ຂປລ
ຄາດວ່າ ຈະມີນັກກິລາປະມານ 18.000 ຄົນ, ໃນນັ້ນ ມີນັກກິລາສາກົນ 5.000 ຄົນ ເຂົ້າຮ່ວມການແລ່ນ ມາຣາທອນ ສາກົນ ມໍລະດົກ ຮ້າລອງ 2026 ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 20 - 22 ພະຈິກ ຈະມາເຖີງ ຢູ່ແຂວງ ກວ໋າງນິງ ຂອງ ສສ ຫວຽດນາມ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ຄາດວ່າ ຈະມີນັກກິລາປະມານ 18.000 ຄົນ, ໃນນັ້ນ ມີນັກກິລາສາກົນ 5.000 ຄົນ ເຂົ້າຮ່ວມການແລ່ນ ມາຣາທອນສາກົນ ມໍລະດົກ ຮ້າລອງ 2026 ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 20 - 22 ພະຈິກ ຈະມາເຖີງ ຢູ່ແຂວງ ກວ໋າງນິງ ຂອງ ສສ ຫວຽດນາມ. ຕາມຂໍ້ມູນ ໂດຍຄະນະຈັດຕັ້ງ ປະກາດທີ່ການປະຊຸມຖະແຫລງຂ່າວ ວັນທີ 2 ສິງຫາ, ການແຂ່ງຂັນປີນີ້ມີ ຈຳນວນນັກກິລາສາກົນ ເຂົ້າຮ່ວມຫລາຍທີ່ສຸດໃນ 11 ຄັ້ງຜ່ານມາ.ຈາກນັ້ນ ທ່ານ Hong Sun,ປະທານກິຕິມະສັກສະມາຄົມວິສາຫະກິດ ສ.ເກົາຫລີປະຈຳ ສສ ຫວຽດນາມ (KO CHAM), ຕີລາຄາວ່າ: “ການແລ່ນ ມາຣາທອນ ມໍລະດົກ ຮ້າລອງ ແມ່ນເຫດການສຳຄັນ ທີ່ເປັນໜ້າສົນໃຈ ສຳລັບບັນດານັກກິລາແລ່ນຂອງ ສ.ເກົາຫລີ ກໍ່ຄື ບັນດານັກລົງທຶນ ສ.ເກົາຫລີ. ການແຂ່ງຂັນຄັ້ງນີ້ ໄດ້ຕອບສະໜອງທັງ 3 ປັດໄຈ ກ່ຽວກັບກິລາ, ວັດທະນະທຳ ແລະ ການທ່ອງທ່ຽວ. ພ້ອມທັງ ໂຄສະນາເຜີນແຜ່ເຫດການນີ້ ຢ່າງກວ້າງແຂວງ. ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ນັກທ່ອງທ່ຽວ ສ.ເກົາຫລີ ມາ ຮ້າລອງ ແລະ ສສ ຫວຽດນາມ ຫລາຍກວ່າອີກ”.ໂດຍສືບຕໍ່ຜົນສຳເລັດ ຂອງການແຂ່ງຂັນ ໃນຊຸມປີກ່ອນໆ, ການແຂ່ງຂັນ ມາຣາທອນ ສາກົນມໍລະດົກ ຮ້າລອງ ສືບຕໍ່ຢັ້ງຢືນ ອິດທິຜົນຊື່ສຽງ ແມ່ນານແຂ່ງຂັນ ແລ່ນໜຶ່ງດຽວຢູ່ ສສ ຫວຽດນາມ ທີ່ສະຫະພັນແລ່ນ ແລະ ລານສາກົນ (World Athletics) ຮັບຮູ້ເປັນການແຂ່ງຂັນລະດັບສາກົນ - World Athletics Label Road Race./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL