ແຜນພັດທະນາ 5 ປີຄັ້ງທີ 3 ຂອງມາກາວ ເປີດຮູບແບບໃໝ່ຂອງ “ປະເທດດຽວສອງລະບອບ”

20/08/2026 16:08
ຂປລ ອົງ​ການ​ປົກ​ຄອງ ເຂດ​ບໍ​ລິ​ຫານ​ພິ​ເສດ ມາ​ກາວ ຂອງ ສປ ຈີນ ​ໄດ້​ປະ​ກາດ​ ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຄັ້ງ​ທີ 3 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ ມາ​ກາວ (2026-2030) ຢ່າງ​ເປັນ​ທາງ​ການ.

ຂປລ. ອົງ​ການ​ປົກ​ຄອງ ເຂດ​ບໍ​ລິ​ຫານ​ພິ​ເສດ ມາ​ກາວ ຂອງ ສປ ຈີນ ​ໄດ້​ປະ​ກາດ​ ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຄັ້ງ​ທີ 3 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ ມາ​ກາວ (2026-2030) ຢ່າງ​ເປັນ​ທາງ​ການ. ໃນວັນ​ທີ 18 ສິງ​ຫາ​ນີ້, ໂທ​ລະ​ພາບ​ສາ​ກົນ​ຈີນ ຫລື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ໄດ້​​ດຳ​ເນີນ ​ການ​ສຳ​ຫລວດ ​ຄວາມ​ຄິດ​ເຫັນ 1.551 ຄົນ​ ທີ່​ຢູ່​ມາ​ກາວ, ​ຜົນ​ການ​ສຳ​ຫລວດ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​ແບບ​ສອບ​ຖາມ 93% ກ່າວ​ວ່າ, ນັບ​ແຕ່​ມາ​ກາວ​ເຊື່ອ​ມ​ໂຍງ​ເຂົ້າ​​ກັບ ການ​ກໍ່​ສ້າງ​ເຂດ​ອ່າວ​ໃຫຍ່ ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ ​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ ​ທີ່​ມາ​ທ່ຽວ​ມາ​ກາວ​ ຫລາຍ​ກວ່າ​ເກົ່າ, ການ​ແລກ​ປ່ຽນ ​ດ້ານ​ບຸກ​ຄະ​ລາ​ກອນ ​​ມີ​ຄວາມ​ສະ​ດວກກວ່າ​ເກົ່າ ແລະ​ ໄດ້​ດຶງ​ດູດ​ການ​ລົງ​ທຶນ​ຫລາຍກວ່າ​ເກົ່າ; 92.5% ກ່າວ​ວ່າ, ​ການ​ອີງ​ໃສ່​ປະ​ເທດ​ຊາດ ແລະ ​ເຊື່ອມ​ໂຍງ​ກັບ​ໂລກ ​ແມ່ນ​ທ່າ​ແຮງ​ພິ​ເສດ ​ອັນ​ພົ້ນ​ເດັ່ນ​​ຂອງ​ມາ​ກາວ, ແລະ ຜູ້​ຕອບ​ແບບ​ສອບ​ຖາມ 92,2% ກ່າວ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ, ການ​ປະ​ຕິ​ບັດປະ​ເທດ​ດຽວ​ສອງ​ລະ​ບອບຢູ່​ມາ​ກາວ ​ໄດ້​ຮັບ​ຜົນ​ສຳ​ເລັດ. ສຳລັບ ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 3 ບໍ່​ພຽງ​ແຕ່​ເປັນ​ເອ​ກະ​ສານ ​ສະ​ບັບ​ໜຶ່ງ​ ເທົ່າ​ນັ້ນ, ​ຍັງ​ເປັນ​ອະ​ນາ​ຄົດ ​ທີ່​ປະ​ຊາ​ຊົນ​ ມາ​ກາວ​ ທຸກ​ຄົນ​ ສາ​ມາດ​ສຳ​ຜັດ​ໄດ້.  ຫວັງ​ວ່າ​ ທຸກວົງ​ການ​ ຂອງ​ສັງ​ຄົມ​ມາ​ກາວ ​ຈະ​ສາ​ມັກ​ຄີ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ເພື່ອຍາດ​ແຍ່ງ​ໂອ​ກາດ ແລະ ​ຊຸກ​ຍູ້​ການ​ປະ​ຕິ​ບັດ ປະ​ເທດ​ດຽວ ​ສອງ​ລະ​ບອບຢູ່​ມາ​ກາວ ​ໄປ​ດ້ວຍ​ຄວາມ​ໄວ ທີ່​ເພີ່ມ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top