ຂປລ
ທ່ານ ເກຣກົວ ເອີມວອງໂກ (Grégoire Mvondo) ຜູ້ວ່າການເຂດຕາເວັນອອກ ຂອງ ກາເມີຣູນ ເປີດເຜີຍວ່າ ເກີດເຫດ ບໍ່ຄຳ ຖະຫລົ່ມ ຢູ່ບ້ານ ຊຳໂບເຍ (Samboyo) ເຊິ່ງຕັ້ງຢູ່ ລະຫວ່າງ ປະເທດ ກາເມີຣູນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 20 ສິງຫາ, ທ່ານ ເກຣກົວ ເອີມວອງໂກ (Grégoire Mvondo) ຜູ້ວ່າການເຂດຕາເວັນອອກ ຂອງ ກາເມີຣູນ ເປີດເຜີຍວ່າ ເກີດເຫດ ບໍ່ຄຳ ຖະຫລົ່ມ ຢູ່ບ້ານ ຊຳໂບເຍ (Samboyo) ເຊິ່ງຕັ້ງຢູ່ ລະຫວ່າງ ປະເທດ ກາເມີຣູນ ແລະ ສາທາລະນະລັດ ອາຟຣິກາກາງ (CAR) ສົ່ງຜົນໃຫ້ມີຜູ້ເສຍຊີວິດ 100 ກວ່າຄົນ.
ທ່ານ ເອີມວອງໂກ ລະບຸວ່າ ບ້ານຊຳໂບເຍ ເປັນບ້ານຊາຍແດນ ແຕ່ຈຸດທີ່ກີດເຫດ ແມ່ນຕັ້ງຢູ່ຝັ່ງ ສາທາລະນະລັດ ອາຟຣິກາກາງ ໂດຍມີ ຊາວກາເມີຣູນ ເສຍຊີວິດ ປະມານ 3-5 ຄົນ. ປັດຈຸບັນ, ອາຟຣີກາກາງ ພວມເລັ່ງ ໃຫ້ຊອກຫາທຸກວິທີທາງ ເພື່ອຊ່ວຍເຫລືອ ຜູ້ປະສົບໄພ. ໃນຂະນະທີ່ ນັກຂ່າວທ້ອງຖິ່ນ ໄດ້ລາຍງານວ່າ ຍອດຜູ້ເສຍຊີວິດ 100 ກວ່າຄົນ ແລະ ສາມາດ ກູ້ຊາກສົບ ອອກຈາກຊາກ ບໍ່ຄຳໄດ້ແລ້ວ 107 ສົບ. ນອກຈາກນັ້ນ, ເຈົ້າໜ້າທີ່ທ້ອງຖິ່ນ ຍັງລະບຸວ່າ: ໜ່ວຍກູ້ໄພ ດັ່ງກ່າວ ຍັງສືບຕໍ່ ຄົ້ນຫາ ຄົນງານ ໃນບໍ່ຄຳ ໂດຍຄາດວ່າ ຍັງມີຜູ້ຕິດຄ້າງຢູ່ ຂ້າງໃນບໍ່ຄຳດັ່ງກ່າວ./
KPL