ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

17/08/2026 11:44
Email Print 111
ຂປລ ສູນກາງແນວລາວສ້າງຊາດ (ສນຊ) ຈັດປາຖະກະຖາຫວນຄືນມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານຂອງອົງ ການແນວລາວສ້າງຊາດ ຄົບຮອບ 76 ປີ (ວັນທີ 13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 13 ສິງຫາ 2026.

       ຂປລ.  ໂດຍການປາຖະກະຖາຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ສິນລະວົງ ຄຸດໄພທູນ ອະດີດປະທານ ສນຊ, ບັນດາອະດີດການນຳຂອງ ສນຊ, ກໍາມະການ ສນຊ ອ້ອມຂ້າງສູນກາງ, ຄອບຄົວການນໍາ ແລະ ພະນັກງານພາຍໃນ ສນຊ ເຂົ້າຮ່ວມ.

     ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນສາເຫດ, ເງື່ອນໄຂຕົ້ນຕໍ ແລະ ປັດໄຈພື້ນຖານ ທ່ີຈຳເປັນຕ້ອງສ້າງຕ້ັງອົງການແນວລາວສ້າງຊາດຂ້ຶນ. ພ້ອນນ້ັນ, ກໍໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມໝາຍຄວາມສຳຄັນ ແລະ ພາລະກຳປະຫວັດສາດ ກໍຄື ຜົນງານອັນພົ້ນເດັ່ນແຫ່ງການເຕີບໃຫຍ່ຂະຫຍາຍຕົວ 3 ໄລຍະປະຫວັດສາດ ທ່ີມີຊ່ືເອ້ີນແຕກຕ່າງກັນ ຄື: ໄລຍະແນວລາວອິດສະຫລະ (1950- 1956): ປະຕິບັດບົດບາດອອກໜ້າແທນພັກ ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ເຮັດສຳເລັດພາລະກຳປົດປ່ອຍຊາດຈາກແອກປົກຄອງລ່າເມືອງຂຶ້ນແບບເກົ່າ ໂດຍການຮັບຮູ້ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ; ໄລຍະແນວລາວຮັກຊາດ (1956-1979): ເປັນໄລຍະພັກເຄື່ອນໄຫວເປີດເຜີຍໄດ້ນໍາພາການປະຕິວັດຊາດ ແລະ ແນວລາວສ້າງຊາດ ໄດ້ສືບຕໍ່ພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນລາວບັນດາເຜົ່າປະກອບສ່ວນໃນຂະບວນການປະຕິວັດຊາດຕ້ານຈັກກະພັດລ່າ ເມືອງຂຶ້ນແບບໃໝ່ ໃນການດຳເນີນແຜນຍຸດທະສາດ 3 ບາດຄ້ອນປຸກລະດົມປວງຊົນລຸກຮື້ຂຶ້ນຢຶດອໍານາດ ທົ່ວປະເທດໃນວັນທີ 23/8/1975 ແບບ “ບົວບ່ໍຊ້ໍານ້ໍາບ່ໍຂຸນ” ແຕ່ຈັບປາໄດ້ທຸກໂຕ ແລະ ປະກາດສ້າງຕັ້ງລະບອບໃໝ່ໃນວັນທີ 2 ທັນວາ 1975; ໄລຍະແນວລາວສ້າງຊາດ (1979-ປັດຈຸບັນ): ປຸກລະດົມປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ ຕາມແນວທາງປ່ຽນແປງໃໝ່, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງ 4 ເສົາຄໍ້າ: ປອງດອງຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ, ປະຕິບັດວຽກງານການທູດປະຊາຊົນກັບປະເທດເພື່ອນມິດຍຸດທະສາດ, ເພື່ອນມິດໃກ້ຄຽງ, ພາກພື້ນ ແລະ ສາກົນ, ຕິດຕາມ- ກວດກາການປະຕິບັດໜ້າທີ່ຂອງສະມາຊິກສະພາ, ລັດຖະບານ ແລະ ພະນັກງານ-ລັດຖະກອນ ແລະ ເປັນຂົວຕໍ່ທີ່ໜັກແໜ້ນລະຫວ່າງພັກ-ລັດກັບປະຊາຊົນ.

     ພ້ອມນີ້, ທ່ານປະທານ ສນຊ ໄດ້ຮຽກຮ້ອງສະມາຊິກພັກ-ພະນັກງານຈົ່ງສືບຕໍ່ສຶກສາຄົ້ນຄວ້າ ແລະ ຮໍ່າຮຽນມູນເຊື້ອພື້ນຖານຂອງແນວລາວສ້າງຊາດ ເພື່ອກຳແໜ້ນ, ຝຶກຝົນຫລ່ໍຫລອມຕົນເອງໃຫ້ກາຍເປັນພະນັກງານຫລັກແຫລ່ງຂອງການປະຕິວັດ ແລະ ເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານໃຫ້ເປັນຮູບປະທຳ.

          ຂ່າວ-ພາບ: ສນຊ

KPL

ຂ່າວອື່ນໆ

ads
ads

Top