ຂປລ
ກອງປະຊຸມເຈົ້າໜ້າທີ່ ອາວຸໂສ ຂອງອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ປີ 2026 ຄັ້ງທີ 3 ໄດ້ຈັດຂຶ້ນ ຢູ່ນະຄອນຕ້າລຽນ ແຂວງຫລຽວນິງຂອງ ສປ ຈີນ ໃນລະຫວ່າງ ວັນທີ 27-28 ສິງຫານີ້.
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ກອງປະຊຸມເຈົ້າໜ້າທີ່ ອາວຸໂສ ຂອງອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ປີ 2026 ຄັ້ງທີ 3 ໄດ້ຈັດຂຶ້ນ ຢູ່ນະຄອນຕ້າລຽນ ແຂວງຫລຽວນິງຂອງ ສປ ຈີນ ໃນລະຫວ່າງ ວັນທີ 27-28 ສິງຫານີ້. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC “ປີຈີນ” ທີ່ມີຂະໜາດໃຫຍ່ທີ່ສຸດ ແລະກິດຈະກຳ ຫລາຍທີ່ສຸດ. ໂດຍມີໜ້າທີ່ຕົ້ນຕໍ ຄືທົບທວນຄືນ ແລະ ສະຫລຸບ ວຽກງານ “ປີຈີນ”ຂອງ APEC, ຊຸກຍູ້ ການຮ່ວມມື ໃນຂົງເຂດຕ່າງໆ ໃຫ້ໄດ້ຮັບຄວາມຄືບໜ້າ ຫລາຍກວ່າເກົ່າ ເພື່ອກຽມ ຄວາມພ້ອມໃຫ້ແກ່ ກອງປະຊຸມຜູ້ນຳ ຢ່າງບໍ່ເປັນທາງການ ທີ່ຈະຈັດຂຶ້ນໃນເດືອນພະຈິກປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL