ຂປລ
ໝາກໄມ້ ອາຊີຕາ ເວັນອອກສຽງໃຕ້ ທີ່ຂົນສົ່ງເຂົ້າສູ່ປະເທດຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ໄດ້ບັນລຸ ຫລາຍກວ່າ 200,000 ໂຕນ, ເພີ່ມຂຶ້ນ 11.16% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນ ສາຂາຄຸນມິງ ແຈ້ງໃຫ້ຮູ້ວ່າ: ໝາກໄມ້ ອາຊີຕາ ເວັນອອກສຽງໃຕ້ ທີ່ຂົນສົ່ງເຂົ້າສູ່ປະເທດຈີນ ໂດຍຜ່ານທາງລົດໄຟລາວ-ຈີນ ໄດ້ບັນລຸ ຫລາຍກວ່າ 200,000 ໂຕນ, ເພີ່ມຂຶ້ນ 11.16% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ, ໃນນັ້ນ, ການຂົນສົ່ງ ໝາກຖົ່ວລຽນ ຫລາຍກວ່າ 186.200 ໂຕນ, ເພີ່ມຂຶ້ນ 22,53%. ໃນປີນີ້, ຄຽງຄູ່ກັບໝາກໄມ້ ເຂດຮ້ອນ ອາຊີ ຕາເວັນອອກ ສຽງໃຕ້ ຖືກປ້ອນເຂົ້າສູ່ ຕະຫລາດແບບ ລວມສູນ, ປະລິມານການຂົນສົ່ງ ໝາກໄມ້ຂ້າມຊາຍແດນຕໍ່ມື້ ໂດຍຜ່ານທາງລົດໄຟລາວ-ຈີນ ໄດ້ສ້າງສະຖິຕິໃໝ່ເລື້ອຍໆ. ປັດຈຸບັນ, ຂະບວນລົດໄຟ ແຊ່ເຢັນ ທາງລົດໄຟ ຕະຫລອດສາຍຈີນ-ລາວ-ໄທ ໄດ້ເປີດບໍລິການ ເປັນປະຈຳ, ຂະບວນລົດໄຟ ແຊ່ເຢັນ ທີ່ມີ “ຂະບວນລົດໄຟສາຍດ່ວນ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເປັນຕົວແທນ ໄດ້ເຮັດໃຫ້ໝາກໄມ້ ທີ່ມີຄຸນນະພາບດີ ຈາກປະເທດ ອາຊີ ຕາເວັນອອກ ສຽງໃຕ້ ໄວທີ່ສຸດ ສາມາດເຂົ້າເຖິງ ຕະຫລາດຈີນ ໄດ້ພາຍໃນເວລາ 3 ວັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL