ອົງການກິດຈະການທາງທະເລ-ຫລາຍພາກສ່ວນຂອງແຂວງໄຫຫລຳ ຮ່ວມກັນຄຸ້ມກັນການເດີນເຮືອ

17/08/2026 19:19
ຂປລ ໄລ​ຍະຢຸດ​ການ​ປະ​ມົງ​ ລະ​ດູ​ຮ້ອນ ​ຢູ່​ທະ​ເລ​ຈີນ​ໃຕ້ ​ທີ່​ດຳ​ເນີນ​ມາ ​ເປັນ​ເວ​ລາ 3 ເດືອນ​ເຄິ່ງ ໄດ້​ສິ້ນ​ສຸດ​ລົງ ​ຢ່າງ​ເປັນ​ທາງ​ການ, ຊາວ​ປະ​ມົງ​ຕ່າງ​​ໄດ້ ເລີ່ມ​ຕົ້ນ​ລະ​ດູ​ການ​ປະ​ມົງ ​ທີ່​ລໍ​ຄອຍ​ມາ​ດົນ​ແລ້ວ. ເພື່ອຮັບ​ປະ​ກັນ ​ຄວາມ​ປອດ​ໄພ ​ດ້ານ​ການ​ເດີນ​ເຮືອ ​ທາງ​ທະ​ເລ ​ໃນ​ໄລ​ຍະ​ເປີດ​ລະ​ດູ​ການ​ປະ​ມົງ, ​ພະ​ແນກ​ກິດ​ຈະ​ການ​ ທາງ​ທະ​ເລ​ແຂວງ​ໄຫຫລຳ ​ຮ່ວມ​ກັບ ຫລາຍ​​ພາກ​ສ່ວນໄດ້​ເລີ່ມ “ການ​ເຄື່ອນ​ໄຫວ ​​ຄຸ້ມ​ກັນ​ການ​ເດີນ​ເຮືອ​ໃນ​ລະ​ດູ​ເປີດ​ການ​ປະ​ມົງ 2026”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໄລ​ຍະຢຸດ​ການ​ປະ​ມົງ​ ລະ​ດູ​ຮ້ອນ ​ຢູ່​ທະ​ເລ​ຈີນ​ໃຕ້ ​ທີ່​ດຳ​ເນີນ​ມາ ​ເປັນ​ເວ​ລາ 3 ເດືອນ​ເຄິ່ງ ໄດ້​ສິ້ນ​ສຸດ​ລົງ ​ຢ່າງ​ເປັນ​ທາງ​ການ, ຊາວ​ປະ​ມົງ​ຕ່າງ​​ໄດ້ ເລີ່ມ​ຕົ້ນ​ລະ​ດູ​ການ​ປະ​ມົງ ​ທີ່​ລໍ​ຄອຍ​ມາ​ດົນ​ແລ້ວ. ເພື່ອຮັບ​ປະ​ກັນ ​ຄວາມ​ປອດ​ໄພ ​ດ້ານ​ການ​ເດີນ​ເຮືອ ​ທາງ​ທະ​ເລ ​ໃນ​ໄລ​ຍະ​ເປີດ​ລະ​ດູ​ການ​ປະ​ມົງ, ​ພະ​ແນກ​ກິດ​ຈະ​ການ​ ທາງ​ທະ​ເລ​ແຂວງ​ໄຫຫລຳ ​ຮ່ວມ​ກັບ ຫລາຍ​​ພາກ​ສ່ວນໄດ້​ເລີ່ມ “ການ​ເຄື່ອນ​ໄຫວ ​​ຄຸ້ມ​ກັນ​ການ​ເດີນ​ເຮືອ​ໃນ​ລະ​ດູ​ເປີດ​ການ​ປະ​ມົງ 2026”. ໃນວັນ​ທີ 17 ສິງ​ຫາ​ນີ້, ​ດ້ວຍ​ຈຳ​ນວນ​ເຮືອ​ປະ​ມົງ ຫລາຍ​ໝື່ນ​ລຳ​ ໄດ້​ພາ​ກັນ​ອອກ​ເດີນ​ເຮືອ, ຄວາມ​ໜາ​ແໜ້ນ​ຂອງ​ການ​ເດີນ​ເຮືອ​ຢູ່ ​ທະ​ເລ​ຈີນ​ໃຕ້​ ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ກະ​ທັນ​ຫັນ. ໃນ​ມື້​ທຳ​ອິດ​ຂອງ​ການ​ເປີດ​ປະ​ມົງ, ​ພະ​ແນກ​ກິດ​ຈະ​ການ​​ທາງ​ທະ​ເລແຂວງ​ໄຫຫລຳ ຂອງ ສປ ຈີນ ​ຮ່ວມ​ກັບ​ພາກ​ສ່ວນ​ກູ້​ໄພ ແລະ ການ​ປະ​ມົງ ໄດ້​ດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ ແລະ ບັງ​ຄັບ​ໃຊ້​ກົດ​ໝາຍ ເຊິ່ງ​ໄດ້ລາດ​ຕະ​ເວນກວດ​ກາ​ ລະ​ບຽບ​ການ​ເດີນ​ເຮືອ​ ຂອງ​ກຳ​ປັ່ນ ​ຢູ່​ເຂດ​​ນ່ານນຳ​ທີ່​ສຳ​ຄັນ, ໄດ້​ແກ້​ໄຂ​ການ​ປະ​ມົງ ​ທີ່​ກີດ​​ຂວາງ​ການ​ເດີນ​ເຮືອ​​ ຢ່າງ​ທັນ​ການ, ກວດ​ຫາ​ຄວາມ​ສ່ຽງ ​ດ້ານ​ຄວາມ​ປອດ​ໄພ ແລະ ການ​ລົງ​ໂທດ​ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ​ຕໍ່​ຜູ້​ລະ​ເມີດ ເຊັ່ນ: ການບໍ່​ປະ​ຕິ​ບັດ​ໜ້າ​ທີ່​ ຕາມ​ທີ່​ກຳ​ນົດ​ໄວ້ ເປັນ​ຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top