ຂປລ
ໃນໂອກາດເຂົ້າຮ່ວມກອງປະຊຸມສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ 1 ເມື່ອບໍ່ດົນມານ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຢ້ຽມຊົມຫ້ອງວາງສະແດງບໍລິສັດໄຟຟ້າຫົງສາ ຈຳກັດ,
ຂປລ. ພ້ອມຮັບຟັງຂໍ້ມູນກ່ຽວກັບໂຄງການ ແລະ ຜົນການດຳເນີນງານຂອງບໍລິສັດເປັນການສະທ້ອນ ໃຫ້ເຫັນເຖິງຄວາມສຳຄັນຂອງໂຄງການຕ່ໍພາກພະລັງງານຂອງ ສປປ ລາວ.
ນອກຈາກວາງສະແດງຜົນງານຂອງການດຳເນີນງານຂອງໄຟຟ້າຫົງສາແລ້ວ, ຍັງໄດ້ນຳເອົາຜະລິດຕະພັນຊຸມຊົນຈາກສະຫະກອນພາຍໃຕ້ການດູແລເບ່ິງແຍງຂອງຝ່າຍພັດທະນາສັງຄົມມາຈັດວາງສະແດງພາຍໃນງານ ເພື່ອສະທ້ອນໃຫ້ເຫັນຜົນສຳເລັດຂອງການສົ່ງເສີມອາຊີບ ແລະ ການພັດທະນາທ່າແຮງຂອງຊຸມຊົນ ຊຶ່ງຜະລິດຕະພັນຕ່າງໆໄດ້ຮັບຄວາມສົນໃຈເປັນຢ່າງດີຈາກຜູ້ເຂົ້າຮ່ວມງານ, ພ້ອມທັງຊ່ວຍສ້າງການຮັບຮູ້ເຖິງຄຸນຄ່າ ແລະ ທ່າແຮງຂອງຜະລິດຕະພັນຈາກຊຸມຊົນທີ່ໄດ້ຮັບການສະໜັບສະໜູນຈາກບໍລິສັດ.
ການເຂົ້າຮ່ວມເວທີໃນຄັ້ງນີ້, ສະທ້ອນເຖິງຄວາມມຸ່ງໝັ້ນຂອງໄຟຟ້າຫົງສາ ໃນການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບທັງດ້ານພະລັງງານສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ ພ້ອມສືບຕ່ສະໜັບສະໜູນການພັດທະນາຢ່າງຍືນຍົງຂອງ ສປປ ລາວ. ພາຍໃຕ້ແນວຄິດ “Powering with CARE”.
ຂ່າວ: ໄຟຟ້າຫົງສາ
KPL