ຂປລ
ມື້ນີ້ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ (30 ກໍລະກົດ) ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜ່ຶງ. ກ່ອນອ່ືນຂ້າພະເຈ້ົາໃນນາມຕາງໜ້າໃຫ້ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ໃນນາມສ່ວນຕົວ, ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມສາມັກຄີມາຍັງການນຳທຸກຂັ້ນ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.
*ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າການຄ້າມະນຸດ ຖືເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດຕໍ່ມວນມະນຸດ, ມັນເປັນການລະເມີດສິດທິພື້ນຖານຂອງຄວາມເປັນມະນຸດ ກໍຄື ຕ່ໍສິດທິຂອງພົນລະເມືອງ ຊ່ຶງເຫຍ່ືອຂອງການຄ້າມະນຸດທຸກກໍລະນີລ້ວນແຕ່ຕົກໃນຄວາມສ່ຽງຕໍ່ຊີວິດ ຫລື ສ້າງ ບາດແຜ ແລະ ຄວາມເຈັບຊ້ໍາຕ່ໍຮ່າງກາຍ, ຈິດໃຈ, ກຽດສັກສີ, ຂອງຜ້ ຖືກເຄາະຮ້າຍ. ພ້ອມນັ້ນ, ຍັງທໍາລາຍຄວາມອົບອຸ່ນໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.
ໃນຊຸມປີຫລັງໆມານີ້, ຂະບວນ ການ ແລະ ຮູບແບບຂອງການຄ້າມະນຸດຢູ່ໃນໂລກ ກໍຄື ຢູ່ປະເທດເຮົາ ໄດ້ມີທ່າອ່ຽງເພີ່ມຄວາມຮຸນແຮງ ແລະ ມີການຜັນແປທ່ີສະຫລັບສັບຊ້ອນ. ເພາະສະນັ້ນ, ໃນປີນີ້ ອົງການ ສະຫະປະຊາຊາດ ໄດ້ກຳນົດຫົວຂ້ໍ ສາກົນ ວ່າ “ Trapped Behind the Scam ( ຕິດກັບດັກຢູ່ເບື້ອງ ຫລັງການຫລອກລວງ)” ຫລື ເວົ້າ ໃຫ້ເຂົ້າໃຈວ່ານີ້ຄືຄໍາເຕືອນທີ່ໃຫ້ ພວກເຮົາລະວັງຄວາມສ່ຽງຕໍ່ການ ຖືກກັບດັກທີ່ປົກປິດດ້ວຍເລ່ຫລ່ຽມ ຂອງພວກຄ້າມະນຸດ, ໃຫ້ນໍາເອົາ ຈິດໃຈນີ້ ເພື່ອເຜີຍແຜ່ຄວາມຈິງທ່ ໜ້າເປັນຫ່ວງຂອງໂລກທີ່ກຸ່ມກໍ່ອາ ຊະຍາກໍາຂ້າມຊາດໄດ້ນໍາໃຊ້ເຕັກ ໂນໂລຊີ ແລະ ສື່ສັງຄົມອອນລາຍ ເປັນເຄື່ອງມືໃນການກໍ່ອາຊະຍາກຳ. ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຂອງພວກເຮົາກໍເປັນ ປະເທດໜຶ່ງທີ່ໄດ້ຮັບຜົນກະທົບນັບມ້ື ຮ້າຍແຮງຈາກອາຊະຍາກໍານີ້ ເນື່ອງ ຈາກທ່ີຕ້ັງພູມສັນຖານອຳນວຍ ຄວາມສະດວກໃນການເດີນທາງ ເຂ້ົາ-ອອກ ແລະ ຄວາມຕ້ອງການ ກຳລັງແຮງງານທີ່ເພີ່ມສູງຂຶ້ນ.
ໃນໄລຍະ 1 ປີຜ່ານມາ, ບັນຫາ ທີ່ພົ້ນເດັ່ນ ແລະ ເປັນໄພຂົ່ມຂູ່ຢ່າງ ໜັກໜ່ວງໃນສັງຄົມພວກເຮົາແມ່ນ ພວກກໍ່ອາຊະຍາກໍາ ໄດ້ໂຄສະນາ ຊວນເຊື່ອວ່າມີ “ວຽກສະບາຍ ລາຍ ໄດ້ສູງ” ຊຶ່ງໃນຄວາມເປັນຈິງແລ້ວ ມັນບໍ່ມີຈິງ, ແຕ່ໃນເງື່ອນໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ຊີວິດ ການເປັນຢູ່ ແລະ ຄວາມຕ້ອງການ ວຽກເຮັດທີ່ມີລາຍໄດ້ສູງ ກໍເຮັດໃຫ້ ປະຊາຊົນຜູ້ບໍລິສຸດມີຄວາມສົນໃຈ ແລະ ຈໍານວນບໍ່ໜ້ອຍເອົາໂຕສ່ຽງທ່ີຈະຕົກລົງຈ່າຍເງິນນາຍໜ້າ ແລະ ລັກລອບໄປອອກແຮງງານຕ່າງປະເທດ ແບບຜິດກົດໝາຍ, ເຮັດໃຫ້ຫລາຍໆກໍລະນີພົນລະເມືອງຂອງພວກເຮົາໂດຍສະເພາະຜູ້ບໍ່ຮູ້ເທົ່າເຖິງການ ຕົກເປັນເຫຍື່ອຂອງກຸ່ມແກ້ງຂະ ບວນການຄ້າມະນຸດ, ຫລາຍກໍລະນີ ນໍາໄປເຖິງການຖືກບັງຄັບອອກ ແຮງງານໜັກແຕ່ລາຍໄດ້ຕໍ່າ ຫລື ໃຫ້ອອກແຮງງານບໍ່ມີຄ່າຈ້າງ, ບ່ ຮັບປະກັນຄວາມປອດໄພ, ກະທ້ັງ ຖືກທໍລະມານດ້ານຮ່າງກາຍ ແລະ ຈິດໃຈ. ນອກຈາກນີ້, ຍັງມີການ ຂົນຂວາຍເອົາຍິງສາວລາວໄປແຕ່ງ ດອງກັບຄົນຕ່າງປະເທດ ໂດຍການ ໃຫ້ເງິນຄ່າດອງແພງເປັນເຄື່ອງລໍ້ໃຈ ຊຶ່ງອາດນໍາໄປເຖິງການບັງຄັບເປັນ ທາດບໍລິການທາງເພດ.
ພີ່ນ້ອງຮ່ວມຊາດທີ່ຮັກແພງ ທັງຫລາຍ; ຍ້ອນເຫັນໄດ້ເຖິງອັນ ຕະລາຍດັ່ງກ່າວ, ພັກ ແລະ ລັດຖະບານ ຈຶ່ງໄດ້ຍົກລະດັບມາດຕະ ການ ແລະ ນຳພາ-ຊີ້ນຳວຽກງານ ຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ, ໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ນັບແຕ່ປີ (2026-2030) ເພື່ອເປັນທິດທາງໃນການຈັດຕັ້ງ ປະຕິບັດຢ່າງເປັນລະບົບ ແລະ ຮັບປະກັນໃຫ້ການສະກັດກັ້ນອາ ຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ, ສປປ ລາວ ໄດ້ກຳນົດຫົວຂໍ້ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄືອຂ່າຍ ນາຍໜ້າແຕ່ງດອງແອບແຝງການຖື ພາແທນ ແລະ ການຂູດຮີດທາງເພດ ຂ້າມຊາດໃຫ້ໝົດໄປຈາກສັງຄົມ”.
ຫົວຂໍ້ນີ້ ບໍ່ພຽງແຕ່ແມ່ນຄຳຂວັນ, ແຕ່ເປັນໜ້າທ່ີການເມືອງທ່ີຕ້ອງໄດ້ ຈັດຕັ້ງປະຕິບັດ. ດັ່ງນັ້ນ, ໃນນາມລັດຖະບານ ກໍຄື ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຂ້າພະເຈົ້າຂໍມອບໝາຍໜ້າທີ່ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງພ້ອມກັນຈັດຕັ້ງປະຕິບັດດັ່ງນີ້: ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ: ຕ້ອງເປັນເຈ້ົາການໃນ ການນຳໃຊ້ສື່ມວນຊົນທຸກຂະແໜງການ ເພື່ອປຸກລະດົມຂະບວນການ ໂຄສະນາປູກຈິດສໍານຶກໃຫ້ກວ້າງ ຂວາງ ແລະ ແຫລມຄົມ; ຕ້ອງເປີດເຜີຍເລ່ຫລ່ຽມໃໝ່ໆຂອງພວກກ່ ອາຊະຍາກໍາ ໂດຍສະເພາະການ ຫລອກລວງຜ່ານສື່ອອນລາຍ ເພື່ອໃຫ້ປະຊາຊົນຮູ້ທັນ ແລະ ບໍ່ຕົກເປັນ ເຫຍື່ອ; ຕ້ອງຄຸ້ມຄອງ, ຕິດຕາມກວດກາບັນດາສະຖານທີ່ພັກ ແລະ ຮ້ານບໍລິການບັນເທີງໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ: ເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານປະຈຳ ດ່ານຊາຍແດນທົ່ວປະເທດ ຕ້ອງຍົກສູງຄວາມຮັບຜິດຊອບໃນການ ກວດກາ, ຄຸ້ມຄອງການເຂົ້າ-ອອກປະເທດ ຢ່າງເຄັ່ງຄັດ; ຕ້ອງຊອກ ຄົ້ນຫາ, ທັບມ້າງເຄືອຂ່າຍນາຍໜ້າ ແຕ່ງດອງແອບແຝງ ແລະ ສະກັດກັ້ນການເຄ່ືອນຍ້າຍແຮງງານທີ່ບ່ໍ ຖືກຕ້ອງແຕ່ຫົວທີ; ຕ້ອງດຳເນີນ ການສືບສວນ, ຕິດຕາມ ແລະ ປິດ ກັ້ນທຸກເຄືອຂ່າຍສື່ສັງຄົມອອນລາຍ ທີ່ໂຄສະນາຊວນເຊື່ອຫລອກລວງ ຈັດຫາວຽກເຮັດງານທຳທີ່ບໍ່ຖືກ ຕ້ອງຕາມກົດໝາຍຢ່າງເດັດຂາດ; ຜູ້ ລະເມີດທີ່ເປັນນາຍໜ້າຊອກຍິງລາວ ເພື່ອໄປແຕ່ງດອງແອບແຝງຕ້ອງໄດ້ ຮັບໂທດຕາມກົດໝາຍຢ່າງໜັກ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ: ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ກວດກາບັນດາບໍລິສັດຈັດຫາງານຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ຍົກສູງການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳພາຍໃນປະເທດໃຫ້ສອດຄ່ອງກັບຕະຫລາດແຮງງານ ຕົວຈິງ; ກະຊວງການຕ່າງປະເທດ: ໂດຍຜ່ານບັນດາສະຖານເອກອັກຄະ ລັດຖະທູດ ແລະ ສະຖານກົງສຸນ ລາວປະຈຳຕ່າງປະເທດ ຕ້ອງເພ່ີມທະວີໃນການຕິດຕາມ, ກອບກູ້ ແລະ ໃຫ້ການປົກປ້ອງຊ່ວຍເຫລືອພົນ ລະເມືອງລາວທີ່ຕົກເປັນເຫຍື່ອຄ້າ ມະນຸດຢູ່ຕ່າງປະເທດ ໃຫ້ໄດ້ຮັບ ຄວາມປອດໄພ ແລະ ທັນເວລາ; ປະຊາຊົນລາວບັນດາເຜົ່າທຸກຖ້ວນ ໜ້າ: ຈົ່ງມີສະຕິກ່ອນໝັ້ນໝາຍ ຫລື ແຕ່ງດອງກັບຄົນແປກໜ້າ ເພື່ອ ໃຫ້ປອດໄພຈາກການຄ້າມະນຸດ. ຖ້າພົບເຫັນການເຄື່ອນໄຫວທີ່ໜ້າ ສົງໄສຂໍໃຫ້ຮີບຮ້ອນແຈ້ງມາຍັງສາຍດ່ວນຕ້ານການຄ້າມະນຸດ 1300 ຫລື ເບີວັອດແອັບ 020 2288 1300 ໃນທັນທີ.
ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າລັດຖະບານ ແລະ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການ ການຄ້າມະນຸດທຸກຂັ້ນຕະຫລອດຮອດປະຊາຊົນລາວບັນດາເຜົ່າທ່ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນວຽກງານນີ້ຕະຫລອດມາ. ພ້ອມດຽວກັນ, ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອລັດຖະບານ ສປປ ລາວ ໃນການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາການຄ້າມະນຸດຕະຫລອດໄລ ຍະຜ່ານມາ.
ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດບວກກັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອຈາກເພື່ອນມິດສາກົນ, ພວກເຮົາຈະສາມາດເອົາຊະນະອຸປະສັກ ແລະ ເຮັດໃຫ້ໄພຂົ່ມຂູ່ຈາກການຄ້າມະນຸດຫລຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກສັງຄົມ.
ປະຊາຊົນລາວບັນດາເຜົ່າພວກ ເຮົາຈົ່ງຮ່ວມໃຈກັນຕ້ານໄພຄ້າ ມະນຸດ !
KPL