ລາວ ເຂົ້າຮ່ວມກອງປະຊຸມເອັສຊີໂອພລັສ: ໂອກາດ “ຄຳ” ເຊື່ອມໂຍງ ຈີນ, ອາຊີກາງ ແລະ ເອີຣົບ

02/09/2026 15:42
Email Print 330
ຂປລ ຫຼັງຈາກມື້ທີ່ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) ຄັ້ງທີ 25 ທີ່ນະຄອນຫຼວງທຽນຈິນ ສປ ຈີນ ໃນວັນທີ 1 ກັນຍາ 2025 ທີ່ມີການເຫັນດີຮັບຮອງເອົາ ສປປ ລາວ ເປັນ “ປະເທດຄູ່ເຈລະຈາ” ຢ່າງເປັນທາງ ການ ພໍດີຄົບຮອບ 1 ປີ

ຂປລ.ຫຼັງຈາກມື້ທີ່ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) ຄັ້ງທີ 25 ທີ່ນະຄອນຫຼວງທຽນຈິນ ສປ ຈີນ ໃນວັນທີ 1 ກັນຍາ 2025 ທີ່ມີການເຫັນດີຮັບຮອງເອົາ ສປປ ລາວ ເປັນ “ປະເທດຄູ່ເຈລະຈາ” ຢ່າງເປັນທາງການ ພໍດີຄົບຮອບ 1 ປີ, ມາຮອດວັນນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ນຳພາຄະນະ ຜູ້ແທນລາວ ເດີນທາງມາເຖິງ ນະຄອນບິສເກັກ ປະເທດກຽກກິດສະຖານ ເພື່ອເຂົ້າຮ່ວມ ກອງປະຊຸມອົງການຮ່ວມມື ຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ໃນລະຫວ່າງວັນທີ 30 ສິງຫາ - 1 ກັນຍາ 2026.

ກອງປະຊຸມດັ່ງກ່າວ ຖືເປັນເຫດການສຳຄັນ ທີ່ໂລກໃຫ້ຄວາມສົນໃຈ ເປັນພິເສດ ໂດຍມີ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານ ວະລາດີເມຍ ປູຕິນ ປະທານາ ທິບໍດີ ລັດເຊຍ ພ້ອມດ້ວຍບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາ ປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ປະເທດສັງເກດການ ຂອງອົງການ SCO ເຂົ້າຮ່ວມ ຢ່າງ ສົມກຽດ. ນີ້ບໍ່ແມ່ນພຽງແຕ່ ການປະຊຸມທຳມະດາ, ແຕ່ເປັນ “ການສະເໜີໂຕຄັ້ງທຳອິດ” ຂອງ ສປປ ລາວ ໃນຖານະຄູ່ຮ່ວມເຈລະຈາຢ່າງເຕັມໂຕ ຕໍ່ໜ້າ 10 ປະເທດສະ ມາຊິກ, ປະເທດສັງເກດການ ແລະ ບັນດາປະເທດຄູ່ເຈລະຈາ ທ່າມກາງໂລກທີ່ກຳລັງ ຜະເຊີນໜ້າກັບວິກິດການ ດ້ານການປົກຄອງໂລກ ທີ່ຮຸນແຮງຂຶ້ນຄື: ລັດທິປົກປ້ອງການຄ້າ, ລັດທິຝ່າຍ ດຽວ, ລັດທິຂຸນເສິກແບບໃໝ່ ແລະ ອຳນາດການເມືອງ ແບບອັດຕະວິໄສ ຊຶ່ງກຳລັງບີບບັງຄັບການຮ່ວມມື ລະຫວ່າງປະເທດໃນໂລກ ເພີ່ມຂຶ້ນຢ່າງໜ້າຕົກໃຈ.

ກ່ອນຈະເຂົ້າສູ່ເນື້ອໃນ ຂອງກອງປະຊຸມເອັສຊີໂອພລັສ, ຖ້າຫາກເບິ່ງສາກຫຼັງ ຂອງປະເທດກຽກກິດສະຖານ ໃນຖານະເຈົ້າພາບ ກອງປະຊຸມ, ເຮົາຈະເຫັນພາບ ທີ່ໜ້າສົນໃຈ ຢ່າງຍິ່ງ ເພາະປະເທດນີ້ ມີພູມສັນຖານ ຄ້າຍຄືກັບ ສປປ ລາວ ຄືມີພູຜາປ່າດົງເກືອບ 90%, ບໍ່ມີທາງອອກສູ່ທະເລ ແລະ ມີປະຊາກອນປະມານ 7 ລານກວ່າຄົນ. ນອກຈາກນັ້ນ, ປະເທດດັ່ງກ່າວ ກໍເປັນໜຶ່ງໃນປະເທດ ທີ່ນອນຢູ່ໃນຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີເຄືອຂ່າຍທາງລົດໄຟ ທອດຍາວເຊື່ອມຕໍ່ກັນ ລະຫວ່າງ ລາວ (ອາຊຽນ), ຈີນ, ກຽກ ກິດ ສະຖານ (ອາຊີກາງ), ລັດເຊຍ ແລະ ເອີຣົບ ຊຶ່ງເຄືອຂ່າຍເສັ້ນທາງລົດໄຟດັ່ງກ່າວໄດ້ກວມເອົາ 150 ກວ່າປະເທດ, ປຽບເໝືອນກະດູກສັນຫຼັງເສດຖະກິດໂລກ ແລະ ຂັບເຄື່ອນ ຄວາມມຸ່ງມາດ ປາຖະໜາຂອງມວນມະນຸດ ກ້າວໄປສູ່ຄວາມຢູ່ດີກິນດີ, ຄວາມຈະເລີນຮຸ່ງເຮືອງ, ຄວາມທັນສະໄໝ, ການແກ້ໄຂ ຄວາມທຸກຍາກ, ການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການລຶບລ້າງອຸປະສັກສິ່ງກີດຂວາງຕ່າງໆ.

ສືບເນື່ອງຈາກ ກອງປະຊຸມ (SCO Plus) ດັ່ງກ່າວ, ໃນວັນທີ 31 ສິງຫາ 2026, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ ໄດ້ເດີນທາງມາເຖິງ ປະເທດກຽກກິດສະຖານ, ໂດຍທາງເຈົ້າພາບ ໄດ້ຈັດພິທີຕ້ອນຮັບ ຢ່າງສົມກຽດ. ການເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ແມ່ນຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ພາຍໃຕ້ຄຳຂວັນ: ການເພີ່ມທະວີບົດບາດຂອງອົງການສະຫະປະຊາຊາດ ໃນຄວາມເປັນແກນກາງ ຂອງລະບຽບໂລກ ທີ່ຍຸຕິທຳ: ການປະກອບສ່ວນ ຂອງບັນດາປະເທດອົງການ ຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງໂລກຫຼາຍຂົ້ວ”.

ໃນໂອກາດ ເຂົ້າຮ່ວມກອງປະຊຸມ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍ ກັບຜູ້ນຳປະເທດຕ່າງໆ ເພື່ອປຶກສາຫາລື ແລະ ແລກປ່ຽນທິດທາງ ແຜນການຮ່ວມມື ໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນູຣລານ ເຢຍເມັກບາເຢັບ (Nurlan Yermekbayev) ເລຂາທິການໃຫຍ່ ອົງການ SCO ພ້ອມທັງຊົມເຊີຍ ການຊີ້ນຳ-ນຳພາ ທີ່ສາມາດຮັດແໜ້ນ ການພົວພັນຮ່ວມມື ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ ຊຶ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນພາລະກິດລວມ ເພື່ອສົ່ງເສີມ ສັນຕິ ພາບ, ສະຖຽນລະພາບ ແລະ ການພັດທະນາ ແບບຍືນຍົງ ໃນພາກພື້ນ ແລະ ສາກົນ.

ທ່ານ ປະທານປະເທດ ຍັງໄດ້ຕີລາຄາສູງຕໍ່ການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການໃຫ້ ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈ ລະຈາ ຂອງອົງການ SCO ໃນເດືອນກໍລະກົດ 2026 ຜ່ານມາ ເຊິ່ງເປັນຂີດໝາຍອັນສຳຄັນ. ສປປ ລາວ ໄດ້ຢືນຢັນຄວາມໝາຍ ໝັ້ນໃນການເຂົ້າຮ່ວມ ບັນດາກົນໄກ ພາຍໃຕ້ຂອບ ການຮ່ວມມື ອົງການ SCO ຢ່າງມີຄວາມຮັບຜິດຊອບ ເພື່ອຜັນຂະຫຍາຍ ການເປັນຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມື ທີ່ເປັນຮູບປະທຳ ແລະ ນຳມາຊຶ່ງຜົນ ປະໂຫຍດ ອັນແທ້ ຈິງ, ໂດຍສະເພາະການ ເສີມຂະຫຍາຍ 4 ຂົງເຂດບຸລິມະສິດ ຄື: 1). ດ້ານການຄ້າ, ການລົງທຶນ ແລະ ການຍົກລະດັບ ຄວາມສາມາດ ທາງການຜະລິດ; 2). ດ້ານກະສິກຳ ແລະ ຄວາມ ໝັ້ນຄົງ ທາງດ້ານສະບຽງອາຫານ; 3). ການເຊື່ອມໂຍງເຊື່ອມຈອດ ແລະ ການອໍານວຍຄວາມ ສະດວກທາງການຄ້າ; ແລະ 4). ການຫັນປ່ຽນທາງດ້ານ ດີຈິຕອນ ແລະ ການພັດ ທະນາ ຊັບພະຍາກອນມະນຸດ.

ບັນດາສື່ຕ່າງປະເທດ ຄາດການວ່າກອງປະຊຸມ ອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus) ຄັ້ງນີ້ຈະບໍ່ເປັນພຽງ ສ້າງໂອກາດພິເສດ ສຳລັບລາວ ເພາະເປັນ ພາກພື້ນ ອາຊີກາງ ທີ່ລາວບໍ່ຄ່ອຍໄດ້ ເຂົ້າເຖິງເທົ່ານັ້ນ ແຕ່ຫາກ ຍັງຍົກລະດັບການຮ່ວມມື ຮອບດ້ານໃຫ້ແໜ້ນແຟ້ນ ຍິ່ງຂຶ້ນໂດຍຕິດພັນກັບ ຂົງເຂດວຽກງານດັ່ງນີ້: 1).ຄວາມໝັ້ນຄົງ, ຕ້ານການກໍ່ການຮ້າຍ, ການສ້າງສັນຕິພາບ;  2). ເສັ້ນທາງສາຍໄໝໃໝ່: ກຽກກິດສະຖານ ເປັນຈຸດຜ່ານຂອງໂຄງການ ທາງລົດໄຟຈີນ-ກຽກກິດສະ ຖານ-ອຸສເບກິສະຖານ (ເຂດອາ ຊີກາງ), ລັດເຊຍ, ເອີຣົບເຊື່ອມຈອດ ກັນໄດ້ທາງບົກ ບໍ່ຕ້ອງຜ່ານທະເລ; 3). ໄດ້ເຊີນບັນດາຄູ່ຮ່ວມເຈລະຈາ ເຊັ່ນ ລາວ, ກໍາປູເຈຍ, ເນປານ, ສີລັງກາ, ຕວກກີ ເຂົ້າມາສົນທະນາ ເສດຖະກິດ, ການພັດທະນາ ແລະ ບັນຫາທີ່ໜ້າສົນໃຈຮ່ວມກັນ; 4). ໄດ້ເປີດໂອກາດ ໃຫ້ຝ່າຍຕ່າງໆ ເຂົ້າຮ່ວມການ ພັດທະນາເສດຖະກິດ ສີຂຽວພາຍໃຕ້ ຂອບຮ່ວມມືຍືນຍົງ ກ່ຽວຂ້ອງກັບ ເຕັກໂນໂລຊີ ດ້ານພະລັງງານ ແສງຕາເວັນ, ພະລັງງານລົມ, ເສດຖະກິດີຈິຕອນ, ປັນຍາປະດິດ (AI), ການສຶກສາ ແລະ ສ້າງວິຊາຊີບ; 5). ແຕ່ລະຝ່າຍ ຈະມີເວທີສະເໜີ ບັນຫາຕ່າງໆ ໃນປະເທດດ້ອຍພັດທະນາ ແລະ ປະເທດທີ່ບໍ່ມີທາງອອກ ສູ່ທະເລເພື່ອຮ່ວມມືກັນ ຊ່ວຍແກ້ໄຂບັນຫາຕ່າງໆ ໂດຍບໍ່ຖິ້ມໃຜໄວ້ເບື້ອງຫລັງ ແລະ ການໄປມາ ຫາສູ່ກັນຢ່າງ ສະດວກສະບາຍອື່ນໆ.

ໃນວັນດຽວກັນນັ້ນ, ສໍານັກຂ່າວຊິນຮວາ ຍັງໄດ້ນຳສະເໜີຂ່າວ ເນື້ອໃນສຳຄັນ ທີ່ ທ່ານ ສີ ຈິ້ນຜິງ ໄດ້ສະເໜີ 4 ຈຸດຢືນ ຄື: 1.) ຍຶດໝັ້ນຖືເອົາການພັດທະນາ ເປັນບຸລິມະສິດ ແລະ ສ້າງອະນາຄົດ ຮ່ວມກັນກ້າວໄປສູ່ ຄວາມຈະເລີນຮຸ່ງເຮືອງ; 2.) ຍຶດໝັ້ນການຖືເອົາ ຄວາມໝັ້ນຄົງເປັນສິ່ງສຳຄັນ ຕົ້ນຕໍ ແລະ ສ້າງສະພາບແວດລ້ອມ ທີ່ປອດໄພໂດຍທົ່ວໄປ; 3.) ຍຶດໝັ້ນ ການຖືເອົາປະຊາຊົນ ເປັນຫຼັກ ແລະ ເສີມສ້າງພື້ນຖານ ໄມຕີຈິດມິດຕະພາບທີ່ຍືນຍົງ ໃຫ້ໜັກແໜ້ນ; ແລະ 4.) ຍຶດໝັ້ນການສົນທະນາ ແລະ ການປຶກສາຫາລື, ປັບປຸງການ ຄຸ້ມຄອງ ບໍລິຫານທີ່ຍຸຕິທຳ ແລະ ເປັນລະບຽບຮຽບຮ້ອຍ ໃຫ້ສົມບູນກວ່າເກົ່າ.

ທ່ານ ສີ ຈິ້ນຜິງ ຍັງໄດ້ເນັ້ນໜັກວ່າ: ຈີນຍິນດີຮ່ວມມື ກັບທຸກຝ່າຍ ເພື່ອສືບຕໍ່ຊູຄັນທຸງ ຈິດໃຈຊຽງໄຮ້”, ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາ ໃນ 10 ປີຂ້າງໜ້າ ຂອງອົງການ SCO, ພະຍາຍາມບັນລຸ ການພັດທະນາ ທີ່ມີຄຸນນະພາບສູງຂຶ້ນ ແລະ ປະກອບສ່ວນໃຫຍ່ຫຼວງ ກວ່າເກົ່າ ເຂົ້າໃນການຊຸກຍູ້ ການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນ ມະນຸດ.

ໃນໂອກາດດຽວກັນ, ຈີນ ແລະ ກຽກກິດສະຖານ ຍັງໄດ້ຕົກລົງເພີ່ມ ທະວີການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ: ຂະແໜງການເງິນ, ທະນາຄານ, ການນຳເຂົ້າຜະລິດ ຕະພັນກະສິກຳ ທີ່ມີຄຸນນະພາບສູງ ຂອງກຽກກິດສະຖານ, ການຈັດຕັ້ງປະຕິບັດ ໂຄງການລົດໄຟ ຈີນ-ກຽກກິດສະຖານ-ອຸສເບກິສະຖານ ໃຫ້ເປັນຮູບປະທຳ ແລະ ທັນກຳນົດເວລາ. ພ້ອມນີ້, ສອງຝ່າຍຍັງໄດ້ສະແດງ ຈຸດຢືນຄັດຄ້ານທຸກຮູບແບບ ຂອງລັດທິຝ່າຍດຽວ ແລະ ການປົກປ້ອງການຄ້າ, ພ້ອມທັງຮຽກຮ້ອງໃຫ້ ປະຕິບັດຕາມຫຼັກການ ພະຫຸພາຄີທີ່ແທ້ຈິງ. ຝ່າຍກຽກກິດ ສະຖານ ໄດ້ຢືນຢັນຄືນອີກຄັ້ງເຖິງ ການສະໜັບສະໜູນ ຫຼັກການຈີນດຽວ ແລະ ຄັດຄ້ານທຸກຮູບແບບຂອງ ການສະໜັບສະໜູນ ໄຕ້ຫວັນເປັນເອກະລາດ”.

ດັ່ງທີ່ຮູ້ກັນດີວ່າ: ອົງການ SCO ໄດ້ເລີ່ມຕົ້ນໃນປີ 1996 ໃນຖານະຄອບຄົວ ຄວາມໝັ້ນຄົງ ທີ່ເອີ້ນວ່າ “5 ປະເທດຊຽງໄຮ້ (Shanghai Five)” ຊຶ່ງຖືກສ້າງຕັ້ງຂຶ້ນໂດຍ ຈີນ, ລັດເຊຍ, ຄາຊັກສະຖານ, ກຽກກິດສະຖານ ແລະ ທາຈິກິດສະຖານ ເພື່ອຮ່ວມກັນພັດທະນາ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ. ຕໍ່ມາໃນປີ 2001, ໄດ້ພັດທະນາກາຍມາເປັນ ອົງການ SCO ຢ່າງເປັນທາງການ ໂດຍມີສຳນັກງານໃຫຍ່ ຢູ່ນະຄອນຫຼວງປັກກິ່ງ ແລະ ໄດ້ຮັບສະມາຊິກເພີ່ມຂຶ້ນ ຄື: ອຸສເບກິດສະຖານ, ອິນເດຍ, ປາກິສະຖານ, ອີຣ່ານ ແລະ ເບລາຣຸສ ຕາມລຳດັບ.

ມາຮອດປັດຈຸບັນ, ອົງການ SCO ມີ 10 ປະເທດສະມາຊິກ ແລະ ມີຄູ່ຮ່ວມມືທັງໝົດ 17 ປະເທດ ປະກອບດ້ວຍ 2 ປະເທດສັງເກດການ (Observer States) ຄື: ອັຟການິດສະຖານ ແລະ ມົງໂກລີ, ພ້ອມດ້ວຍ 15 ປະເທດຄູ່ຮ່ວມເຈລະຈາ (Dialogue Partners) ເຊັ່ນ: ອາແຊກໄບຊານ, ອາກເມນີ, ກຳປູເຈຍ, ເນປານ, ຕວັກກີ, ສີລັງກາ, ອາຣັບບີ ຊາອູດິດ, ອີຢິບ, ກາຕາ, ບາເຣນ, ມານດີບ, ມຽນມາ, ສະຫະລັດ ອາຣັບເອມີເຣດ, ກູເວດ ແລະ ສປປ ລາວ.

ສະເພາະບັນດາ ປະເທດສະມາຊິກ SCO ຍັງກວມເອົາປະຊາກອນເຖິງ 43% ຂອງໂລກ ແລະ 23% (ເກືອບ 1 ໃນ 4) ຂອງເສດຖະກິດໂລກ. ມູນຄ່າການຄ້າພາຍໃນກຸ່ມ SCO ມີການຂະຫຍາຍຕົວ ຢ່າງຫຼວງຫຼາຍ, ໂດຍສະເພາະການ ຄ້າລະຫວ່າງຈີນ ແລະ ບັນດາປະເທດ ສະມາຊິກ ໃນປີ 2025 ມີມູນຄ່າລວມປະມານ 523 ຕື້ກວ່າໂດລາສະຫະລັດ ຊຶ່ງເພີ່ມຂຶ້ນຫຼາຍ ກວ່າ 40 ເທົ່າ ເມື່ອສົມທຽບກັບປີ 2001 ທີ່ມີພຽງ 12 ຕື້ກວ່າໂດລາເທົ່ານັ້ນ. ສິນຄ້າສົ່ງອອກ-ນຳເຂົ້າຫຼັກປະກອບມີ: ເຄື່ອງກົນຈັກ, ລົດໄຟຟ້າ, ໝໍ້ໄຟ, ແຜງໂຊລາເຊວ, ນ້ຳມັນ ແລະ ອາຍແກັສ. ນອກຈາກນັ້ນ, ອຸດສາຫະກຳການທ່ອງທ່ຽວ ກໍຂະຫຍາຍຕົວຢ່າງວ່ອງໄວ ຍ້ອນມີການເຊື່ອມໂຍງ ທາງດ້ານເສັ້ນທາງບົກ ແລະ ສາຍການບິນ ເຂົ້າຫາກັນ ຢ່າງ ກົມກຽວ.

ເຖິງແມ່ນວ່າກອງປະຊຸມ SCO Plus ຈະຈັດຂຶ້ນທ່າມກາງ ບັນຍາກາດການເມືອງໂລກ ທີ່ສັບສົນ, ເສດຖະກິດໂລກ ຜັນຜວນ, ປະເທດຕາເວັນຕົກ ສ້າງສິ່ງກີດຂວາງ ທາງດ້ານການຄ້າ-ເສດຖະກິດ ລວມທັງໄພພິບັດ ທາງທຳມະຊາດ ທີ່ກຳລັງຂົ່ມຂູ່ມວນມະນຸດ, ແຕ່ພາຍໃຕ້ການນຳພາ ອັນສະຫຼາດສ່ອງໃສ ແລະ ມີໄຫວພິບຄ່ອງແຄ້ວຂອງ ທ່ານ ສີ ຈິ້ນຜິງ ແລະ ທ່ານ ວະລາດີເມຍ ປູຕິນ ພ້ອມດ້ວຍການນຳ ຂອງບັນດາປະເທດຕ່າງໆ, ເຊື່ອໝັ້ນວ່າອົງການ SCO ຈະນຳພາປະຊາຊາດກ້າວ ສູ່ຄວາມຈະເລີນຮຸ່ງເຮືອງ, ຄວາມທັນ ສະໄໝ, ມີສັນຕິ ພາບໝັ້ນຄົງ ແລະ ປະຊາຊົນກິນດີຢູ່ດີ ໂດຍບໍ່ຖິ້ມໃຜໄວ້ຂ້າງຫຼັງ.

ດັ່ງທີ່ ທ່ານ ສີ ຈິ້ນຜິງ ໄດ້ຍົກໃຫ້ເຫັນວ່າ: ສະພາບການສາກົນ ມີທ່າອ່ຽງບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້ ເພີ່ມຂຶ້ນຢ່າງຈະແຈ້ງ ທ່າມກາງການປ່ຽນແປງ ຄັ້ງໃຫຍ່ທີ່ບໍ່ເຄີຍ ມີມາໃນຮອບຮ້ອຍປີ, ແຕ່ການສະແຫວງຫາ ສັນຕິພາບ, ການພັດທະນາ, ການຮ່ວມື ແລະ ຜົນປະໂຫຍດຮ່ວມກັນ ຂອງປະຊາຊົນທົ່ວໂລກ ແມ່ນຍັງຄົງບໍ່ປ່ຽນແປງ”. ຈີນພ້ອມທີ່ ຈະຮ່ວມມືກັບ ລັດເຊຍ ແລະ ຝ່າຍກ່ຽວຂ້ອງ ເພື່ອຮ່ວມກັນກຳນົດທິດທາງ ການພັດທະນາຂອງອົງການ SCO ໃຫ້ກ້າວໜ້າຢ່າງໝັ້ນຄົງ ແລະ ເສີມຂະຫຍາຍ ບົດບາດໃນ ການປະຕິ ຮູບການ ປົກຄອງໂລກ ເພື່ອຊຸກຍູ້ໂລກທີ່ມີຫຼາຍຂົ້ວ ຢ່າງສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ./.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top