ຂປລ
ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍ ໃນວັນທີ່ 20 ສິງຫາ ວ່າ: ຍີ່ປຸ່ນ ຂາດດຸນການຄ້າ ດ້ວຍວົງເງິນ 634.500 ລ້ານເຢນ (ປະມານ 4 ຕື້ໂດລາ ສະຫະລັດ) ໃນເດືອນກໍລະກົດ ເຊິ່ງເປັນການ ຂາດດຸນ ຕິດຕໍ່ກັນ ເປັນເດືອນທີ 3
ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍ ໃນວັນທີ່ 20 ສິງຫາ ວ່າ: ຍີ່ປຸ່ນ ຂາດດຸນການຄ້າ ດ້ວຍວົງເງິນ 634.500 ລ້ານເຢນ (ປະມານ 4 ຕື້ໂດລາ ສະຫະລັດ) ໃນເດືອນກໍລະກົດ ເຊິ່ງເປັນການ ຂາດດຸນ ຕິດຕໍ່ກັນ ເປັນເດືອນທີ 3 ໂດຍມີ ສາເຫດມາຈາກ ຍອດການນຳເຂົ້າ ທີ່ເພີ່ມຂຶ້ນສູງສຸດ ເປັນປະຫວັດສາດ ອັນເນື່ອງມາຈາກ ຜົນກະທົບ ຂອງການອ່ອນຄ່າ ຂອງສະກຸນເງິນເຢນ.
ກະຊວງການຄັງ ຍີປຸ່ນ ລະບຸວ່າ: ຍອດການນຳເຂົ້າ ສິນຄ້າ ລວມມີ 12,15 ພັນຕື້ເຢນ ເພີ່ມຂຶ້ນ 27,8% ໃນເດືອນກໍລະກົດ ເມື່ອຽທຽບກັບ ໄລຍະດຽວກັນ ຂອງ ປີຜ່ານມາ ເນື່ອງຈາກ ຕົ້ນທຶນ ການຈັດຊື້ ນ້ຳມັນດິບ ປັບຕົວສູງຂຶ້ນ ອັນເປັນຜົນມາຈາກ ການອ່ອນຄ່າຂອງ ສະກູນເງິນເຢນ ແລະ ສະຖານະການ ຄວາມຂັດແຍ້ງ ໃນຕາເວັນອອກກາງ. ສ່ວນຍອດການສົ່ງອອກ ສິນຄ້າ ບັນລຸ 11,51 ພັນຕື້ເຢນ, ເພີ່ມຂຶ້ນ 23,2% ໂດຍໄດ້ແຮງໜູນ ຈາກການສົ່ງອອກ ລົດໃຫຍ່ ໄປຍັງ ສ.ອາເມລິກາ ແລະ ການສົ່ງອອກ ເຊມິຄອນດັກເຕີ ລວມທັງ ອຸປະກອນ ເອເລັກໂຕຣນິກອື່ນໆ ໄປຍັງປະເທດຈີນ./
KPL