ຂປລ
ນັບມາຮອດ ວັນທີ18 ສິງຫານີ້, ຍອດຈຳນວນໜີ້ສິນ ສາທາລະນະ ຂອງ ລັດຖະບານ ສະຫະລັດອາເມລິກາ ມີຫລາຍ ກວ່າ 40.000ຕື້ໂດລາ ສະຫະລັດ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ສິງຫານີ້, ກະຊວງການເງິນອາເມລິກາ ເປີດເຜີຍ ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ນັບມາຮອດ ວັນທີ18 ສິງຫານີ້, ຍອດຈຳນວນໜີ້ສິນ ສາທາລະນະ ຂອງ ລັດຖະບານ ສະຫະລັດອາເມລິກາ ມີຫລາຍກວ່າ 40.000ຕື້ໂດລາ ສະຫະລັດ.ໃນນັ້ນ, ໜີ້ສິນ ຂອງສາທາລະນະຊົນ 32.270 ຕື້ໂດລາສະຫະລັດ ແລະ ໜີ້ສິນໃນພາກສ່ວນຕ່າງໆ ຂອງລັດຖະບານ ມີ 7.780 ຕື້ໂດລາສະຫະລັດ. ໃນບໍ່ເທົ່າໃດປີຜ່ານມາ, ໜີ້ສິນຂອງລັດຖະບານ ສະຫະລັດ ອາເມລິກາ ໄດ້ຮັກສາທ່າອຽງເພີ່ມຂຶ້ນ ໄວສົມຄວນ, ເຮັດໃຫ້ເກີດ ມີຄວາມກັງວົນ ໃນຕະຫລາດພັນ ທະບັດ ແລະ ອັດຕາຜົນຕອບແທນ ຂອງພັນທະບັດ ລັດຖະບານ ເພິ່ມຂຶ້ນ. ການເພີ່ມດອກເບ້ຍ ຍິ່ງເຮັດໃຫ້ຂະໜາດໜີ້ສິນ ຂອງ ສ.ອາເມລິກາ ເພີ່ມຂຶ້ນຕື່ມອີກ. ລະຫວ່າງ ເດືອນກັນຍາປີ 2017 ຫາເດືອນມັງ ກອນປີ 2022,ຂະໜາດ ໜີ້ສິນ ຂອງ ສ.ອາເມລິກາ ໄດ້ເພີ່ມຂຶ້ນຈາກ 20.000 ຕື້ໂດລາສະຫະລັດ ເປັນ 30.000 ຕື້ໂດລາສະຫະລັດ. ຮອດເດືອນມີນາປີ 2026,ຍອດຈຳນວນໜີ້ສິນ ຂອງ ສ.ອາ ເມລິກາ ໄດ້ທະລຸເກີນ 39.000 ຕື້ໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL