ຂປລ
ຈີນ ເລີ່ມຈັດເກັບພາສີເງິນ ສ່ວນບຸກຄົນທົ່ວໄປ ໃນອັດຕາ 20% ຈາກ ເງິນປັນຜົນ ແລະ ເງິນໂບນັດ ທີ່ ຊາວຕ່າງປະເທດ ໄດ້ຮັບ ຈາກບໍລິສັດ ທີ່ມີການລົງທຶນ ຈາກຕ່າງປະເທດ ຕັ້ງແຕ່ ວັນທີ 1 ກັນຍາ ທີ່ຜ່ານມາ
ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກນະຄອນຫລວງ ປັກກິ່ງ ປະເທດຈີນວ່າ: ຈີນ ເລີ່ມຈັດເກັບພາສີເງິນ ສ່ວນບຸກຄົນທົ່ວໄປ ໃນອັດຕາ 20% ຈາກ ເງິນປັນຜົນ ແລະ ເງິນໂບນັດ ທີ່ ຊາວຕ່າງປະເທດ ໄດ້ຮັບ ຈາກບໍລິສັດ ທີ່ມີການລົງທຶນ ຈາກຕ່າງປະເທດ ຕັ້ງແຕ່ ວັນທີ 1 ກັນຍາ ທີ່ຜ່ານມາ ເປັນສ່ວນໜຶ່ງ ຂອງ ການປັບປຸງນະໂຍບາຍ ສິດທິປະໂຫຍດ ທາງດ້ານພາສີ.
ກະຊວງການຄັງ ແລະ ສໍານັກບໍລິຫານການ ຈັດເກັບພາສີແຫ່ງລັດຂອງຈີນ ໄດ້ອອກ ປະກາດ ຮ່ວມກັນ ຍົກເລີກ ມາດຕະການ ຍົກເວັ້ນ ພາສີ ດັ່ງກ່າວ ເຊິ່ງມີ ຜົນບັງຄັບໃຊ້ ນັບຕັ້ງແຕ່ປີ 1994 ເພື່ອສົ່ງເສີມ ການລົງທຶນ ຈາກຕ່າງປະເທດ ແລະ ສະໜັບສະໜູນ ນະໂຍບາຍ ເປີດປະເທດ ຂອງຈີນ. ການປ່ຽນແປງ ในຄັ້ງນີ້ ຈະຊ່ວຍສ້າງ ຄວາມຍຸດຕິທຳ ແລະ ຄວາມເປັນ ເອກະພາບ ໃຫ້ແກ່ ລະບົບພາສີ ເພື່ອຊຸກຍູ້ ສົ່ງເສີມ ການພັດທະນາ ຕະຫລາດພາຍໃນປະເທດ ທີ່ເປັນ ໜຶ່ງດຽວ, ອຸດຕັນຊ່ອງຫວ່າງ ດ້ານພາສີ ເພື່ອເພີ່ມປະສິດທິພາບ ໃນການຄຸ້ມຄອງ ແລະ ການຈັດເກັບພາສີ./
KPL