ການຮ່ວມມືຈີນ-ອາຊຽນ ຊ່ວຍສົ່ງເສີມ ການພັດທະນາ ດ້ານອຸດສາຫະກຳແບບຍືນຍົງ

29/07/2026 14:50
ຂປລ ໂຄງ​ປະ​ກອບ​ ທາງ​ດ້ານ​ເສດ​ຖະ​ກິດ ​ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ​ ມີ​ລັກ​ສະ​ນະ​ແບບ​ຊ່ວຍ​ຊູກ​ຍູ້​ໜູນ​ກັນ,ການ​ຮ່ວມ​ມື ​ລະ​ຫວ່າງ ສປ ​ຈີນ-ອາຊຽນ ​ຈະ​ຊ່ວຍ​ໃຫ້​ອາ​ຊີ​ ຕາ​ເວັນ​ອອກ​ສຽງ​ໃຕ້ ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ ດ້ານ​ອຸດ​ສາ​ຫະ​ກຳ,ກຳ​ແໜ້ນ​ໂອ​ກາດ ​ໃນ​ການ​ຫັນ​ປ່ຽນ​ສີ​ຂຽວ​ ແລະ ​ດິຈີ​ຕອນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ມາ​ໂຄ ຄາ​ມິ​ຢາ ຜູ້​ຕາງ​ໜ້າ​ ອົງການ​ພັດ​ທະ​ນາ​ ດ້ານ​ອຸດ​ສາ​ຫະ​ກຳ ​ແຫ່ງສະ​ຫະ ​ປະ​ຊາ​ຊາດ​​ ຫລື UNIDO ປະ​ຈຳ ​ອິນ​ໂດ​ເນ​ເຊຍ, ຕີ​ມໍ​ເລັ​ສ​ເຕ ​ແລະ ​ຟີ​ລິບ​ປິນ​ ໃຫ້​ສຳ​ພາດ​ຕໍ່​ຂ່າ​ວ​ສານ​ຊີນ​ຮ​ວາຂອງ​ຈີນ ​ຢູ່​ນະ​ຄອນ​ຫລວງ​ຈາ​ກາ​ຕາ ​ຂອງ​ອິນ​ໂດ​ເນ​ເຊຍ​ວ່າ: ໂຄງ​ປະ​ກອບ​ ທາງ​ດ້ານ​ເສດ​ຖະ​ກິດ ​ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ​ ມີ​ລັກ​ສະ​ນະ​ແບບ​ຊ່ວຍ​ຊູກ​ຍູ້​ໜູນ​ກັນ,ການ​ຮ່ວມ​ມື ​ລະ​ຫວ່າງ ສປ ​ຈີນ-ອາຊຽນ ​ຈະ​ຊ່ວຍ​ໃຫ້​ອາ​ຊີ​ ຕາ​ເວັນ​ອອກ​ສຽງ​ໃຕ້ ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ ດ້ານ​ອຸດ​ສາ​ຫະ​ກຳ,ກຳ​ແໜ້ນ​ໂອ​ກາດ ​ໃນ​ການ​ຫັນ​ປ່ຽນ​ສີ​ຂຽວ​ ແລະ ​ດິຈີ​ຕອນ. ທ່ານ ມາ​ໂຄ ຄາ​ມິ​ຢາ ກ່າວ​ວ່າ: ການ​ຮ່ວມ​ມື​ ລະ​ຫວ່າງ ​ສອງ​ຝ່າຍ​ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ ອັນ​ເປັນ​ພິ​ເສດ​ຕໍ່​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ ​ດ້ານ​ອຸດ​ສາ​ຫະ​ກຳ​ ແບບ​ຍືນ​ຍົງ​ຂອງ​ອາ​ຊຽນ. ​ໜຶ່ງ,ຄວາມ​ຕ້ອງ​ການ​ດ້ານ​ຕະ​ຫລາດ​ ທີ່​ມະ​ຫາສານ​ຂອງ ສປ ​ຈີນ ​ຊຸກ​ຍູ້​ຜູ້​ຜະ​ລິດ​ໃນ​ອາ​ຊຽນ ​ເຂົ້າ​ສູ່​ຂັ້ນ​ຕອນ ​ທີ່​ມີ​ມູນ​ຄ່າ ​ເພີ່ມສູງກວ່າ​ເກົ່າ; ​ສອງ,ການ​ລົງ​ທຶນ​ຂອງ ສປ ​ຈີນ ​ຢູ່​ອາ​ຊີ ຕາ​ເວັນ​ອອກ ສຽງ​ໃຕ້ ​ບໍ່​ພຽງ​ແຕ່ ​ໄດ້​ສ້າງ​ໂຮງ​ງານ​ເທົ່າ​ນັ້ນ, ຍັງ​ໄດ້​ຜ່ານ​ການ​ຊຸກ​ຍູ້​ ການ​ຄົ້ນ​ຄວ້າ ​ຜະ​ລິດ ​ແລະ​ ການ​ຝຶກ​ອົບ​ຮົມ​ອາ​ຊີບ ​ຕາມ​ສະ​ພາບ​ຕົວ​ຈິງ ​ຂອງ​ທ້ອງ​ຖິ່ນ​ ເພື່ອ​ຍົກ​ລະ​ດັບ ຄວາມ​ສາ​ມາດ​ ດ້ານ​ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ ຂອງ​ທ້ອງ​ຖິ່ນ; ສາມ, ສປ ຈີນ​ ແລະ ​ອາ​ຊຽນ​ ໄດ້ຮ່ວມ​ມື​ກັນ​ ໃນ​ຫລາຍ​ຂົງ​ເຂດ​ ເຊັ່ນ:​ ການ​ຜະ​ລິດ​ສີ​ຂຽວ, ການ​ສາກລົດ​ໄຟ​ຟ້າ, ພື້ນ​ຖານ​ໂຄງ​ລ່າງ ​ດິ​ຈີ​ຕອນ ​ແລະ ​ຂົງ​ເຂດ​ອື່ນໆ ເພື່ອ​ຫລຸດ​ຕົ້ນ​ທຶນ ​ການ​ພັດ​ທະ​ນາ​ ຂອງ​ພາກ​ພື້ນ​ໃຫ້​ຕ່ຳ​ລົງ​ ແລະ​ ຊຸກ​ຍູ້​ການ​ພັດ​ທະ​ນາ​ ໃນ​ພາກ​ພື້ນ​ ແບບ​ປະ​ສານ​ງານ​ກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top