ສປ ຈີນ ມີຍອດມູນຄ່າການຄ້າກັບສະມາຊິກອົງການຮ່ວມມືຊຽງໄຮ້ ເພີ່ມຂຶ້ນຢ່າງເຂັ້ມແຂງ

28/08/2026 21:59
ຂປລ ຍອດມູນຄ່າການຄ້າ ລະຫວ່າງ ສປ ຈີນ ກັບປະເທດສະມາຊິກອື່ນໆ ຂອງອົງການ SCO ໄດ້ເພີ່ມຂຶ້ນຈາກ 12 ຕື້ ກວ່າໂດລາສະຫະລັດ ໃນປີ 2001 ເປັນ 523 ຕື້ກວ່າໂດລາສະຫະລັດໃນປີ 2025

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ປີນີ້ແມ່ນປີ ສ້າງຕັ້ງອົງການຮ່ວມມື ຊຽງໄຮ້ ຫລື SCO ຄົບຮອບ 25 ປີ. ທ່ານ ນາງ ຮວງຫລິງ ໂຄສົກກະຊວງການຄ້າຈີນ ໄດ້ໃຫ້ຮູ້ໃນກອງປະຊຸມຖະແຫລງຂ່າວ ທີ່ຈັດຂຶ້ນ ໃນວັນທີ 27 ສິງຫານີ້ວ່າ: ຍອດມູນຄ່າການຄ້າ ລະຫວ່າງ ສປ ຈີນ ກັບປະເທດສະມາຊິກອື່ນໆ ຂອງອົງການ SCO ໄດ້ເພີ່ມຂຶ້ນຈາກ 12 ຕື້ ກວ່າໂດລາສະຫະລັດ ໃນປີ 2001 ເປັນ 523 ຕື້ກວ່າໂດລາສະຫະລັດໃນປີ 2025, ເຊິ່ງໄດ້ກວມເອົາ 8% ຂອງຍອດມູນຄ່າການຄ້າ ກັບຕ່າງປະເທດຂອງສປ ຈີນ, ການສົ່ງອອກ ຜະລິດຕະພັນ ສາມຢ່າງໃໝ່ຄື: ລົດໄຟຟ້າ, ໝໍ້ໄຟຫລື ແບດເຕີຣີລິທຽມ ແລະ ແບດເຕີຣີ ພະລັງງານແສງຕາເວັນ,​ການຄ້າທາງເອເລັກໂຕຣນິກ ຂ້າມຊາຍແດນ ຕໍ່ປະເທດສະມາຊິກອື່ນໆ ພວມເຕີບໂຕຢ່າງວ່ອງໄວ. ທ່ານ ນາງ ຮວງຫລິງ ໄດ້ກ່າວວ່າ: ສປ ຈີນ ຈະສືບຕໍ່ ປະຕິບັດຕາມແຜນ ດຳເນີນງານການພັດທະນາ ທີ່ມີຄຸນນະພາບສູງ ດ້ານການຮ່ວມມື ເສດຖະກິດການຄ້າ ທີ່ມຸ່ງໜ້າ ສູ່ປະເທດ ສະມາຊິກ, ປະເທດ ສັງເກດການ ແລະ ຄູ່ຮ່ວມສົນທະນາຂອງ SCO, ພັດທະນາການຄ້າ ດ້ານການບໍລິການ, ການຄ້າດິຈິຕອນ, ລົງເລິກການຮ່ວມມື ດ້ານຕ່ອງໂສ້ການຜະລິດ ແລະ ການສະໜອງ, ເພື່ອຊຸກຍູ້ໃຫ້ການຮ່ວມມື ດ້ານເສດຖະກິດ ໃນພາກພື້ນກ້າວຂຶ້ນສູູ່ລະດັບໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top