ຫລັກການພື້ນຖານການນໍາໃຊ້ຕົວອັກສອນລາວ

31/08/2026 09:14
ຂປລ ຂປລ. ທຸກໆພາສາທີ່ມີໃຊ້ຢູ່ໃນໂລກຂອງພວກເຮົາໃນປັດຈຸບັນນີ້ ລ້ວນແຕ່ເປັນພາສາທີ່ມີສຽງສະເພາະຂອງໃຜມັນ, ພາສາລາວກໍເຊັ່ນດຽວກັນ ເປັນພາສາທີ່ມີສຽງເປັນເອກະລັກສະເພາະຂອງ ຕົນເອງ. ເວລາທີ່ສື່ສານກັນ ເພື່ອສະໜອງຄວາມຕ້ອງການຕ່າງໆ ເຊັ່ນ:

ຂປລ. ທຸກໆພາສາທີ່ມີໃຊ້ຢູ່ໃນໂລກຂອງພວກເຮົາໃນປັດຈຸບັນນີ້ ລ້ວນແຕ່ເປັນພາສາທີ່ມີສຽງສະເພາະຂອງໃຜມັນ, ພາສາລາວກໍເຊັ່ນດຽວກັນ ເປັນພາສາທີ່ມີສຽງເປັນເອກະລັກສະເພາະຂອງ ຕົນເອງ. ເວລາທີ່ສື່ສານກັນ ເພື່ອສະໜອງຄວາມຕ້ອງການຕ່າງໆ ເຊັ່ນ: ຄົນລາວເມື່ອທັກຖາມ ຂໍຄວາມຊ່ວຍເຫລືອ ຫລື ສະແດງຄວາມຮູ້ສຶກອອກມາໃຫ້ຜູ້ອື່ນຮູ້, ກໍຈະມີການເປັ່ງສຽງອອກມາ ເປັນຄໍາເວົ້າ ເພື່ອໃຫ້ອີກຝ່າຍໜຶ່ງເຂົ້າໃຈຈຸດປະສົງຂອງຕົນ. ສຽງທີ່ເປັ່ງອອກມາໃນເວລາ ສື່ສານກັນນັ້ນ ເອີ້ນວ່າ ສຽງໃນພາສາລາວ.

ສຽງໃນພາສາລາວເກີດມາຈາກການໃຊ້ອະໄວຍະວະຕ່າງໆ ຊຶ່ງແຕ່ລະພາກສ່ວນສາມາດເຮັດໃຫ້ສຽງເວົ້າແຕກຕ່າງກັນໄປ. ອະໄວຍະວະທີ່ມີໜ້າທີ່ໂດຍກົງໃນການອອກສຽງເວົ້າໄດ້ແກ່ ຮິມສົບ, ແຂ້ວ, ເຫືອກ, ເພດານ ແຂງ, ເພດານອ່ອນ, ລີ້ນໄກ່, ຜົ້ງດັງ, ລີ້ນ, ກ່ອງສຽງ, ຜົ້ງຄໍ ແລະ ເສັ້ນສຽງ. ອະໄວຍະວະທີ່ກ່າວມານັ້ນນັບທັງປອດ ແລະ ຫລອດລົມ ເຮັດວຽກປະສານກັນ ຈຶ່ງພາໃຫ້ເກີດເປັນສຽງຂຶ້ນ ເພື່ອໃຊ້ ສື່ຄວາມໝາຍລະຫວ່າງມະນຸດດ້ວຍກັນ. ສຽງໃນພາສາລາວແບ່ງອອກເປັນ 3 ຈຳພວກ ຄື: ສຽງສະຫລະ, ສຽງພະຍັນຊະນະ ແລະ ສຽງວັນນະຍຸດ.

ສຽງສະຫລະ ແມ່ນສຽງທີ່ຖືກເປັ່ງອອກມາທາງປາກ ໂດຍທີ່ບໍ່ມີອະໄວຍະວະສ່ວນໃດ ໃນປາກມາອັດຕັນທາງລົມໄວ້, ແຕ່ອະໄວຍະວະໃນປາກອາດຢູ່ໃນລັກສະນະ ແລະ ຕຳ ແໜ່ງຕ່າງໆທີ່ເຮັດໃຫ້ຜົ້ງປາກມີລັກສະນະຕ່າງກັນໄດ້ຫລາຍແບບ. ລົມທີ່ຜ່ານອອກມາຈຶ່ງເກີດເປັນສຽງຕ່າງກັນ. ສຽງສະຫລະໃນພາສາລາວມີ 24 ສຽງ ເປັນສຽງສະຫລະເຄົ້າ 18 ສຽງ ແລະ ສະຫລະ ປະສົມ 6 ສຽງ.

1.ສຽງສະຫລະເຄົ້າມີ 18 ສຽງ ດັ່ງນີ້: ສະຫລະສຽງສັ້ນປະກອບມີ: Xະ, Xິ, Xຸ, ເXະ, ແXະ, ໂXະ, ເXິ ແລະ ສະຫະສຽງຍາວປະກອບມີ: Xາ, Xີ, Xູ, ເX, ແX, Xໍ, ໂX, ເXີ.

2.ສຽງສະຫລະປະສົມ ແມ່ນສຽງສະຫລະເຄົ້າ 2 ສຽງທີ່ຕ່າງກັນ ແລ້ວອ່ານອອກສຽງເນື່ອງ ກັນດ້ວຍຄວາມໄວ ແລະ ນໍ້າໜັກເທົ່າກັນຈຶ່ງເກີດເປັນສຽງໃໝ່ ສຽງສະຫລະປະສົມໃນພາສາ ລາວ ມີ 6 ສຽງຄື: ສະຫະປະສົມສຽງສັ້ນໄດ້ແກ່: ເXັຍ, Xົວະ, ເXຶອ ແລະ ສະຫລະປະສົມສຽງຍາວໄດ້ແກ່: ເXຍ, Xົວ, ເXືອ.  ສ່ວນ ໄອ ເອົາ ອຳ ເປັນສຽງສະຫລະປະສົມກັບສຽງພະຍັນຊະນະທ້າຍພະຍາງ (ຕົວ ສະກົດ) ດັ່ງນີ້:

 

x x /aj/ ເກີດຈາກສຽງສະຫລະ X  /a/ ປະສົມກັບ  ຍ /j/

Xົາ  /aw/ ເກີດຈາກສຽງສະຫລະ X  /a/          ປະສົມກັບ ວ /w/

X        /am/  ເກີດຈາກສຽງສະຫລະ X  /a/   ປະສົມກັບ  /m/

ສຳລັບສະຫລະ ໃX ໃນພາສາລາວທ້ອງຖິ່ນຫລວງພະບາງ ຫລື ເອີ້ນວ່າສຽງຫລວງພະບາງ (ມີຢູ່ ແຂວງຫລວງພະບາງ, ໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ ແລະ ຜົ້ງສາລີ) ຈະອອກສຽງເປັນອາເອີ  ຊຶ່ງເກີດຈາກສຽງສະຫລະ Xາ ປະສົມກັບ ເXີ, ສ່ວນພາສາທ້ອງຖິ່ນຊຽງຂວາງ ແລະ ຫົວພັນຈະອອກສຽງເປັນ ເXີ.

KPL

ຂ່າວອື່ນໆ

    • ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນບຸກຄົນໜຶ່ງບົດ-ສາລະຄະດີ

      ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນບຸກຄົນໜຶ່ງ

      8/31/2026 10:24:00 AM

      ສະຖານທູດຫວຽດນາມປະຈໍາລາວ, ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະ ທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ.

    • ພ້ອມກັນອະນາໄມຂີ້ເຫຍື້ອໃນລະດູຝົນບົດ-ສາລະຄະດີ

      ພ້ອມກັນອະນາໄມຂີ້ເຫຍື້ອໃນລະດູຝົນ

      8/31/2026 9:06:21 AM

      ຂປລ. ເມື່ອລະດູຝົນໝູນວຽນມາຮອດ, ສາຍຝົນທີ່ຕົກ ລົງມາບໍ່ພຽງແຕ່ໃຫ້ນ້ຳ ແລະ ຄວາມສົດຊື່ນແກ່ ທຳມະຊາດເທົ່ານັ້ນ, ແຕ່ຍັງນຳພາເອົາຄວາມສ່ຽງທາງ ດ້ານສຸຂະພາບ ແລະ ສິ່ງແວດລ້ອມມາພ້ອມ, ໂດຍສະເພາະແມ່ນບັນຫາຂີ້ເຫຍື້ອຕົກຄ້າງ. ການຮັກ ສາຄວາມສະອາດ ແລະ ການຄຸ້ມຄອງຂີ້ເຫຍື້ອຢ່າງຖືກຕ້ອງໃນຍາມຝົນ ຈຶ່ງເປັນພັນທະ ແລະ ໜ້າທີ່ສຳຄັນຂອງພວກຮົາທຸກຄົນໃນສັງຄົມ.

    • ພະແນກກະສິກຳ ແລະ ສິ່ງແວດລ້ອມຈຳປາສັກ ບັນລຸຜົນງານຫລາຍດ້ານບົດ-ສາລະຄະດີ

      ພະແນກກະສິກຳ ແລະ ສິ່ງແວດລ້ອມຈຳປາສັກ ບັນລຸຜົນງານຫລາຍດ້ານ

      8/31/2026 9:03:12 AM

      ຂປລ. ແຂວງຈຳປາສັກ ເປັນໜຶ່ງໃນແຂວງທີ່ມີທ່າແຮງດ້ານກະສິກຳອັນສຳຄັນຂອງປະເທດ ເນື່ອງຈາກມີພື້ນທີ່ການຜະລິດກວ້າງຂວາງ, ມີແຫລ່ງນ້ຳ, ດິນທີ່ເໝາະສົມ ແລະ ມີສະພາບອາກາດທີ່ເອື້ອອຳນວຍຕໍ່ການຜະລິດ. ຜ່ານມາ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ

    • 5 ສະຖານທີ່ທ່ອງທ່ຽວໂດ່ງດັງຂອງແຂວງອຸດົມໄຊບົດ-ສາລະຄະດີ

      5 ສະຖານທີ່ທ່ອງທ່ຽວໂດ່ງດັງຂອງແຂວງອຸດົມໄຊ

      8/31/2026 9:01:13 AM

      ຂປລ. ແຂວງອຸດົມໄຊ ຕັ້ງຢູ່ພາກເໜືອຂອງ ສປປ ລາວ ເປັນດິນແດນທີ່ອຸດົມສົມບູນໄປດ້ວຍພູຜາປ່າໄມ້, ສາຍນ້ຳ ແລະ ທຳມະຊາດອັນສວຍສົດງົດງາມ. ນອກຈາກນັ້ນ, ຍັງເປັນດິນແດນທີ່ມີຂະນົບທຳນຽມ, ປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ. ດ້ວຍທ່າແຮງດ້ານທຳມະຊາດ ແລະ ວັດທະນະທຳອັນຫລາກຫລາຍ ແຂວງອຸດົມໄຊ

    • ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ຍົກເວັ້ນຄ່າຮຽນໃຫ້ນັກຮຽນຍິງທຸກສາຂາ ບົດ-ສາລະຄະດີ

      ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ຍົກເວັ້ນຄ່າຮຽນໃຫ້ນັກຮຽນຍິງທຸກສາຂາ

      8/31/2026 8:54:59 AM

      ຂປລ. ປັດຈຸບັນການສຶກສາສາຍອາຊີວະສຶກສາ ຫລື ທີ່ຫລາຍຄົນເອີ້ນວ່າ: ສາຍວິຊາຊີບ ນັບວ່າເປັນອີກຂະແໜງການສຳຄັນໃນການສ້າງ ແລະ ພັດທະນາ ກຳລັງແຮງງານໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານພາຍໃນ ແລະ ສາກົນ.

ads
ads

Top