ທ່ານ ຫລີ ສຽງ ເຂົ້າຢ້ຽມຂ່ຳນັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ

23/10/2026 16:49
ຂປລ ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ຢູ່ນະຄອນ ເຊນປີເຕີສະເບີກ ຂອງລັດເຊຍ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ຢູ່ນະຄອນ ເຊນປີເຕີສະເບີກຂອງລັດ ເຊຍ ເມື່ອບໍ່ດົນມານີ້.ໃນໂອກາດນີ້ ທ່ານ ຫລີ ສຽງ ໄດ້ກ່າວວ່າ: ນັບແຕ່ຕົ້ນປີນີ້ມາ, ສອງປະມຸກລັດຈີນ ແລະ ລັດເຊຍ ໄດ້ພົບປະກັນ 2 ເທື່ອ, ໂດຍໄດ້ວາງແຜນ ການເພີ່ມອີກກ່ຽວກັບ ການລົງ ເລິກ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຈີນ-ລັດເຊຍ. ສປ ຈີນ ຍິນດີຮ່ວມກັນກັບ ລັດເຊຍ ເພີ່ມທະວີ ການແລກປ່ຽນ ດ້ານຍຸດທະສາດ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ທາງການເມືອງ ຢ່າງ ໜັກ ແໜ້ນ, ເປີດກວ້າງການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຢ່າງຮອບດ້ານ, ເພີ່ມຄວາມສຸກ ໃຫ້ປະຊາຊົນ ສອງປະເທດຢ່າງຕໍ່ເນື່ອງ. ຍິນດີຮ່ວມກັນກັບ ລັດເຊຍ ເພີ່ມທະວີ ການແລກປ່ຽນ ປະ ສານງານ ໃນບັນຫາສຳຄັນ, ປົກປ້ອງຜົນປະໂຫຍດຮ່ວມ, ປົກປັກຮັກສາ ຄວາມເປັນທຳ ແລະ ຍຸຕິທຳ. ຈາກນັ້ນ ທ່ານ ວະລາດີເມຍ ປູຕິນ ໄດ້ກ່າວວ່າ: ສປ ຈີນແມ່ນຄູ່ຮ່ວມມື ໃກ້ຊິດ ທີ່ສຸດ ແລະ ໜ້າ ເຊື່ອຖືທີ່ສຸດ ຂອງລັດເຊຍ ໃນໄລຍະຜ່ານມາ, ປັດຈຸບັນນີ້ ແລະ ອະນາຄົດ. ລັດເຊຍ ຍິນດີຮ່ວມກັນກັບ ສປ ຈີນ ລົງເລິກການຮ່ວມມືຕົວຈິງ ໃນຂົງເຂດພະລັງງານ, ກະສິກຳ, ອະວະກາດ ແລະ ຂົງເຂດ ອື່ນໆ, ຮ່ວມກັນຈັດ “ປີການສຶກສາ ລັດເຊຍ-ຈີນ” ໃຫ້ດີ, ເປີດກວ້າງ ການແລກປ່ຽນ ດ້ານວັດທະນະທຳ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top