ທ່ານ ສີ ຈິ້ນຜິງ ພົບປະເຈລະຈາກັບ ປະທານາທິບໍດີ ກຽກກິດສະຖານ

01/09/2026 10:23
ຂປລ ທ່ານ​ ຊາ​ເດີ ນູ​ໂກ​ໂຈ​ເອ​ວິກ ຈາ​ປາ​ໂຣ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ​ ແລະ​ ທ່ານ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັນ ​ຢູ່​ພະ​ລາ​ຊະ​ວັງ​ຮາ​ໂມ​ນີ ​​ທີ່​ນະ​ຄອນຫລວງ ​ບິ​ສ​ເກັກ​ ຂອ​ງ​ກຽກ​ກິດ​ສ​ະ​ຖານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ວັນ​ທີ 31 ສິງ​ຫາ​ນີ້, ທ່ານ​ ຊາ​ເດີ ນູ​ໂກ​ໂຈ​ເອ​ວິກ ຈາ​ປາ​ໂຣ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກຽກ​ກິດ​ສະ​ຖານ​ ແລະ​ ທ່ານ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັນ ​ຢູ່​ພະ​ລາ​ຊະ​ວັງ​ຮາ​ໂມ​ນີ ​​ທີ່​ນະ​ຄອນຫລວງ ​ບິ​ສ​ເກັກ​ ຂອ​ງ​ກຽກ​ກິດ​ສ​ະ​ຖານ.

    ທ່ານ ສີ ​ຈິ້ນ​ຜິງ ກ່າວ​ວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ຊີ້​ນຳ​ ນຳ​ພາ​ຂອງ​ພວກ​ເຮົາ, ສາຍ​ພົວ​ພັນ ​ລະ​ຫວ່າງ​ ສປ ຈີນ-ກຽກ​ກິດ​ສະ​ຖານ​ ໄດ້​ຮັບ​ການ​ພັດ​ທະ​ນາ ​ແບບ​ກ້າວ​ກະ​ໂດດ, ການ​ຮ່ວ​ມ​ມື ​ໃນ​ຂົງ​ເຂດ​ຕ່າງໆ ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ, ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ ຂອງ​ສອງ​ປ​ະ​ເທດ ແລະ ນຳ​ເອົາຜົນ​ປະ​ໂຫຍດ​​ຕົວ​ຈິງ ມາ​ໃຫ້​ປະ​ຊາ​ຊົນ ​ສອງ​ປະ​ເທດ, ທັງ​ໄດ້​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ ແລະ ​ຄວາມຈະ​ເລີນ ​ຮຸ່ງ​ເຮືອງ​ໃນ​ພາກ​ພື້ນ. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ ​ກຽກ​ກິດ​ສະ​ຖານ ເພື່ອເພີ່ມ​ທະ​ວີ​ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ​ດ້ານ​ການ​ພັດ​ທະ​ນາ, ລົງ​ເລິກ​ການ​ແລ​ກ​ປ່ຽນ​ບົດ​ຮຽນ ​ດ້ານ​ການ​ປົກ​ຄອງ​ປະ​ເທດ ແລະ ການ​ຄຸ້ມ​ຄອງ​ລັດ, ສ້າງ​ໝາກ​ຜົນ​ດ້ານ​ການ​ຮ່ວມ​ມື​ ອັນ​ແທ້​ຈິງ​ທີ່​ສາ​ມາດ​ສຳ​ຜັດ ແລະ ​ເຂົ້າ​ເຖິງໄດ້, ຊຸກ​ຍູ້​ໃຫ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຽກ​ກິດ​ສະ​ຖານ​​ ເລິກ​ເຊິ່ງກວ່າ​ເກົ່າ ແລະ​ ເປັນ​ຮູບ​ປະ​ທຳ​ກວ່າ​ເກົ່າ.

    ທ່ານ​ ຊາ​ເດີ ນູ​ໂກ​ໂຈ​ເອ​ວິກ ຈາ​ປາ​ໂຣ​ຟ ກ່າວ​ວ່າ: ຈີນ ເປັນບູລິມະສິດ​ສຳ​ຄັນດ້ານ​ນະ​ໂຍ​ບາຍ​ ການ​ຕ່າງ​ປະ​ເທດ​ຂອງ​ກຽກ​ກິດ​ສ​ະ​ຖານ​ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ, ແມ່ນ​ເພື່ອນ​ມິດ​ ທີ່​ໃກ້​ຊິດ​ທີ່​ສຸດ ແລະ ຄູ່​ຮ່ວມ​ມື​ທີ່​ໜ້າ​​ເຊື່ອ​ຖື ​ທີ່​ສຸດ​ຂອງ​ກຽກ​ກິດ​ສະ​ຖານ. ກຽກ​ກິດ​ສະ​ຖານ​ຍຶດ​ໝັ້ນ​ໃນຫລັກ​ການ​ປະ​ເທດ​ຈີນ​ດຽວ, ຍິນ​ດີ​ຮ່ວມ​ກັບ ສປ ​ຈີນ ​ພັດ​ທະ​ນາ​ສາຍ​ພົວ​ພັນ ໄມຕີຈິດມິດຕະພາບ​ຖານບ້ານໃກ້ ເຮືອນຄຽງ​ໃຫ້ເລິກ​ເຊິ່ງ ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ນັບ​ຖື​​ເຊິ່ງ​ກັນ ແລະ ກັນ, ສະ​ເໝີ​ພາບ ແລະ​ ຕ່າງ​ຝ່າຍ​ຕ່າງ​ ໄດ້​ຮັບ​ຜົນ​ປະ​ໂຫຍດ. ກຽກ​ກິດ​ສະ​ຖານ​ຍິນ​ດີ​ຕັ້ງ​ໜ້າ ​ຊຸກ​ຍູ້​ການ​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ກຽກ​ກິດ​ສະ​ຖານ-ອຸ​ດ​ສະ​ເບ​ກິດ​ສະ​ຖານ ເພື່ອເຮັດ​ໃຫ້້​ເສັ້ນທາງ​ລົດ​ໄຟ​ດັ່ງ​ກ່າວ​ ກາຍ​ເປັນ​​ເສັ້ນ​ທາງສາຍ​ໄໝ​ເຫລັກ​ແຫ່ງຍຸກ​ໃໝ່ ແລະ ​ເປັນຂົວ​ຕໍ່​ອັນ​ໃໝ່​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າ​​ງ ກຽກ​ກິດ​ສະ​ຖານ- ສປ ຈີນ. ໃນ​ໂອ​ກາດ​ທີ່ ​ທ່ານ ສີ ​ຈິ້ນ​ຜິງ ຢ້ຽມ​ຢາມ​ ກຽກ​ກິດ​ສະ​ຖານ​ ຄັ້ງ​ນີ້, ທັງສອງ​ຝ່າຍ ​ໄດ້​ລົງ​ນາມ ເອ​ກະ​ສານ ​ຮ່ວມ​ມື 20 ກວ່າ​ສະ​ບັບ ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ສື່ມວນ​ຊົນ ແລະ ​ຂົງເຂດອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top