ຂປລ
ຂປລ. ຊົນເຜົ່າ ຮ່າຣັກ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ອາໄສຢູ່ທາງພາກໃຕ້ຂອງ ສປປ ລາວ ໂດຍໄດ້ຍ້າຍ ແລະ ຕັ້ງຫລັກປັກຖານມາເປັນເວລາຫລາຍຮ້ອຍປີ ໃນເຂດເມືອງລະມາມ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື.

ຂປລ. ຊົນເຜົ່າ ຮ່າຣັກ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ອາໄສຢູ່ທາງພາກໃຕ້ຂອງ ສປປ ລາວ ໂດຍໄດ້ຍ້າຍ ແລະ ຕັ້ງຫລັກປັກຖານມາເປັນເວລາຫລາຍຮ້ອຍປີ ໃນເຂດເມືອງລະມາມ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື. ຕໍ່ມາປະຊາຊົນຈຳນວນໜຶ່ງໄດ້ເຄື່ອນຍ້າຍຖິ່ນຖານ ແລະ ຫັນປ່ຽນອາຊີບໄປປະກອບອາຊີບປູກກາເຟ ແລະ ເຮັດນາ ໃນເຂດເມືອງເລົ່າງາມ ແຂວງສາລະວັນ, ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ.
ຊົນເຜົ່າຮ່າຣັກ ມີມູນເຊື້ອດ້ານກະສິກຳ ໂດຍໃນອະດີດເນັ້ນການເຮັດໄຮ່ ປູກເຂົ້າ ແລະ ພືດຕ່າງໆ. ປັດຈຸບັນ ຫລາຍຄອບຄົວໄດ້ຫັນມາເຮັດສວນກາເຟ ແລະ ເຮັດນາປູກເຂົ້າ. ນອກຈາກນັ້ນ ຍັງມີອາຊີບລ່າສັດ, ຫາປາ, ຈັກສານ, ຕີເຫລັກ, ຖາກໄມ້ ແລະ ອື່ນໆ . ສ່ວນແມ່ຍິງມີຄວາມຊຳນານດ້ານການຕໍ່າຫູກ, ສານສາດ ແລະ ຫາກຸ້ງຫາປາຕາມຫ້ວຍຮ່ອງ ແລະ ແມ່ນ້ຳລຳເຊ. ພ້ອມນັ້ນ, ການລ້ຽງສັດ ເຊັ່ນ: ລ້ຽງງົວ, ຄວາຍ, ໝູ ແລະ ສັດປີກ ເພື່ອບໍລິໂພກ, ຂາຍເປັນສິນຄ້າ ແລະ ນຳໃຊ້ໃນພິທີກຳຕາມຮີດຄອງ.
ໃນສະໄໝບູຮານຊົນເຜົາຮ່າຣັກນິຍົມປຸກເຮືອນດ້ວຍໄມ້ ແລະ ມີຮູບຊົງຄ້າຍເຮືອສະເພົາ, ຢູ່ໃນຫ້ອງມີ ການຈັດວາງແທດເໝາະກັບຮີດຄອງປະເພນີ ແລະ ຈຳນວນສະມາຊິກໃນຄອບຄົວ ສະທ້ອນໃຫ້ເຫັນວິຖີຊີວິດອັນເປັນເອກະລັກ.ການຄະລຳຢູ່ພາຍໃນເຮືອນກ່ອນປີ 1975 ຄືນຫລັງ ນອນກາງມຸ້ງໃນຫ້ອງບໍ່ໄດ້ເດັດຂາດ.

ການນຸ່ງຖືຂອງຂອງຊົນເຜົ່າຮ່າຣັກ ມີລັກສະນະຄ້າຍຄືກັບຫລາຍຊົນເຜົ່າໃນກຸ່ມພາສາມອນ-ຂະແມຢູ່ທາງພາກໃຕ້ ເປັນຕົ້ນຜູ້ຊາຍນຸ່ງກະຕ່ຽວ, ບໍ່ຫົ່ມເສື້ອແຕ່ເຂົາເຈົ້າບິ່ງຜ້າແພ ແລະ ຫົ່ມຜ້າ ບ່ຽງຍາມໜາວເອົາຜ້າກາໂລພັນຄີງແບບຫົ່ມເສື້ອຍາວຢ່ອນລົງ ຮອດບີແຂ່ງ. ສຳລັບແມ່ຍິງແມ່ນຸ່ງສິ້ນໂລມຮັດເອິກຢ່ອນລົງຮອດບີ ແຂ່ງ, ມີແພມັດແອວ, ບ່ອງຫູກວ້າງກວ່າຜູ່ຊາຍຈຶ່ງສາມາດໃສ່ຕ້າງໃຫຍ່, ຈົ່ງຜົມຍາວ, ເກົ້າຜົມເບື້ອງໜ້າ, ໃສ່ໝາກປັດ, ປອກແຂນ, ຮອດກະສຽນ ອາຍຸ 15-18 ປີກໍຕັດແຂ້ວ.
ດ້ານຮີດຄອງ ແລະ ຄວາມເຊື່ອ ຊົນເຜົ່າຮ່າຣັກ ມີຄວາມເຊື່ອກ່ຽວກັບຜີເຮືອນ, ຜີຮັກສາບ້ານ ແລະ ຄວາມເຊື່ອອື່ນໆຕາມພື້ນຖານຂອງຊຸມຊົນ. ຮີດຄອງສຳຄັນອີກຢ່າງໜຶ່ງຄື “ຈ້ອງກະປຽວ” ເຊິ່ງເປັນພິທີກຳທີ່ຊຸມຊົນຮ່ວມກັນປະຕິບັດ ແລະ ປັດຈຸບັນມີການປັບປ່ຽນໄລຍະເວລາຈັດພິທີໃຫ້ເໝາະສົມ.
ສຳລັບສິລະປະ ແລະ ວັນນະຄະດີ ຮ່າຣັກມີເຄື່ອງດົນຕີພື້ນເມືອງ ເຊັ່ນ ປີ່, ແຄນ, ກອງ ແລະ ພະເໜາະ ພ້ອມທັງມີກອນຂັບລຳ ແລະ ນິທານພື້ນເມືອງ ທີ່ສືບທອດຈາກຄົນຮຸ່ນໜຶ່ງສູ່ອີກຮຸ່ນໜຶ່ງ. ສ່ວນດ້ານພາສາ ຊົນເຜົ່າຮ່າຣັກມີພາສາປາກເວົ້າຂອງຕົນເອງ ແຕ່ບໍ່ມີຕົວໜັງສືຂຽນ ແລະ ພາສາຂອງພວກເຂົາຈັດຢູ່ໃນກຸ່ມພາສາມອນ-ຂະແມ. ນອກຈາກພາສາຂອງຕົນເອງແລ້ວ ຍັງສາມາດສື່ສານພາສາຂອງຊົນເຜົ່າໃກ້ຄຽງ ແລະ ພາສາລາວໄດ້ດີ.
KPL