ຂປລ
ອັດຕາ ການຫວ່າງງານ ເດືອນກໍລະກົດ ໄດ້ເພີ່ມຂຶ້ນ ກວມເອົາ 4,5% ເຊິ່ງເປັນຕົວເລກ ທີ່ສູງກວ່າ ທີ່ ນັກວິເຄາະ ກຳນົດໄວ້ 4,4%. ສ່ວນຕົວເລກການຈ້າງງານ ຫລຸດລົງ 15.800 ຕຳແໜ່ງ ກົງກັນຂ້າມ ກັບ ທີ່ນັກວິເຄາະຄາດໄວ້ 12.000 ຕຳແໜ່ງ.
ຂປລ. ສຳນັກງານສະຖິຕິ ແຫ່ງຊາດ ອົດສະຕຣາລີ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ອັດຕາ ການຫວ່າງງານ ເດືອນກໍລະກົດ ໄດ້ເພີ່ມຂຶ້ນ ກວມເອົາ 4,5% ເຊິ່ງເປັນຕົວເລກ ທີ່ສູງກວ່າ ທີ່ ນັກວິເຄາະ ກຳນົດໄວ້ 4,4%. ສ່ວນຕົວເລກການຈ້າງງານ ຫລຸດລົງ 15.800 ຕຳແໜ່ງ ກົງກັນຂ້າມ ກັບ ທີ່ນັກວິເຄາະຄາດໄວ້ 12.000 ຕຳແໜ່ງ. ໃນຂະນະທີ່ການຈ້າງງານເຕັມເວລາ ເພີ່ມຂຶ້ນ 16.300 ຕຳແໜ່ງ , ສ່ວນການຈ້າງງານ ນອກເວລາ ຫລຸດລົງ 32.200 ຕຳແໜ່ງ.
ສ່ວນອັດຕາການ ມີສ່ວນຮ່ວມ ໃນຕະຫລາດ ແຮງງານ ຫລຸດລົງ ເລັກນ້ອຍ ກວມເອົາ 66,9% ໃນເດືອນກໍລະກົດ ຈາກ ລະດັບ 67% ເມື່ອເດືອນມິຖຸນາ ແລະ ອັດຕາສ່ວນ ການຈ້າງງານ ຕໍ່ປະຊາກອນ ຫລຸດລົງ 0,2 ຈຸດເປີເຊັນ ສູ່ລະດັບ 63,9%.
ອັດຕາການຫວ່າງງານ ທີ່ເພີ່ມຂຶ້ນ ຫລາຍກວ່າ ຄາດການໃນເດືອນ ກໍລະກົດນີ້ ໄດ້ສະໜັບ ສະໜູນ ມຸມມອງຂອງທະນາຄານກາງ ອົດສະຕຣາລີ (RBA) ທີ່ ຄາດການວ່າ ຕະຫລາດແຮງງານ ມີທ່າອ່ຽງຢຸດຈຶ້ງ ແລະ ຍັງເຮັດໃຫ້ນັກລົງທຶນຫລຸດທ່າອຽງ ການປັບຂຶ້ນ ອັດຕາດອກເບັ້ຍ ຂອງ RBA ອີກດ້ວຍ./
KPL