ຂປລ
ທ່ານ ມາໂນຊ ຣານາກາລາ ຜູ້ອຳນວຍການ ຝ່າຍຄວບຄຸມ ການສັນຈອນ ແລະ ຄວາມປອດໄພ ທາງຖະໜົນ ຂອງ ສີລັງກາ ເປີດເຜີຍວ່າ: ຕຳຫລວດ ສີລັງກາ ຈະກຳນົດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານ ທຸກຄົນ ທີ່ ເດີນທາງເທິງເສັ້ນທາງດ່ວນ ຕ້ອງຄັດເຂັມຂັດນິລະໄພ
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ມາໂນຊ ຣານາກາລາ ຜູ້ອຳນວຍການ ຝ່າຍຄວບຄຸມ ການສັນຈອນ ແລະ ຄວາມປອດໄພ ທາງຖະໜົນ ຂອງ ສີລັງກາ ເປີດເຜີຍວ່າ: ຕຳຫລວດ ສີລັງກາ ຈະກຳນົດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານ ທຸກຄົນ ທີ່ ເດີນທາງເທິງເສັ້ນທາງດ່ວນ ຕ້ອງຄັດເຂັມຂັດນິລະໄພ ເລີ່ມແຕ່ ວັນທີ 1 ຕຸລາເປັນຕົ້ນໄປ, ໂດຍຜູ້ທີ່ຝ່າຝືນ ອາດຈະຖືກປັບໃໝ ເປັນເງິນ 1.000 ຣູປີສີລັງກາ .
ໂດຍເຈົ້າໜ້າທີ່ ອາດຈະປັບໃໝ ຜູ້ໂດຍສານ ທີ່ບໍ່ຄັດເຂັມຂັດນິລະໄພ ເທິງລົດເມທີ່ໃຫ້ບໍລິການ ເທິງເສັ້ນທາງດ່ວນ ພ້ອມກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນ ຮັບຮູ້ເຖິງ ຄວາມສຳຄັນ ຂອງ ມາດຕະການ ດ້ານຄວາມປອດໄພ ເນື່ອງຈາກ ຂໍ້ກຳນົດດັ່ງກ່າວ ມີຂຶ້ນ ເພື່ອປົກປ້ອງ ຊີວິດ ຂອງ ປະຊາຊົນ ຫລັງຈາກ ພົບເຫັນທ່າອຽງ ຜູ້ເສຍຊີວິດຈາກ ການບໍ່ຮັດເຂັມຂັດນິລະໄພ ເພີ່ມຂຶ້ນ./
KPL