ຂປລ
ເນື່ອງໃນໂອກາດທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເດີນທາງໄປຢ້ຽມຢາມ ປະເທດເອຢິບ ທາງລັດຖະກິດ, ວັນທີ 1 ກັນຍານີ້, ກິດຈະກຳແລກປ່ຽນວັດທະນະທຳ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປ ຈີນ-ເອຢິບ ຄົບຮອບ 70 ປີ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເນື່ອງໃນໂອກາດທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເດີນທາງໄປຢ້ຽມຢາມ ປະເທດເອຢິບ ທາງລັດຖະກິດ, ວັນທີ 1 ກັນຍານີ້, ກິດຈະກຳແລກປ່ຽນວັດທະນະທຳ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປ ຈີນ-ເອຢິບ ຄົບຮອບ 70 ປີທີ່ວິທະຍຸໂທລະພາບສູນກາງຈີນ ຫລື CMG ແລະ ກະຊວງຖະແຫລງຂ່າວ ແລະ ວຽກງານແຫ່ງລັດເອຢິບ ຮ່ວມກັນເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຫລວງເລີແກ ປະເທດເອຢິບ. ທ່ານ ອັບເດວ ຟັດຕາ ອັນ ຊີຊີ ປະທານາທິບໍດີເອຢິບ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງກິດຈະກຳດັ່ງກ່າວ. ແຂກຜູ້ມີກຽດລວມທັງບຸກຄົນຜູ້ມີຊື່ສຽງຈາກວົງການຕ່າງໆ ເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳ, ສື່ມວນຊົນ ແລະອື່ນໆຂອງ ສປ ຈີນ-ເອຢິບ ລວມ100 ກວ່າຄົນ ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ,ທັງເປັນສັກຂີພິຍານໃຫ້ແກ່ການເຜີຍແຜ່ໝາກຜົນ ແຫ່ງການຮ່ວມມືດ້ານສື່ມວນຊົນລະຫວ່າງ ສອງປະເທດຫລາຍລາຍການ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL