ຊ່ຽວຊານຈີນ-ເນປານ ຮ່ວມກັນ ສຳຫລວດ-ກູ້ໄພ ຢູ່ຕາມອຸມົງໃນເຂດປະສົບໄພ

01/09/2026 10:32
ຂປລ ຊ່ຽ​ວ​ຊານ​ກູ້​ໄພ ​ດ້ານ​ອຸ​ມົງ​ຂອງ​ຈີນ ໄດ້​ຮ່ວມ​ມື​ກັບ ກອງ​ທະ​ຫານ​ ແລະ ຕຳຫລວດ​​ເນ​ປານ ລວມ​ເຖິງ ໜ່ວຍ​ກູ້​ໄພ​ທ້ອງ​ຖິ່ນ, ເດີນ​ທາງ​ເຂົ້າ​ສູ່​ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ ຢູ່​ພາກ​ເໜືອ​ຂອງ​ເນ​ປານ, ເພື່ອ​ດຳ​ເນີນ​ການ​ສຳຫລວດ ແລະ ກູ້​ໄພ​ຢູ່​ຕາມ​ອຸ​ມົງ​ ທີ່​ໄດ້​ຮັບ​ຜົນ​ກະ​ທົບ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມນີ້, ຊ່ຽ​ວ​ຊານ​ກູ້​ໄພ ​ດ້ານ​ອຸ​ມົງ​ຂອງ​ຈີນ ໄດ້​ຮ່ວມ​ມື​ກັບ ກອງ​ທະ​ຫານ​ ແລະ ຕຳຫລວດ​​ເນ​ປານ ລວມ​ເຖິງ ໜ່ວຍ​ກູ້​ໄພ​ທ້ອງ​ຖິ່ນ, ເດີນ​ທາງ​ເຂົ້າ​ສູ່​ເຂດ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ​ ຢູ່​ພາກ​ເໜືອ​ຂອງ​ເນ​ປານ, ເພື່ອ​ດຳ​ເນີນ​ການ​ສຳຫລວດ ແລະ ກູ້​ໄພ​ຢູ່​ຕາມ​ອຸ​ມົງ​ ທີ່​ໄດ້​ຮັບ​ຜົນ​ກະ​ທົບ. ຊ່ຽວ​ຊານ​ກູ້​ໄພ​ດ້ານ​ອຸ​ມົງ​ຂອງ​ ສປ ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ, ການ​ກູ້​ໄພ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຫລາຍ​ຢ່າງ, ເຊັ່ນ: ການຄົມ​ມະ​ນາ​ຄົມ ​ຢູ່​ເຂດ​ປະ​ສົບ​ໄພ​​ຖືກ​ຕັດ​ຂາດ, ​ອຸ​ປະ​ກອນ​ກູ້​ໄພ​ຂະ​ໜາດ​ໃຫຍ່ ​ບໍ່​ສາ​ມາ​ດ​ສົ່ງ​ເຂົ້າ​ເຖິງ​ ເຂດ​ປະ​ສົບ​ໄພ​ຫລັກ, ການ​ກູ້​ໄພ​ຖືກ​ຈຳ​ກັດ ​ຢ່າງຫລວງຫລາຍ; ຂະ​ນະ​ດຽວ​ກັນ, ຢູ່​ໃນ​ອຸ​ມົງ​ມີ​ນ້ຳ​ ແລະ ດິນ​ຕົມ​ຄ້າງ​ຢູ່ ​ຢ່າງຫລວງຫລາຍ, ເຊິ່ງ​ເປັນ​ສິ່ງ​ທ້າ​ທາຍ​ ສຳ​ລັບ​ ຄວາມ​ຄືບ​ໜ້າ ​ຂອງ​ເຈົ້າ​ໜ້າ​ທີ່​ກູ້​ໄພ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top