ສປ ຈີນ ຍິງສົ່ງດາວທຽມອິນເຕີເນັດວົງໂຄຈອນຕ່ຳກຸ່ມ 24 ຂຶ້ນສູ່ອະວະກາດສຳເລັດ

17/08/2026 19:19
ຂປລ ສປຈີນ ໄດ້ສົ່ງດາວທຽມອິນ​ເຕີ​ເນັດ ວົງ​ໂຄ​ຈອນ​ຕ່ຳ ​ກຸ່ມ 24 ຂຶ້ນສູ່ອະວະກາດ ດ້ວຍຈະຫລວດສົ່ງຍານ “ສາງເຈີ່ງ12” ຢູ່ສູນສົ່ງຍານ​ອະ​ວະ​ກາດ ​ການ​ຄ້າ​ໄຫຫລຳ. ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ລ່ວງໜ້າ ຢ່າງສະດວກ ປອດໄພ ເຮັດໃຫ້ພາລະກິດຄັ້ງນີ້ ປະສົບຜົນສຳເລັດ ຢ່າງຈົບງາມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 16 ສິງ​ຫາ​ນີ້, ອີງ​ຕາມ​ແຫລ່ງ​ຂ່າວ ​ຈາກ​ກຸ່ມ​ບໍ​ລິ​ສັດ ​ວິ​ທະ​ຍາ​ສ​າດ​ ເຕັກ​ໂນ​ໂລ​ຊີ ການ​ບິນ​ອະ​ວະ​ກາດ​ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ: ສປຈີນ ໄດ້ສົ່ງດາວທຽມອິນ​ເຕີ​ເນັດ ວົງ​ໂຄ​ຈອນ​ຕ່ຳ ​ກຸ່ມ 24 ຂຶ້ນສູ່ອະວະກາດ ດ້ວຍຈະຫລວດສົ່ງຍານ “ສາງເຈີ່ງ12” ຢູ່ສູນສົ່ງຍານ​ອະ​ວະ​ກາດ ​ການ​ຄ້າ​ໄຫຫລຳ. ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ລ່ວງໜ້າ ຢ່າງສະ ດວກປອດໄພ ເຮັດໃຫ້ພາລະກິດຄັ້ງນີ້ ປະສົບຜົນສຳເລັດ ຢ່າງຈົບງາມ. ຈະ​ຫລວດ​ສົ່ງ​ຍານ “ສາງເຈີ່ງ12” ເປັນ​ຈະ​ຫລວດ​ ສົ່ງ​ຍານທີ່​ໃຊ້​ສານ​ຂັບ​ດັນ​ທາດ​ແຫລວ ​ອຸນ​ຫະ​ພູມ​ຕ່ຳ​ລຸ້ນ​ໃໝ່ ເຊິ່ງ​ຄົ້ນ​ຄວ້າ​ຜະ​ລິດ​ ໂດຍສະ​ຖາ​ບັນ​ຄົ້ນ​ຄວ້າ​ ເລກ8 ຂອງ​ກຸ່ມ​ບໍ​ລິ​ສັດ​ ວິ​ທະ​ຍາ​ສ​າດ ​ເຕັກ​ໂນ​ໂລ​ຊີ​ ການ​ບິນ​ອະ​ວະ​ກາດ​ຈີນ ທັງ​ເປັນ​ ຈະ​ຫລວດ​ສົ່ງ​ຍານແກນດຽວ ທີ່​ມີ​ເສັ້ນ​ຜ່າ​ສູນ​ກາງ 4 ແມັດ ລຳ​ທຳ​ອິດ​ຂອງ​ ສປ ຈີນ​ ເຊິ່ງ​ສາ​ມາດ​ປະ​ຕິ​ບັດ ​ພາ​ລະ​ກິດ​ສົ່ງ​ຍານ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ ຫລາຍ​ຊະ​ນິດ, ສາ​ມາດ​ສົ່ງ​ຍານ​ ທີ່​ມີ​ນ້ຳ​ໜັກ​ບໍ່ຕ່ຳກວ່າ 12 ໂຕນ ​​ຂຶ້ນ​ສູ່​ວົງ​ໂຄ​ຈອນ​​ຕ່ຳ​ຂອງໜ່ວຍ​ໂລກ ແລະ ສາ​ມາດ​ສົ່ງ​ຍານ​ ທີ່​ມີ​ນ້ຳ​ໜັກ ​ບໍ່​ຕ່ຳກວ່າ 6 ໂຕນ ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ​ຕາມ​ຈັງ​ຫວະ ​ພ້ອມ​ກັບ​ ການ​ໝູນ​ຂອງດວງ​ຕາ​ເວັນ ທີ່​ມີ​ລະ​ດັບ​ສູງ ​ຈາກ​ພາກ​ພື້ນ​ດິນ 700 ກິ​ໂລ​ແມັດ. ການສົ່ງດາວທຽມຄັ້ງນີ້ ແມ່ນ​ການປະ​ຕິ​ບັດ​ພາ​ລະ​ກິດ ຄັ້ງ​ທີ 663 ຂອງ​ຈະ​ຫລວດ ​ສົ່ງ​ຍານ​ສາງ​ເຈີ່ງ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top