ສປ ຈີນ ຈັດກອງປະຊຸມຫຸ່ນຍົນໂລກ 2026

20/08/2026 16:08
ຂປລ ກອງປະຊຸມ ຫຸ່ນຍົນໂລກ 2026 ໄດ້ຈັດຂຶ້ນ ຢູ່ສູນປະຊຸມ ແລະ ວາງສະແດງສາກົນ ເປີຍເຣີນຢີ້ຊ້ວງ ທີ່ເຂດພັດທະນາ ເສດຖະກິດ-ເຕັກນິກ ນະຄອນຫລວງ ປັກກິ່ງຂອງ ສປ ຈີນ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ສິງຫານີ້, ກອງປະຊຸມ ຫຸ່ນຍົນໂລກ 2026 ໄດ້ຈັດຂຶ້ນ ຢູ່ສູນປະຊຸມ ແລະ ວາງສະແດງສາກົນ ເປີຍເຣີນຢີ້ຊ້ວງ ທີ່ເຂດພັດທະນາ ເສດຖະກິດ-ເຕັກນິກ ນະຄອນຫລວງ ປັກກິ່ງຂອງ ສປ ຈີນ. ກອງປະຊຸມຄັ້ງນີ້ ພາຍໃຕ້ຫົວຂໍ້ ຄົນ ກັບ ເຄື່ອງຈັກຢູ່ຮ່ວມກັນ, ການຜະລິດ ກັບ ຄວາມຕ້ອງການເຊື່ອມໂຍງເຂົ້າກັນເຊິ່ງປະກອບມີ: ການຈັດພິທີໄຂງານ, ເວທີ ປຶກສາຫາລືຫລັກ ແລະ ກິດຈະກຳສົມທົບອື່ນໆ. ກອງປະຊຸມດັ່ງກ່າວ ຈະຈັດເປັນເວລາ 5 ວັນ ໂດຍແມ່ນສະມາຄົມເອເລັກໂຕຣນິກຈີນ ແລະ ອົງການຮ່ວມມື ດ້ານຫຸ່ນຍົນໂລກ ຮ່ວມກັນຈັດຂຶ້ນ. ງານ ວາງສະແດງ ທີ່ຈັດຂຶ້ນໃນໄລຍະກອງປະຊຸມ ມີເນື້ອທີ່ປະມານ 50.000 ຕາແມັດ,ວິສາຫະກິດ 300 ກວ່າແຫ່ງ ໄດ້ວາງສະແດງ 3.000 ກວ່າຜະລິດຕະພັນ,ເປີດຕົວຜະລິດຕະພັນໃໝ່ 150 ກວ່າຢ່າງ, ພ້ອມກັນນ້ັ້ນ ຍັງຈະຈັດງານວາງສະແດງ ແລະ ການແຂ່ງຂັນຫຸ່ນຍົນ 70ກວ່າຄັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top