ຂປລ
ການສົ່ງອອກ ເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ນັບແຕ່ ຕົ້ນປີ 2026 ມາຮອດ ປະຈຸບັນ ເຮັດໃຫ້ ການສົ່ງອອກ ໃນໄລຍະ 8 ເດືອນ ໃນຕົ້ນປີ 2026 ຂອງ ຫວຽດນາມ ບັນລຸ 374 ຕື້ໂດລາ ສະຫະລັດ, ເທົ່າກັບ ເກືອບ 80% ຂອງ ວົງເງິນ ການສົ່ງອອກ ທັງໝົດໃນປີ 2025. ໃນນັ້ນ, ມີໝວດສິນຄ້າ ໄດ້ລື່ນກາຍ ຕົວເລກ 100 ຕື້ໂດລາ ສະຫະລັດ.
ຂປລ. ວິທະຍຸກະຈາຍວຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ການສົ່ງອອກ ເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ນັບແຕ່ ຕົ້ນປີ 2026 ມາຮອດ ປະຈຸບັນ ເຮັດໃຫ້ ການສົ່ງອອກ ໃນໄລຍະ 8 ເດືອນ ໃນຕົ້ນປີ 2026 ຂອງ ຫວຽດນາມ ບັນລຸ 374 ຕື້ໂດລາ ສະຫະລັດ, ເທົ່າກັບ ເກືອບ 80% ຂອງ ວົງເງິນ ການສົ່ງອອກ ທັງໝົດໃນປີ 2025. ໃນນັ້ນ, ມີໝວດສິນຄ້າ ໄດ້ລື່ນກາຍ ຕົວເລກ 100 ຕື້ໂດລາ ສະຫະລັດ.
ຕາມຕົວເລກ ຈາກ ກົມແຜນການ, ການເງິນ ແລະ ຄຸ້ມຄອງ ວິສາຫະກິດ ( ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ) ລະບຸວ່າ: ການສົ່ງອອກ ຍັງເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ນັບແຕ່ ຕົ້ນປີ ຮອດ ປະຈຸບັນ ໂດຍສະເພາະ ຂະແໜງ ອຸດສາຫະກຳປຸງແຕ່ງ ແລະ ການຜະລິດ. ໝວດສິນຄ້າ ດັ່ງກ່າວ ໄດ້ບັນລຸ 324,5 ຕື້ໂດລາ ສະຫະລັດ, ກວມເອົາ 86,8% ຂອງ ຍອດວົງເງິນສົ່ງອອກ - ນໍາເຂົ້າ. ໂດຍສະເພາະ ໝວດສິນຄ້າ ຄອມພິວເຕີ, ຜະລິດຕະພັນ ເອເລັກໂຕນິກ ແລະ ເຄື່ອງອາໄຫລ່ ປະມານ 100.5 ຕື້ໂດລາ ສະຫະລັດ.
ນອກຈາກນັ້ນ, ໝວດສິນຄ້ານີ້ ເປັນຫລັກ ໃນບັນດາ ຜະລິດຕະພັນ ອຸດສາຫະກຳ ສົ່ງອອກ, ສົ່ງຜົນສະທ້ອນ ເຖິງ ດຸນການຄ້າ ແລະ ການເຕີບໂຕລວມ ຂອງ ຂະແໜງອຸດສາຫະກຳ ຫວຽດນາມ. ໂດຍການ ສົ່ງອອກ ໃນເດືອນມິຖຸນາ, ກໍລະກົດ ແລະ ສິງຫາ ໄດ້ສືບຕໍ່ ສ້າງຕົວເລກ ສະຖິຕິ ຢ່າງຕໍ່ເນື່ອງ, ໃນນັ້ນ, ເດືອນສິງຫາ ບັນລຸ 54,23 ຕື້ໂດລາສະຫະລັດ, ເຊິ່ງເປັນຕົວເລກ ສູງສຸດ ເມື່ອທຽບໃສ່ໄລຍະຜ່ານມາ./
KPL