ທ່ານ ຫວາງຢີ້ ພົບປະເຈລະຈາກັບ ລັດຖະມົນຕີຕ່າງປະເທດ ສ.ເກົາຫລີ

20/08/2026 16:09
ຂປລ ທ່ານ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ໂຊ​​ຮະ​ຢຸນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສ.ເກົາຫລີ ຢູ່ນະ​ຄອນຫລວງ​ເຊ​ອຸນ ​ຂອງ ສ.ເກົາຫລີ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 19 ສິງ​ຫາ​ນີ້, ທ່ານ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ໂຊ​​ຮະ​ຢຸນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສ.ເກົາຫລີ ຢູ່ນະ​ຄອນຫລວງ​ເຊ​ອຸນ ​ຂອງ ສ.ເກົາຫລີ. ທ່ານ​ ຫວາງ​ຢີ້ ກ່າວ​ວ່າ: ​ນັບ​ແຕ່​ທ້າຍ​ປີ 2025 ​ເປັນ​ຕົ້ນ​ມາ, ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ​ແລະ​ ກັນ ​ລະ​ຫວ່າງ ​ປະ​ມຸກ​ລັດ ​ສອງ​ປະ​ເທດ​ ໄດ້​ຮັບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ, ສາຍ​ພົວ​ພັນ ​ລະ​ຫວ່າງ ສປ ຈີນ-ສ.ເກົາຫລີ ໄດ້​ຮັບ​ການ​ປັບ​ປຸງ​ ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສອງ​ຝ່າຍ​ ຄວນ​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ ລະ​ຫວ່າງ​ ສອ​ງ​ຝ່າຍ ​ພັດ​ທະ​ນາ​ ຢ່າງ​ປອດ​ໄສ ແລະ ໝັ້ນ​ທ່ຽງ. ໃນ​ອີກບໍ່​ດົນ, ສປ ຈີນ ແລະ ສ.ເກົາຫລີ ຈະ​ຕ້ອນ​ຮັບ​​ຄົບ​ຮອບ 34 ປີ​ ຂອງ​ການ​ສ້າງ​ຕັ້ງ​ ການ​ພົວ​ພັນ​ ທາງ​ການ​ທູດ ​ລະ​ຫວ່າງ​ ສອງ​ປະ​ເທດ, ສອງ​ຝ່າຍ ​ຄວນ​ຈັດ​ກິດ​ຈະ​ກຳ​ລະ​ນຶກ ​ຄົບ​ຮອບ 35 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ ​ທາງ​ການ​ທູດ ໃນ​ປີ​ໜ້າ​ໃຫ້​​ດີ, ຄວນ​ຊຸກ​ຍູ້​ ໃຫ້​ການ​ຮ່ວມ​ມື ໄດ້​ຮັບ​ການ​ຍົກ​ລະ​ດັບ​ສູງ​ຂຶ້ນ​ຕື່ມ​ອີກ ແລະ ເລັ່ງ​ລັດ​ການ​ເຈ​ລະ​ຈາ ​ໄລ​ຍະ​ທີ​ສອງ​ ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ ​ຈີນ-ສ.ເກົາຫລີ. ທ່ານ ໂຊ​ຮະ​ຢຸນ ກ່າວ​ວ່າ: ສ.ເກົາຫລີ ຍຶດ​ໝັ້ນ​ນະ​ໂຍ​ບາຍ ​ປະ​ເທດ​ຈີນ​ດຽວ ​ຢ່າງ​ສະ​ເໝີ​ຕົ້ນ ​ສະ​ເໝີ​ປາຍ, ຫວັງ​ວ່າ​ຈະ​ຖື​​ເອົາການ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ ​ຂອງ​ອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ​ ຂອງ ທ່ານ ລີແຈ​ມຽງ ປະ​ທາ​ນາ​ທິ​ບໍ​ດີ​ ສ.ເກົາຫລີ ແລະ ການ​ສ້າງ​ຕັ້ງ​ການ​ພົວ​ພັນ ​ທາງ​ການ​ທູດ ສ.ເກົາຫລີ- ສປ ຈີນ ​ຄົບ​ຮອບ 35 ປີ​ເປັນ​ໂອ​ກາດທີ່​ດີ ເພື່ອລົງ​ເລິກ​ການ​ແລກ​ປ່ຽນ​ ໃນ​ຂົງ​ເຂດ​ຕ່າງໆ ແລະ ຊຸກ​ຍູ້​ໃຫ້​ການ​ພົວ​ພັນ ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ ລະ​ຫວ່າງ​ ສອງ​ປະ​ເທດ​ພັນ​ທະ​ນາ ​ຂຶ້ນ​ສູ່​ລະ​ດັບ​ໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top