ຂປລ
ສະຖານທູດຫວຽດນາມປະຈໍາລາວ, ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະ ທໍາຫວຽດນາມປະຈໍາລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິງ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ.
ຂປລ. ໂດຍມີທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ຫງວຽນ ແອງ ມິ່ງ ຜູ້ອໍານວຍການຫໍພິພິທະພັນວິຈິດສິນຫວຽດນາມ ໄດ້ກ່າວວ່າ: ໃນໂອກາດສະເຫລີມສະຫລອງວັນສະຖາປານາແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (02/9/1945-02/9/ 2026), ຫໍພິພິທະພັນວິຈິດສິນ ຫວຽດນາມ ຮ່ວມກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາລາວ ຈຶ່ງ ໄດ້ຈັດວາງສະແດງ “ ໂຮ່ຈີ່ມິງ- ພາບເໝືອນຂອງບຸກຄົນໜຶ່ງ” ຊຶ່ງເປັນໂອກາດໃຫ້ພວກເຮົາທຸກຄົນ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕ່ໍຜົນງານອັນໃຫຍ່ຫລວງຂອງ ປະທານ ໂຮ່ຈີ່ມິງ ວິລະບຸລຸດແຫ່ງ ການປົດປ່ອຍຊາດຫວຽດນາມ, ມິດສະຫາຍທີ່ສັດຊື່, ເພື່ອນມິດທີ່ໃຫຍ່ຫລວງຂອງປະຊາຊົນລາວບັນດາເຜົ່າ, ເພິ່ນໄດ້ອຸທິດໝົດຊີວິດໃຫ້ແກ່ປະຊາຊົນຫວຽດນາມ, ເພື່ອສາຍພົວພັນມິດຕະພາບອັນສັດຊື່ ແລະ ໝັ້ນຄົງລະຫວ່າງ ຫວຽດນາມ-ລາວ.
ທ່ານ ຫງວຽນ ມິງ ເຕີມ ກໍໄດ້ ກ່າວ ວ່າ: ການຈັດງານວາງສະແດງດັ່ງກ່າວ ຢູ່ນະຄອນຫລວງວຽງຈັນ ພ້ອມກັບໂອກາດສະເຫລີມສະຫລອງ ວັນຊາດຫວຽດນາມ ຄົບຮອບ 81 ປີ ແມ່ນມີຄວາມໝາຍສໍາຄັນຍິ່ງຂຶ້ນ ຊຶ່ງບໍ່ພຽງແຕ່ແມ່ນການສະແດງ ຄວາມຮູ້ບຸນຄຸນຕ່ໍປະທານ ໂຮ່ຈີ່ມິງ ເທົ່ານັ້ນ, ແຕ່ຍັງເປັນໂອ ກາດໃຫ້ພວກເຮົາຫວນຄືນຕະຫລອດເສັ້ນ ທາງທີ່ຫວຽດນາມໄດ້ຜ່ານພົ້ນມາ ຕັ້ງແຕ່ລະດູຮ່ວງໂຮຍຂອງປີ 1945 ມາຮອດປັດຈຸບັນ, ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ໄດ້ຈາລຶກໄວ້ຢູ່ໃນຄວາມ ຊົງຈໍາຂອງປະ ຊາຊົນຫວຽດນາມ ເທົ່ານັ້ນ, ແຕ່ຄຸນງາມຄວາມດີຂອງເພິ່ນເປັນທີ່ຍອມຮັບໃນທົ່ວໂລກ. ອົງການ UNESCO ໄດ້ຮັບຮອງເພິ່ນໃຫ້ເປັນ “ວິລະຊົນຜູ້ປົດປ່ອຍຊາດ, ນັກວັດທະນະທຳດີເດັ່ນ’’.
ໃນ 50 ຜົນງານຂອງທ່ານ ດ່າວ ຈ້ອງ ລີ ອະດີດຈິດຕະກອນ ທີ່ນໍາມາຈັດສະແດງໃນງານວາງ ສະແດງໃນຄັ້ງນີ້ ໄດ້ຊ່ວຍໃຫ້ຜູ້ຊົມມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະທານ ໂຮ່ຈີ່ມິ່ງ ຢ່າງໃກ້ຊິດ ແລະ ລຽບງ່າຍ. ແຕ່ລະຮູບແຕ້ມ ແມ່ນມຸມມອງໜຶ່ງ, ແມ່ນຊ່ວງເວລາໜຶ່ງ, ແຕ່ເມື່ອໄດ້ຈັດວາງຢູ່ໃກ້ກັນ ເຮັດໃຫ້ຜູ້ຊົມຮັບຮູ້ໄດ້ຢ່າງຊັດເຈນ ແລະ ລະອຽດຍິ່ງຂຶ້ນເຖິງພາບ ເໝືອນຊີວິດຂອງເພິ່ນ, ເປັນຜູ້ນຳທີ່ຍິ່ງໃຫຍ່ແຕ່ຍັງມີຊີວິດແບບລຽບ ງ່າຍ; ເປັນນັກປະຕິວັດຜູ້ມີອຸດົມການຢ່າງໜັກແໜ້ນ, ເປັນບຸກຄົນໜຶ່ງທ່ີ່ມີຄວາມຄິດເພື່ອປະຊາຊົນ, ເພື່ອປະເທດຊາດ ແລະ ເພື່ອສາຍພົວພັນມິດຕະພາບລະຫວ່າງບັນດາຊາດໃນຕະຫລອດຊີວິດຂອງຕົນ.
ຂ່າວ: ວີລະວັນ; ພາບ: ແສງ
KPL