ສ.ອາເມລິກາ ປະກາດຂໍ້ຕົກລົງ ຂຸດຄົ້ນນ້ຳມັນ 100 ປີ ຢູ່ ເວເນຊູເອລາ

04/09/2026 09:08
ຂປລ ອຳນາດ ການປົກຄອງ ຊົ່ວຄາວ ເວເນຊູເອລາ ໄດ້ສະໜອງ ໃຫ້ບໍລິສັດ North American Blue Energy Partners (NABEP) ກ່ຽວກັບ ສິດການຂຸດຄົ້ນນ້ຳມັນ ເປັນເວລາ 100 ປີ ໃນຕໍ່ໜ້າ ສຳລັບ 17 ບໍ່ນ້ຳມັນ ທີ່ມີປະລິມານ ນ້ຳມັນປະມານ 65 ຕື້ຖັງ.

ຂປລ. ວິທະຍຸກະຈາຍສຽງແຫ່ງ ຫວຽດນາມ: ເມື່ອບໍ່ດົນມານີ້, ອຳນາດ ການປົກຄອງ ຊົ່ວຄາວ ເວເນຊູເອລາ ໄດ້ສະໜອງ ໃຫ້ບໍລິສັດ North American Blue Energy Partners (NABEP) ກ່ຽວກັບ ສິດການຂຸດຄົ້ນນ້ຳມັນ ເປັນເວລາ 100 ປີ ໃນຕໍ່ໜ້າ ສຳລັບ 17 ບໍ່ນ້ຳມັນ ທີ່ມີປະລິມານ ນ້ຳມັນປະມານ 65 ຕື້ຖັງ.

ນີ້ຖືວ່າເປັນ​ຄັ້ງ​ທຳ​ອິດ​ ທີ່ ທໍານຽບ​ຂາວ​ ໄດ້​ປະ​ກາດ ເນື້ອໃນ​ລະ​ອ​ຽດ​ ກ່ຽວກັບ ຂໍ້​ຕົກ​ລົງ​ ນ້ຳ​ມັນ​ກັບ ເວ​ເນ​ຊູ​ເອ​ລາ, ເຊິ່ງ 2 ຝ່າຍ​ ໄດ້​ເປັນ​ ເອ​ກະ​ພາບ​ກັນ​ ກ່ອນນັ້ນ 2-3 ວັນ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ລັດ​ຖະ​ບານ ສ.ອາ​ເມ​ລິ​ກາ ຈະ​ເຂົ້າ​ຮ່ວມ​ໂຄງ​ສ້າງ​ ຂໍ້​ຕົກ​ລົງ ​ໂດຍ​ກົງ. ຄາດ​ວ່າ: ບໍ​ລິ​ສັດ NABEP ຈະລະ​ດົມ​ ວົງເງິນ 100 ຕື້ ໂດລາ ສະຫະລັດ ເພື່ອ​ຟື້ນ​ຟູ ແລະ ພັດ​ທະ​ນາ​ ພື້ນ​ຖານ​ ໂຄງ​ລ່າງ​ນ້ຳ​ມັນ ໃນ ເວ​ເນ​ຊູ​ເອ​ລາ, ເພື່ອແນໃສ່​ ຍົກສູງ​ ປະ​ລິ​ມານ​ 200.000 ຖັງຕໍ່ວັນ ໃນ​ປະ​ຈຸ​ບັນ ຂຶ້ນ​ເປັນ​ກວ່າ 1 ລ້ານ​ຖັງຕໍ່ວັນ./

KPL

ຂ່າວອື່ນໆ

ads
ads

Top