ແຜນການຂອງອົງການຮ່ວມມືຊຽງໄຮ້ ກ່ຽວກັບ ການບໍລິຫານໂລກໄດ້ຮັບຄວາມສົນໃຈ

01/09/2026 10:40
ຂປລ ເນື່ອງ​ໃນ​ໂອ​ກາດ​ ກອງ​ປະ​ຊຸມ​ສຸດຍອດ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ປີ 2026, ໂທ​ລະ​ພາບ​ສາ​ກົນ​ຈີນ ຫລື CGTN ຂອງ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫລື CMG ຮ່ວມ​ກັບ​ ມະ​ຫາ​ວິ​ທະ​ຍາ​ໄລ ​ເຢິນ​ມິນ​ ຂອງ ສປ ຈີນ, ໄດ້ຈັດ​ການ​ສຳຫລວດ ​ຄວາມ​ຄິດ​ເຫັນ​ປະ​ຊາ​ຊົນ ​ໂດຍ​ມີ ​ຜູ້​ຕອບ​ແບບ​ສອບ​ຖ​າມ 13.707 ຄົນ​ ໃນ 48 ປະ​ເທດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງ​ໃນ​ໂອ​ກາດ​ ກອງ​ປະ​ຊຸມ​ສຸດຍອດ ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ປີ 2026, ໂທ​ລະ​ພາບ​ສາ​ກົນ​ຈີນ ຫລື CGTN ຂອງ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫລື CMG ຮ່ວມ​ກັບ​ ມະ​ຫາ​ວິ​ທະ​ຍາ​ໄລ ​ເຢິນ​ມິນ​ ຂອງ ສປ ຈີນ, ໄດ້ຈັດ​ການ​ສຳຫລວດ ​ຄວາມ​ຄິດ​ເຫັນ​ປະ​ຊາ​ຊົນ ​ໂດຍ​ມີ ​ຜູ້​ຕອບ​ແບບ​ສອບ​ຖ​າມ 13.707 ຄົນ​ ໃນ 48 ປະ​ເທດ, ຜົນ​ການ​ສຳຫລວດ ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ຕອບ​ແບບ​ສອບ​ຖາມ 74,6%ເຫັນ​ວ່າ, ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ້​ ໄດ້​ສະ​ໜອງ​ຊ່ອງ​ທາງ​ທີ່​ຕິດ​ແທດ​ຕົວ​ຈິງ​ໃຫ້​ແກ່ ​ການ​ຮ່ວມ​ມື ລະ​ຫວ່າງ​ ປະ​ເທດ​ ທີ່​ມີ​ລະ​ບອບ​ການ​ເມືອງ​ຕ່າງ​ກັນ, ກາຍ​ເປັນ​ກຳ​ລັງ​ສຳ​ຄັນ ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ສາ​ກົນ ​ແບບ​ໃໝ່ ແລະ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຂອງມວນ​ມະ​ນຸດ. ສຳລັບ ປີ​ນີ້​ແມ່ນ​ປີ ​ສ້າງ​ຕັ້ງ​ອົງ​ການ​ຮ່ວມ​ມື ຊຽງ​ໄຮ້​ຄົບ​ຮອບ 25 ປີ. ປັດ​ຈຸ​ບັນ, ອົງ​ການ​​ດັ່ງ​ກ່າວ ໄດ້​ກາຍ​ເປັນ​ອົງ​ການ​ຮ່ວມ​ມື​ພາກ​ພື້ນ​ ແບບ​ສັງ​ລວມ ​ທີ່ກວມ​ເນື້ອ​ທີ່ກວ້າງ​ຂວາງ​ທີ່​ສຸດ ປະ​ຊາ​ກອນ ຫລາຍ​ທີ່​ສຸດ ແລະ ມີ​​ທ່າ​ແຮງ ​ບົ່ມ​ຊ້ອນ​ດ້ານ​ການ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຜູ້​ຕອບ​ແບບ​ສອບ​ຖ​າມ 71.7% ເຫັນ​ວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ​ໄດ້​ເພີ່ມ​​ສິດ​ປະ​ກອບ​ຄຳ​ເຫັນ ​ຂອງ​ປະ​ເທດ​ເຂດ​ໂລກ​ໃຕ້, ຊຸກ​ຍູ້​ການ​ສ້າງ​ລະ​ບົບ ​ບໍ​ລິ​ຫານ​ໂລກ ​ທີ່​ຍຸດ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ຜູ້​ຕອບ​ແບບ​ສອບ​ຖ​າມ 89.6% ຮຽກ​ຮ້ອງ​ໃຫ້​ທຸກ​ປະ​ເທດ​ຄວນ​ ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ໂລກ ​ຢ່າງ​ສະ​ເໝີ​ພາບ​ກັນ, ຮ່ວມ​ກັນ​ສ້າງຫຼັກການ ແລະ ລະ​ບຽບ​​ສາ​ກົນ ແລະ ຄາດຫວັງ​ວ່າ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ຈະ​ເສີມ​ຂະ​ຫຍາຍ ​ບົດ​ບາດຫລາຍກວ່າ​ເກົ່າ​ໃນ 3 ຂົງ​ເຂດ​ໃຫຍ່ ຄື: ພື້ນ​ຖານ​ໂຄງ​ລ່າງ ແລະ ພະ​ລັງ​ງານ, ການ​ຮ່ວມ​ມື​ ດ້ານ​ຄວາມ​ໝັ້ນ​ຄົງ ​ໃນ​ພາກ​ພື້ນ, ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top