ຂປລ
ກະຊວງສຶກສາທິການ ແລະ ອີກ 6 ກະຊວງຂອງ ສປ ຈີນ ໄດ້ເຜີຍແຜ່ ແຜນດຳເນີນງານຊຸກຍູ້ ການພັດທະນາ ການ ສຶກສາພິເສດ ໃນໄລຍະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ “5 ປີຄັ້ງທີ 15” ເພື່ອວາງແຜນຊຸກຍູ້ ການ ພັດທະນາ ການສຶກສາພິເສດ ໃຫ້ເຊື່ອມໂຍງເຂົ້າກັນ ແລະ ມີຄຸນນະພາບສູງ ໃນໄລຍະແຜນພັດທະນາ “5 ປີຄັ້ງທີ 15”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 31 ສິງຫານີ້, ກະຊວງສຶກສາທິການ ແລະ ອີກ 6 ກະຊວງຂອງ ສປ ຈີນ ໄດ້ເຜີຍແຜ່ ແຜນດຳເນີນງານຊຸກຍູ້ ການພັດທະນາ ການສຶກສາພິເສດ ໃນໄລຍະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ “5 ປີຄັ້ງທີ 15” ເພື່ອວາງແຜນຊຸກຍູ້ ການພັດທະນາ ການສຶກສາພິເສດ ໃຫ້ເຊື່ອມໂຍງເຂົ້າກັນ ແລະ ມີຄຸນນະພາບສູງ ໃນໄລຍະແຜນພັດທະນາ “5 ປີຄັ້ງທີ 15”. ແຜນດຳເນີນງານສະບັບດັ່ງກ່າວ ໄດ້ກຳນົດວ່າ: ຈະຍຶດໝັ້ນຕາມຫລັກການ ພັດທະນາ ການສຶກສາພິເສດ ແລະ ຮູບແບບການຮຽນຂອງເດັກນ້ອຍ ແລະ ໄວໜຸ່ມເຍົາວະຊົນຜູ້ພິການ, ສືບຕໍ່ຍົກສູງ ລະ ດັບຄວາມທົ່ວເຖິງ, ການເຂົ້າເຖິງ ແລະ ຄວາມສະດວກສະບາຍ ຂອງການບໍລິການສາທາລະນະ ດ້ານການສຶກສາພິເສດ, ພ້ອມທັງ ເພີ່ມທະວີຄວາມສາມາດໃນການເຊື່ອມໂຍງ ເຂົ້າກັບສັງຄົມ ແລະ ການ ພັດທະນາ ຕະຫລອດຊີວິດ ຂອງເດັກນ້ອຍ ແລະ ໄວໜຸ່ມເຍົາວະຊົນຜູ້ພິການ. ເມື່ອຮອດປີ 2030, ອັດຕາການເຂົ້າຮຽນຂອງເດັກພິການ ໃນໄວຮຽນການສຶກສາ ພາກບັງຄັບ ຈະຮັກສາໃຫ້ຢູ່ ໃນລະດັບ ຫລາຍກວ່າ 97%. ນອກນີ້, ແຜນດຳເນີນງານສະບັບນີ້ ຍັງໄດ້ກຳນົດອີກວ່າ: ຈະສືບຕໍ່ຍົກສູງ ລະດັບການສະໜັບສະໜູນ ແລະ ຄ້ຳປະກັນຕໍ່ນັກສຶກສາພິການ ໃນລະດັບມະຫາວິທະຍາໄລ, ເພີ່ມທະວີ ການຊ່ວຍເຫລືອ ດ້ານການຮຽນ, ການບໍລິການດ້ານການດຳລົງຊີວິດປະຈຳວັນ, ການແນະນຳດ້ານການປະກອບອາຊີບ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL