ຂປລ
ສປ ຈີນ ໄດ້ຮັກສາຖານະຄູ່ການຄ້າທີ່ໃຫຍ່ທີ່ສຸດ ຂອງກຽກກິດສະຖານມາດົນແລ້ວ. ໃນໄລຍະເດືອນມັງກອນ ຫາເດືອນກໍລະກົດປີນີ້, ມູນຄ່າການຄ້າ ລະຫວ່າງ ສປ ຈີນ ແລະ ກຽກກິດສະຖານ ມີເຖິງ 11,7 ຕື້ໂດລາສະຫະລັດ;

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ທ່ານນາງ ຮວງຫລິງ, ໂຄສົກກະຊວງການຄ້າຈີນ ໃຫ້ຮູ້ໃນກອງປະຊຸມຖະແຫລງຂ່າວ ທີ່ຈັດຂຶ້ນໃນວັນທີ 27 ສິງຫານີ້ວ່າ: ສປ ຈີນ ໄດ້ຮັກສາຖານະຄູ່ການຄ້າທີ່ໃຫຍ່ທີ່ສຸດ ຂອງກຽກກິດສະຖານມາດົນແລ້ວ. ໃນໄລຍະເດືອນມັງກອນ ຫາເດືອນກໍລະກົດປີນີ້, ມູນຄ່າການຄ້າ ລະຫວ່າງ ສປ ຈີນ ແລະ ກຽກກິດສະຖານ ມີເຖິງ 11,7 ຕື້ໂດລາສະຫະລັດ; ການສົ່ງອອກຜະລິດຕະພັນ "ສາມຢ່າງໃໝ່" (ລົດຍົນໄຟຟ້າ, ໝໍ້ໄຟຫຼືແບັດເຕີຣີລິທຽມ-ໄອອອນ ແລະແບັດເຕີຣີພະລັງງານແສງຕາເວັນ) ຜະລິດຕະພັນເຄື່ອງກົນຈັກໄຟຟ້າ ແລະ ເອເລັກໂຕຣນິກຂອງຈີນ ໄປຍັງກຽກກິດສະຖານ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຂະນະທີ່ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄ້າດ້ານການບໍລິການ ແລະ ການຄ້າອອນລາຍ ຂ້າມຊາຍແດນ ກໍສືບຕໍ່ມີຄວາມຄືບໜ້າ. ປັດຈຸບັນ ສປ ຈີນ ເປັນແຫລ່ງທຶນ ຕ່າງປະເທດທີ່ໃຫຍ່ທີ່ສຸດ ຂອງກຽກກິດສະຖານ. ມາຮອດທ້າຍເດືອນກໍລະກົດປີນີ້, ການລົງທຶນໂດຍກົງຂອງ ສປ ຈີນໃນທຸກຂະແໜງການ ຢູ່ກຽກກິດສະຖານ ມີມູນຄ່າຫຼາຍກວ່າ 2 ຕື້ໂດລາສະຫະລັດ. ບັນດາໂຄງການໃນຂົງເຂດຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງ ຂະໜາດໃຫຍ່, ພະລັງງານ ແລະ ອື່ນໆ ລ້ວນແຕ່ດຳເນີນໄປ ຢ່າງສະດວກ. ພ້ອມກັນນັ້ນ, ສປ ຈີນ ແລະ ກຽກກິດສະຖານ ຍັງໄດ້ຕັ້ງໜ້າຫາລືເພື່ອຊຸກຍູ້ ການເປີດເສລີ ແລະ ອຳນວຍຄວາມສະດວກ ດ້ານການຄ້າ ແລະ ການລົງທຶນ ພາຍໃຕ້ ຂອບການຮ່ວມມື ລະຫວ່າງ ສປ ຈີນ-ອາຊີກາງ, ລວມທັງ ອົງການຮ່ວມມື ຊຽງໄຮ ເພື່ອຊຸກຍູ້ການຮ່ວມມື ທາງດ້ານເສດຖະກິດໃນພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL