ສປ ຈີນ ຈັດກອງປະຊຸມ ກົມການເມືອງ ສູນກາງພັກ ກອມມູນິດຈີນ

23/10/2026 16:49
ຂປລ ສປ ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ເພື່ອ​ສຳ​ຫລວດ​ພິ​ຈາ​ລະ​ນາ “ບົດ​ລາຍ​ງານ​ສັງ​ລວມ ​ກ່ຽວ​ກັບ​ ສະ​ພາບ​ການ​​ ກວດ​ກາ​ວິ​ໄນ ຮອບ​ທີ 7 ຂອງ​ສູນ​ກາງພັກ​ ກອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ 20”.​ສະ​ຫາຍ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ ​ເປັນ​ປະ​ທານ ກອງ​ປະ​ຊຸມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 23 ຕຸ​ລາ​ນີ້, ສປ ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ເພື່ອ​ສຳ​ຫລວດ​ພິ​ຈາ​ລະ​ນາ “ບົດ​ລາຍ​ງານ​ສັງ​ລວມ ​ກ່ຽວ​ກັບ​ ສະ​ພາບ​ການ​​ ກວດ​ກາ​ວິ​ໄນ ຮອບ​ທີ 7 ຂອງ​ສູນ​ກາງພັກ​ ກອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ 20”.​ສະ​ຫາຍ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ ​ເປັນ​ປະ​ທານ ກອງ​ປະ​ຊຸມ.ກອງ​ປະ​ຊຸມ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ ທີ່​ເຂັ້ມ​ແຂງ​ ຈາກ​ສູນ​ກາງ​ພັກ ​ທີ່​ຖື​ ສະ​ຫາຍ ​ສີ ​ຈິ້​ນ​ຜິງ ​ເປັນ​ແກນ​​ກາງ, ວຽກ​ງານກວດ​ກາ ​ວິ​ໄນ​ ຮອບ​ທີ 7 ຂອງ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ 20​ ໄດ້​ເຂົ້າ​ສູ່​ລວງ​ເລິກ​ ຢ່າງ​ໜັກ​ແໜ້ນ ​ແລະ​ ໄດ້​ຮັບ​ປະ​ສິດ​ທິ​ຜົນ ​ຢ່າງ​ຈະ​ແຈ້ງ. ​ສັງ​ເກດ ຈາກ​ການ​ກວດ​ກາ​ແລ້ວ,ວຽກ​ງານ​ຂອງ​ສູນ​ກາງ ແລະ ​ພາກ​ສ່ວນ​ຂອງ​ລັດ​ຖະ​ບານ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ ຢ່າງ​ຕັ້ງ​ໜ້າ, ແຕ່​ກໍ່​ມີ​ບັນ​ຫາ​ຈຳ​ນວນ​ໜຶ່ງ ​ຄົງ​ຄ້າງ​ໄວ້,ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ ໃນ​ລະ​ດັບ​ສູງ, ແກ້​ໄຂ​ຢ່າງ​ຈິງ​ຈັງ ​ແລະ​ ເຂັ້ມ​ງວດ. ຕ້ອງປະ​ຕິ​ບັດ​ໜ້າ​ທີ່ ​ດ້ານ​ການ​ແກ້​ໄຂ​ ບັນ​ຫາ​ຢ່າງ​ໜັກ​ແໜ້ນ​ ແລະ​ ເພີ່ມ​ທະ​ວີ​ ການ​ຕິດ​ຕາມ​ກວດ​ກາ, ​ຊຸກ​ຍູ້ໃຫ້​ອົງ​ການ​​ຈັດ​ຕັ້ງ​ ຂອງພັກ​ ທີ່​ໄດ້​ຮັບ​ການ​ກວດ​ກາ​ ປະ​ສານ​ສົມ​ທົບ​ກັບ ​ການ​ເຊື່ອມ​ຊຶມ ແລະ ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ສ້າງ​ສາ​ພັກ​ ຂອງ​ສະ​ຫາຍ ສີ ​ຈິ້ນ​ຜິງ ,ປັບ​ປຸງ​ແລະ​ເປີດກວ້າງ​ໝາກ​ຜົນ​ການ​ເຊື່ອມ​ຊຶມ ​ກ່ຽວ​ກັບ​ ການ​ສ້າງ​ ແລະ​ ປະ​ຕິ​ບັດ​ ທັດ​ສະ​ນະ​ ການ​ສ້າງ​ຜົນ​ງານ​ ການ​ເມືອງ ​ທີ່​ຖືກ​ຕ້ອງ,ກຳ​ແໜ້ນ ​ແລະ ​​ແກ້​ໄຂ​ບັນ​ຫາ ​ທີ່​ຖືກ​ກວດ​ພົບ​ໃຫ້​ດີ ​ຢ່າງ​ແທ້​ຈິງ, ຕ້ອງເຮັດ​ແທ້​ທຳ​ຈິງ ​ແລະ ​​ແກ້​ໄຂ​ບັນ​ຫາ​ ໃຫ້​ຕົກ​ໄປ​ຢ່າງ​ແທ້​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top