ຂປລ
ເນື່ອງໃນໂອກາດ ສະເຫລີມ ສະຫລອງ ຄົບຮອບ 81 ປີ ແຫ່ງຊາດ ສສ.ຫວຽດນາມ (02 ກັນຍາ 1945-02 ກັນຍາ 2026), ການນຳ ຫລາຍປະເທດ ໃນໂລກ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ ເຖິງການນຳ ຫວຽດນາມ.
ຂປລ. ວິທະຍຸກະຈາຍສຽງແຫ່ງ ຫວຽດນາມ: ເນື່ອງໃນໂອກາດ ສະເຫລີມ ສະຫລອງ ຄົບຮອບ 81 ປີ ແຫ່ງຊາດ ສສ.ຫວຽດນາມ (02 ກັນຍາ 1945-02 ກັນຍາ 2026), ການນຳ ຫລາຍປະເທດ ໃນໂລກ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ ເຖິງການນຳ ຫວຽດນາມ.
ໂດຍ ບັນດາການນຳ ຂັ້ນສູງ ປະເທດ ສປປ.ລາວ ໄດ້ເນັ້ນໜັກວ່າ ບັນດາ ຜົນງານ ຂອງ ຫວຽດນາມ ແມ່ນບົດຮຽນອັນລ້ຳຄ່າ, ແມ່ນການລະດົມ ກຳລັງໃຈ ຢ່າງໃຫຍ່ຫລວງ ທີ່ມີຕໍ່ ພາລະກິດ ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດລາວ. ເຖິງແມ່ນວ່າ, ສະພາບການ ຢູ່ພາກພື້ນ ແລະ ສາກົນ ໄດ້ມີການ ຜັນແປ ສັບສົນຫລາຍຢ່າງກໍ່ຕາມ, ປະເທດ ລາວ ຍັງຕັດສິນໃຈ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນກັບ ຫວຽດນາມ. ສາຍພົວພັນ ລາວ-ຫວຽດນາມ ຈະສວຍສົດງົດງາມ, ໄປຊົ່ວກາລະນານ.
ສ່ວນການນຳ ກຳປູເຈຍ ໄດ້ເນັ້ນໜັກວ່າ ຍາມໃດ ກຳປູເຈຍ ກໍຖື ການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບ ທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ຍືນຍົງຍາວນານ” ກັບ ຫວຽດນາມ ເປັນສຳຄັນ.
ບັນດາການນນຳ ຣັດເຊຍ ຊີ້ແຈ້ງວ່າ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ລະຫວ່າງ ຫວຽດນາມ ແລະ ຣັດເຊຍ ພວມພັດທະນາຢ່າງຕັ້ງໜ້າ. ບົນຈິດໃຈ ມິດຕະພາບ, ການເຄົາລົບ ເຊິ່ງກັນ ແລະ ກັນ, ສອງປະເທດ ຈະສືບຕໍ່ຊຸກຍູ້ຂໍ້ລິເລີ່ມ ແລະ ເນື້ອໃນຮ່ວມມື 2 ຝ່າຍ ໃຫ້ຫລາຍຂຶ້ນ, ພ້ອມກັນນັ້ນ ສົມທົບກັນ ຢ່າງແໜ້ນແຟ້ນ ກ່ຽວກັບບັນດາ ບັນຫາ ພາກພື້ນ ແລະ ສາກົນ ເພື່ອຕອບສະໜອງ ຜົນປະໂຫຍດ ຂອງ ປະຊາຊົນ ຂອງ2 ປະເທດ.
ເນື່ອງໃນໂອກາດນີ້, ການນຳຫວຽດນນາມ ກໍໄດ້ຮັບໂທລະເລກ ຊົມເຊີຍ ຈາກການນຳ ສປປ.ເກົາຫລີ, ມົງໂກນ, ພະເຈົ້າຈັກກະພັດ ຍີ່ປຸ່ນ Naruhito, ທ່ານ ເອັມມານູເອລ ມາຄຣົງ (Emmanuel Macron) ປະທານາທິບໍດີ ຝຣັ່ງ, ກະສັດ ອັງກິດ Charles III./
KPL