ຂປລ
ພິທີລະນຶກ ຄົບຮອບ 90 ປີ ແຫ່ງໄຊຊະນະ ຂອງການເດີນທາງ ທັບທາງໄກ ກອງທັບແດງ ກຳມະກອນ-ຊາວນາຈີນ ໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ ຢູ່ຫໍສະພາ ປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ຕຸລານີ້, ພິທີລະນຶກ ຄົບຮອບ 90 ປີ ແຫ່ງໄຊຊະນະ ຂອງການເດີນທາງ ທັບທາງໄກ ກອງທັບແດງ ກຳມະກອນ-ຊາວນາຈີນ ໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ ຢູ່ຫໍສະພາ ປະຊາຊົນແຫ່ງຊາດ ທີ່ນະຄອນຫລວງປັກກິ່ງ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນ ໄດ້ກ່າວຄຳປາໄສສຳຄັນ ຕໍ່ພິທີດັ່ງກ່າວ ໂດຍກຳນົດແຈ້ງ ຄວາມຮຽກຮ້ອງ “5ດ້ານ ທີ່ຕ້ອງປະຕິບັດ”: ຕ້ອງຍຶດໝັ້ນ ຄວາມເຊື່ອໝັ້ນ ອຸດົມການ ແລະ ຈຸດປະສົງຂອງພັກ, ຖືເປັນເຂັມທິດເຍືອງທາງ ໃຫ້ແກ່ ພວກເຮົາກ້າວເດີນໄປ ຂ້າງໜ້າຢ່າງສະເໝີຕົ້ນ ສະເໝີປາຍ; ຕ້ອງຊຸກຍູ້ ການພັດທະນາ ທີ່ມີຄຸນນະພາບສູງ ຢ່າງເດັດດ່ຽວ ໜຽວແໜ້ນ, ຕອບສະໜອງຄວາມຮຽກຮ້ອງ ຕ້ອງການ ທີ່ນັບມື້ ເພີ່ມຂຶ້ນ ຂອງປະຊາຊົນ ທີ່ຫວັງຢາກມີຊີວິດ ການເປັນຢູ່ທີ່ດີງາມ ຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ອຸດົມການແຕ່ຫົວທີ ເພື່ອປະຊາຊົນ ທີ່ຍຶດໝັ້ນ ບົນເສັ້ນທາງເດີນທັບທາງໄກນັ້ນ ຝັງຮາກເລິກ ໃນພຶດຕິກຳການພັດທະນາໃນຍຸກໃໝ່; ຕ້ອງກ້າດຳເນີນການຕໍ່ສູ້ ອັນຍິ່ງໃຫຍ່ ທີ່ມີເອກະລັກປະຫວັດສາດອັນໃໝ່ ຈຳນວນຫລາຍຢ່າງ, ບຸກບືນຜ່ານຜ່າ ຄວາມຫຍຸ້ງຍາກ, ຕໍ່ສູ້ກັບຄວາມສ່ຽງ ແລະ ຮັບມືກັບສິ່ງທ້າທາຍ ດ້ວຍຈິດໃຈ ເປັນເຈົ້າການ ທາງປະຫວັດສາດ; ຕ້ອງເລັ່ງສ້າງສາກອງທັບປະຊາຊົນ ໃຫ້ເປັນກອງທັບ ລະດັບແຖວໜ້າຂອງໂລກ, ສ້າງແນວປ້ອງກັນ ຄວາມໝັ້ນຄົງອັນໝັ້ນແກ່ນ ເພື່ອພາລະກິດ ອັນຍິ່ງໃຫຍ່ ແຫ່ງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງຂອງຊາດ; ຕ້ອງຍຶດໝັ້ນ ການນຳພາຂອງພັກ, ເພີ່ມທະວີ ການກໍ່ສ້າງພັກ, ເພາະວ່າ “ການນຳພາຂອງພັກ ແລະ ການກໍ່ສ້າງພັກ ເປັນສິ່ງຄ້ຳປະກັນ ຂັ້ນພື້ນຖານ ແຫ່ງການພັດທະນາ ລະພາກິດ.”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL