ສປ ຈີນ-ອາຊຽນ ປຶກສາຫາລື ກ່ຽວກັບການຮ່ວມມື ດ້ານການສົ່ງອອກຫຸ່ນຍົນອັດສະລິຍະ

01/09/2026 10:02
ຂປລ ກອງ​ປະ​ຊຸມ ລະ​ບົບ​ນິ​ເວດ​ ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ​ ສູ່​ລະ​ດັບ​ໂລກ ​ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ຫລິວ​ໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ​ວ້າງກວາງ​ຊີ​ ຂອງ ສປ ຈີນ​ ເມື່ອບໍ່ດົນມານີ້ ໂດຍມີ ຜູ້​ຊ່ຽວ​ຊານ ​ແລະ ​ຜູ້​ຕາງ​ໜ້າ​ດ້ານ​​ອຸດ​ສາ​ຫະ​ກຳ​ຫຸ່ນ ​ຍົນ​ອັດ​ສະ​ລິ​ຍະ ​ຈາກ​ແຫ່ງ​ຕ່າງໆ​ຂອງ ສປ ​ຈີນ ​ລວມ​ທັງ ​ແຂກ​ຜູ້​ມີ​ກຽດ​ ຈາກ​ປະ​ເທດ ສະ​ມາ​ຊິກ​ ອາ​ຊຽນ

     ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​ຊຸມ ລະ​ບົບ​ນິ​ເວດ​ ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ​ ສູ່​ລະ​ດັບ​ໂລກ ​ໄດ້​ຈັດ​ຂຶ້ນ​ຢູ່​ ນະ​ຄອນ​ຫລິວ​ໂຈ່ວ ​ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ​ວ້າງກວາງ​ຊີ​ ຂອງ ສປ ຈີນ​ ເມື່ອບໍ່ດົນມານີ້ ໂດຍມີ ຜູ້​ຊ່ຽວ​ຊານ ​ແລະ ​ຜູ້​ຕາງ​ໜ້າ​ດ້ານ​​ອຸດ​ສາ​ຫະ​ກຳ​ຫຸ່ນ ​ຍົນ​ອັດ​ສະ​ລິ​ຍະ ​ຈາກ​ແຫ່ງ​ຕ່າງໆ​ຂອງ ສປ ​ຈີນ ​ລວມ​ທັງ ​ແຂກ​ຜູ້​ມີ​ກຽດ​ ຈາກ​ປະ​ເທດ ສະ​ມາ​ຊິກ​ ອາ​ຊຽນ ​ໄດ້​ເຕົ້າ​ໂຮມ​ກັນ ​ຢູ່​ສະ​ຖານ​ທີ່​ແຫ່ງ​ນີ້, ເພື່ອ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ ການ​ສ້າງ​​ລະ​ບົບນິ​ເວດ ​ອຸດ​ສາ​ຫະ​ກຳ ​​ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ ​ແລະ​ ການ​ຮ່ວມ​ມື​ ທາງຕະ​ຫລາດ ​ໃນ​ຕ່າງ​ປະ​ເທດ ​ທີ່ອ​ວ່າຍ​ໜ້າ​ສູ່​ ອາ​ຊຽນ. ທ່ານ ວົງ​ປາ​ໂນ ສີ​ປະ​ເສີດ ກົງ​ສຸນ​ໃຫຍ່​ລາວ ​ປະ​ຈຳ​ນະ​ຄອນ​ໜານ​ນິງ ​ເຂດກວາງ​ຊີ ສະ​ແດງ​ຄວາມ ​ຫວັງ​ວ່າ ສປປ ລາວ​ ແລະ ສປ ​ຈີນ ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຫຸ່ນ​ຍົນ. ພ້ອມທັງ ​ຊີ້​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ສປປ ລາວ ພວມ ​ກຳ​ລັງ​ໃຫ້​ຄວາມ​ສຳ​ຄັນ​ ກັບ​ການ​ພັດ​ທະ​ນາ ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ດິ​ຈີ​ຕອນ ​ແລະ ​ອຸດ​ສາ​ຫະ​ກຳ​ ທີ່​ມີ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ທັນ​ສະ​ໄໝ, ຫວັງ​ວ່າ ​ວິ​ສາ​ຫະ​ກິດ​ຫຸ່ນ​ຍົນ​ຂອງ ສປ ​ຈີນ ​ຈະ​ເຂົ້າ​ໄປ​ລົງ​ທຶນ​ຢູ່​ ສປປ ລາວ​ ເພື່ອເພີ່ມ​ທະ​ວີ​ຄວາ​ມສາ​ມາດ​ດ້ານ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​ ຂອງ​ທ້ອງ​ຖິ່ນ,ພ້ອມ​ທັງ​ ນຳໃຊ້​​ສູນ​ຝຶກວິ​ຊາ​ຊີບ ​ຫຼູ​ປ່ານ ​ແລະ​ ໂຄງ​ການ​ສຶກ​ສາ​ວິ​ຊາ​ຊີບ​ອື່ນໆ ​ເລັ່ງ​ລັດ​ການ​ບົ່ມ​ເພາະ​ ສ້າງ​ບຸກ​ຄະ​ລາ​ກອນ​ ດ້ານດິ​ຈີ​ຕອນ ​ແລະ​ ອັດ​ສະ​ລິ​ຍະ​ຢູ່​ທ້ອງ​ຖິ່ນ.ໃນ​ໄລ​ຍະ​ກອງ​ປະ​ຊຸມ,“ບົດ​ບັນ​ທຶກ​​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ ການ​ຮ່ວມ​ກັນ ​ສ້າງ​ເວ​ທີ​ບໍ​ລິ​ ການ​ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​ ອັດ​ສະ​ລິ​ຍະ ທີ່ອ​ວ່າຍ​ໜ້າ​ ສູ່​ອາ​ຊຽນ​” ແລະ​ໃບ​ສັ່ງ​ຊື້​ເພື່ອ​ສົ່ງ​ອອກ ​ແລະ​ ໂຄງ​ການ​ຮ່ວມ​ມື​ຫລາຍ​ສະ​ບັບ​ ໄດ້​ຖືກ​ລົງ​ນາມ ​ຜ່ານ​ທາງ​ເອ​ເລັກ​ໂຕ​ຣ​ນິກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top