ຂປລ
ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນໃນ 6 ເດືອນຕົ້ນປີນີ້ ໄດ້ເພີ່ມຂຶ້ນ 4.7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ລວມຍອດ ຜະລິດຕະພັນ ພາຍໃນ ຫລື GDP ຂອງ ສປ ຈີນໃນ 6 ເດືອນຕົ້ນປີນີ້ ໄດ້ເພີ່ມຂຶ້ນ 4.7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ,ມີປະລິມານ ການເຕີບໂຕສູງເຖິງ 3.600 ຕື້ຢວນ ເຊິ່ງເປັນລະດັບສູງສຸດເມື່ອທຽບໃສ່ ໄລຍະດຽວກັນໃນ 5 ປີຜ່ານມາ. ໃນກອງປະຊຸມຄັ້ງທີ 24 ຂອງຄະນະກຳມະການ ປະຈຳສະພາ ປະຊາຊົນ ແຫ່ງຊາດຈີນ ຊຸດທີ 14 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ໃນວັນທີ 25 ຫາ 28 ສິງຫານີ້. ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ “ບົດລາຍງານຂອງລັດຖະບານຈີນ ກ່ຽວກັບ ສະພາບການປະຕິບັດ ແຜນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແຕ່ຕົ້ນປີນີ້ມາ” ໂດຍລະບຸໄວ້ວ່າ: ແຕ່ຕົ້ນປີນີ້ມາ, ເສດຖະກິດຈີນ ໂດຍລວມ ໄດ້ຮັບການພັດທະນາ ຢ່າງໝັ້ນທ່ຽງ ແລະ ກ້າວໄປໜ້າຢ່າງຕໍ່ເນື່ອງ,ສັງຄົມ ມີສະຖຽນລະພາບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL