ຂປລ
ລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການ ທະນາຄານກາງ ຈາກ ກຸ່ມປະເທດ ເສດຖະກິດ ຂະໜາດໃຫຍ່ ຈີ 20 (G20) ຍົກເວັ້ນຈີນ ເຖິງຄວາມສຳຄັນ ຂອງ ການຍົກເລີກ ນະໂຍບາຍ ທີ່ບໍ່ເປັນໄປຕາມ ນະໂຍບາຍ ກົນໄກ ຕະຫລາດ ເພື່ອສະກັດກັ້ນ ຄວາມບໍ່ສົມດຸນ ທາງການຄ້າໂລກ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການ ທະນາຄານກາງ ຈາກ ກຸ່ມປະເທດ ເສດຖະກິດ ຂະໜາດໃຫຍ່ ຈີ 20 (G20) ຍົກເວັ້ນຈີນ ເຖິງຄວາມສຳຄັນ ຂອງ ການຍົກເລີກ ນະໂຍບາຍ ທີ່ບໍ່ເປັນໄປຕາມ ນະໂຍບາຍ ກົນໄກ ຕະຫລາດ ເພື່ອສະກັດກັ້ນ ຄວາມບໍ່ສົມດຸນ ທາງການຄ້າໂລກ.
ຖະແຫລງການ ຂອງ ປະທານ G20 ພາຍຫລັງ ດຳເນີນ ກອງປະຊຸມ ເປັນເວລາ 2 ວັນ ຢູ່ເມືອງແອັດຊະວິນ (Asheville) ລັດນໍຣແຄໂຣໄລນາ ໄດ້ລະບຸວ່າ ປະເທດ ສະມາຊິກ ຄວນດຳເນີນ ມາດຕະການ ເພື່ອກຳຈັດນະໂຍບາຍ ແລະ ແນວທາງປະຕິບັດ ທີ່ບໍ່ເປັນໄປ ຕາມກົນໄກຕະຫລາດ ເຊິ່ງເປັນ ຕົວຊ່ວຍຊໍ້າເຕີມ ໃຫ້ຄວາມບໍ່ສົມດຸນ ນັ້ນຮຸນແຮງຂຶ້ນກວ່າເກົ່າ.
ລັດຖະມົນຕີ ກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ຂອງ ປະເທດສະມາຊິກອື່ນໆ ຢືນຢັນວ່າ ປະເທດ ທີ່ມີ ການເກີນດຸນ ລະຫວ່າງ ປະເທດເພີ່ມຂຶ້ນສູງ ແລະ ຕໍ່ເນື່ອງເປັນ ເວລາດົນນານ ຄວນລົບລ້າງ ຄວາມບິດເບືອນ ທີ່ຈຳກັດ ການບໍລິໂພກ ພາຍໃນ ປະເທດ ແລະ ສົ່ງຜົນໃຫ້ ຕ້ອງເພິ່ງພາ ການສົ່ງອອກ ເພື່ອການເຕີບໂຕ ຫລາຍຈົນເກີນໄປ. ຂະນະດຽວກັນ, ລັດຖະມົນຕີ ກະຊວງ ການຄັງ ແລະ ຜູ້ວ່າການ ທະນາຄານກາງ ຂອງທຸກປະເທດ ຍັງໄດ້ຢືນຢັນຄຳໝັ້ນ ສັນຍາ ຂອງ ກຸ່ມ ໃນການເຮັດ ໃຫ້ອັດຕາແລກປ່ຽນ ໂດຍສະ ທ້ອນເຖິງ ປັດໄຈພື້ນຖານ ທາງດ້ານເສດຖະກິດທີ່ແທ້ຈິງ./
KPL