ. ສ່ວນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ: ສສ ຫວຽດນາມ ກຳນົດ EU ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມື ບຸລິມະສິດແຖວໜ້າ, ມີຜົນປະໂຫຍດ ແລະ ມີຄວາມສາມາດບົ່ມຊ້ອມ ຫລາຍຢ່າງ ໃນການຮ່ວມມື ໄລຍະຍາວ; ປາດຖະໜາຢາກຫັນປ່ຽນ ບັນດາຄຳໝັ້ນສັນຍາ ໃຫ້ກາຍເປັນໝາກຜົນລະອຽດ, ເປັນບັນດາໂຄງການຮ່ວມມື ທີ່ແທ້ຈິງເພື່ອຮັບໃຊ້ການພັດທະນາ ແລະ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນສອງປະເທດ. ໃນຂອບເຂດ ການຢ້ຽມຢາມ ສະຫະພາບ ເອີຣົບ ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ວັນທີ 22 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ທ່າກຳປັ່ນ Antwerp - Bruges./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL