6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຊຸກຍູ້ການຮ່ວມມື ດ້ານວັດທະນະທຳ-ເສດຖະກິດ-ການຄ້າ

01/09/2026 10:13
ຂປລ ກິດ​ຈະ​ກຳ “ການ​ສົນ​ທະ​ນາ​​ຢູ່​ຕົ້ນ​ກຳ​ເນີດ ​ແມ່​ນ້ຳ​ກ່ຽວ​ກັບແຫລ່ງ​ການ​ຮ່ວມ​ມື ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳ​ຂອງ”ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ຊີ່​ນິງ​ ແຂວງ​ຊິ່ງ​ໄຫ​ຂອງ​ ສປ ຈີນ. ຜູ້​ຕາງ​ໜ້າ​ຈາກ 6 ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກິດ​ຈະ​ກຳ “ການ​ສົນ​ທະ​ນາ​​ຢູ່​ຕົ້ນ​ກຳ​ເນີດ ​ແມ່​ນ້ຳ​ກ່ຽວ​ກັບແຫລ່ງ​ການ​ຮ່ວມ​ມື ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳ​ຂອງ”ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ຊີ່​ນິງ​ ແຂວງ​ຊິ່ງ​ໄຫ​ຂອງ​ ສປ ຈີນ. ຜູ້​ຕາງ​ໜ້າ​ຈາກ 6 ປະ​ເທດ ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ໄດ້​ເຕົ້າ​ໂຮມ​ກັນ ​ຢູ່​​ຕົ້ນ​ກຳ​ເນີດ​ຂອງ​ແມ່​ນ້ຳ​ໃຫຍ່ ​ທັງ​ສາມ​ສາຍ​ເພື່ອ​ຊຸກ​ຍູ້​ ການ​ຖອດ​ຖອນ​ບົດ​ຮຽນຮ່ວມ​ກັນ ​ດ້ານ​ອາ​ລິ​ຍະ​ທຳ, ຊຸກ​ຍູ້​ການ​ເຊື່ອມ​ສານ​ ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ​ປະ​ຊາ​ຊົນ ​ແລະ ຊ່ວຍ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ທີ່​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ. ໃນ​ໄລ​ຍະ​​ກິດ​ຈະ​ກຳ,ຜູ້​ຕາງ​ໜ້າ​ຈາກ 6 ປະ​ເທດ​ ຈະ​ດຳ​ເນີນ​ການ​ສົນ​ທະ​ນາ​ກັນ​ຢ່​າງ​ມີ​ໄມ​ຕີ​ຈິດ​​ ໃນ​ຫົວ​ຂໍ້​ຕ່າງໆ​ເຊັ່ນ:​ການ​ພັດ​ທະ​ນາ​ການ​ຮ່ວມ​ມື ​ດ້ານ​ອຸດ​ສາ​ຫະ​ກຳ​, ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ ​ທຳ​ມະ​ຊາດ,ການ​ອະ​ນຸ​ລັກ​ ມໍ​ລະ​ດົກ​​ທາງວັດ​ທະ​ນະ​ທຳ​ ແລະ ​ອື່ນໆ, ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ ​ເຊິ່ງ​ກັນ​ ແລະ ​ກັນ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ​ ລະ​ຫວ່າງ ​​ທຸກ​ຝ່າຍ,ພ້ອມ​ນີ້​ ຈະດຳ​ເນີນ​ການ​ແລກ​ປ່ຽນ​ ໃນ​ຫລາຍ​ດ້ານ​ ຢ່າງ​ເລິກ​ເຊິ່ງ​​ໂດຍ​ສຸມ​ໃສ່​ ການ​ສົນ​ທະ​ນາ​ດ້ານ​ການ​ຮ່ວມ​ມື​ ລະ​ຫວ່າງ​ ຊາວ​ໜຸ່ມຢູ່​ເຂດ ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ການ​ສົ່ງ​ເສີມ​ ການ​ທ່ອງ​ທ່ຽວ ​ທາງ​ວັດ​ທະ​ນະ​ທຳ, ການ​ສຳ​ຜັດ​ກັບ ​ອາ​ຫານ​ພື້ນ​ເມືອງ, ການ​ວາງ​ສະ​ແດງ​ ຜົນ​ງານ​ສິລະ​ປະ​ທີ່​ດີ​ເດັ່ນ ​ແລະ ​ອື່ນ​ໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top