ບັນດາປະເທດ ໃນພາກພື້ນ ຄວນຖືເອົາສິດນຳພາ ໃນການຮັກສາສັນຕິພາບ-ສະຖຽນລະພາບ ຢູ່ທະເລຈີນໃຕ້

25/07/2026 08:24
ຂປລ ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ຊີ້​ແຈງ​ຫລັກ​ໝັ້ນ​ ຕາມ​ຫລັກ​ການຂອງ​ ສປ ຈີນ​ ກ່ຽວ​ກັບ ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ, ໂດຍ​ກ່າວ​ວ່າ ຄວນ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ​ກາຍ ​ເປັນສະ​ພາບ​ຫລັກ ​ຢູ່​ທະ​ເລ​ຈີນ​ໃຕ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ​ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ຊີ້​ແຈງ​ຫລັກ​ໝັ້ນ​ ຕາມ​ຫລັກ​ການຂອງ​ ສປ ຈີນ​ ກ່ຽວ​ກັບ ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ, ໂດຍ​ກ່າວ​ວ່າ ຄວນ​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ມິດ​ຕະ​ພາບ​ກາຍ ​ເປັນສະ​ພາບ​ຫລັກ ​ຢູ່​ທະ​ເລ​ຈີນ​ໃຕ້.

ຜົນ​ການ​ສຳ​ຫລວດ​​ ຄວາມ​ເຫັນ ​ທີ່​ດຳ​ເນີນ​ໂດຍ ​ໂທ​ລະ​ພາບ​ສາ​ກົນ​ຈີນ ​ຫລື CGTN ຂອງວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG ​ຕໍ່​ຜູ້​ຕອບ​ແບບ​ສອບ​ຖາມ 2.664 ຄົນ​ໃນ 6 ປະ​ເທດ​ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ, ສສ ຫວຽດ​ນາມ, ຟິ​ລິບ​ປິນ ແລະ ສິງ​ກະ​ໂປ​ ໃນ​ໄລ​ຍະ​ເດືອນ​ມິ​ຖຸ​ນາ​ ຫາ​ເດືອນ​ກໍ​ລະ​ກົດ​ປີ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ແຊກ​ແຊງ​ ຂອງ​ປະ​ເທດ​ໃຫຍ່ ນອກ​ພາກ​ພື້ນ​ເຂົ້າ​ໃນ​​ຄວາມ​ຂັດ​ແຍ້ງ​ ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ຖືກ​ເບິ່ງວ່າ​ເປັນ​ມື​ມືດ​ສຳ​ຄັນ​ທີ່​ຢູ່​ເບື້ອງ​ຫັງ​​ສະ​ພາບ​ຄວາມ​ເຄັ່ງ​ຕຶງ ​ຢູ່​ທະ​ເລ​ຈີນ​ໃຕ້, ໃນ​ຂະ​ນະ​ທີ່ ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຈີນ​ໃຕ້ ​ດ້ວຍ​ສັນ​ຕິ​ເວ​ທີ ແລະ ເປັນ​ເຈົ້າ​ຕົນ​ເອງ​ ໄດ້​ກາຍ​ເປັນ​ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ​ ໂດຍ​ທົ່ວ​ໄປ ​ຂອງ​ຜູ້​ຕອບ ​ແບບ​ສອບ​ຖາມ. ໃນ​ນັ້ນ, 84,6% ຂອງ​ຜູ້​ຕອບ​ແບບ ​ສອບ​ຖາມ​ເຫັນ​ວ່າ ​ບັນ​ຫາ​ທະ​ເລ​ຈີນ​ໃຕ້ ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ, ຜ່ານ​ການ​ສົນ​ທະ​ນາ ແລະ ການ​ປຶກ​ສາ​ຫາ​ລື​ໂດຍ​ສັນ​ຕິ; 64,3% ເຫັນ​ວ່າ​ການ​ແຊກ​ແຊງ​ຈາກ​ປະ​ເທດ​ໃຫຍ່ນອກ​ພາກ​ພື້ນ​ເຮັດ​ໃຫ້​ບາງ​ປະ​ເທດ​ທີ່​ຮຽກ​ຮ້ອງ​ສິດ ​ທິ​ກ່ຽວ​ຂ້ອງອາ​ໄສ​ ການສະ​ໜັບ​ສະ​ໜູນ​ ຈາກ​ພາຍນອກ​ແທນ ​ທີ່​ຈະ​ອາ​ໄສ​ ການ​ສົ​ນ​ທະ​ນາ​ ໃນ​ພາກ​ພື້ນ, ​ ​ເຮັດ​ໃຫ້​ຄວາມ​ສາ​ມາດ​ ໃນ​ການ​ແກ້​ໄຂ ​ຄວາມ​ຂັດ​ແຍ້ງ ​​ດ້ວຍ​ຕົນ​ເອງ​ ຂອງ​ພາກ​ພື້ນ​​ຫລຸດ​​ລົງ ​ຕື່ມ​ອີກ; 74,4% ເຫັນ​ວ່າ​ ການ​ແຊກ​ແຊງ ​ຢ່າງ​ຕໍ່​ເນື່ອງ​ ຈາກປະ​ເທດ​ໃຫຍ່ ນອກ​ພາກ​ພື້ນ ​ຈະ​ເຮັດ​ໃຫ້​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ ໃນ​ພາກ​ພື້ນ​ຮຸນ​ແຮງ​ຂຶ້ນ, ເຊິ່ງ​ຈະ​​ເປັນ​ໄພ​ຂົ່ມ​ຂູ່​ການ​ຄ້າ ແລະ ຄວາມ​ໝັ້ນ​ຄົງ​ ດ້ານ​ພະ​ລັງ​ງານ​ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ສປ ຈີນ ຍິງສົ່ງດາວທຽມ 5 ດວງສຳເລັດຂ່າວຕ່າງປະເທດ

      ສປ ຈີນ ຍິງສົ່ງດາວທຽມ 5 ດວງສຳເລັດ

      7/25/2026 8:24:26 AM

      ສປ ຈີນ ​ໄດ້​ນຳ​ໃຊ້​ຈະ​ຫລວດ ​ສົ່ງ​ຍານ​ລີ້​ຈ້ຽນ 1 -Y15, ​ຍິງ​ສົ່ງ​ດາວ​ທຽມ​ ຈຳ​ນວນ 5 ດວງ ​ຂຶ້ນ​ສູ່​ອະ​ວະ​ກາດ ​ດ້ວຍ​ຜົນ​ສຳ​ເລັດ.

    • ອາຊຽນ ຮຽກຮ້ອງ ໃຫ້ຮັບປະກັນສິດ ເສລີໃນການເດີນເຮືອຂ່າວຕ່າງປະເທດ

      ອາຊຽນ ຮຽກຮ້ອງ ໃຫ້ຮັບປະກັນສິດ ເສລີໃນການເດີນເຮືອ

      7/25/2026 8:24:02 AM

      ນ​ຖະ​ແຫລງ​ການ​ຮ່ວມ​ທີ່​ໄດ້ຮັບ​ການ​ຮັບ​ຮອງ​ເອົາ​ ໃນ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ຈັດຂຶ້ນ​ຢູ່ ຟີ​ລິບ​ປິນ ເມື່ອບໍ່ດົນ ມານີ້ ໂດຍບັນ​ດາ ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ຮຽກ​ຮ້ອງ​ໃຫ້ ​ຮັບ​ປະ​ກັນ​ສິດ​ເສ​ລີ​ ໃນ​ການ​ເດີນ​ເຮືອ ​ຜ່ານ​ບັນ​ດາ​ຊ່ອງ​ແຄບ ​ທະ​ເລ​ສາ​ກົນ,

    • ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ອອກຖະແຫລງການຮ່ວມຂ່າວຕ່າງປະເທດ

      ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ອອກຖະແຫລງການຮ່ວມ

      7/24/2026 12:51:26 PM

      ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ​ອາ​ຊຽນ-ຈີນ​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫລວງ ​ມະ​ນີ​ລາ ຂອງ​ຟິ​ລິບ​ປິນ, ຫລັງ​ຈາກ ກອງ​ປະ​ຊຸມ​ສຳ​ເລັດ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ. ຖະ​ແຫລງ​ການ​ຮ່ວມ ​​ໄດ້ຮຽກ​ຮ້ອງ​ ໃຫ້​ບັນ​ດາ​ຝ່າຍ ​ຈົ່ງ​ຍຶດ​ໝັ້ນ​ລັດ​ທິ​ຫລາຍ​ຝ່າຍ ແລະ ການ​ສົນ​ທະ​ນາ​ຢ່າງ​ຈິງ​ໃຈ, ຊຸກ​ຍູ້​ການ​ແກ້​ໄຂ​ການ​ປະ​ທະ​ກັນ ​ຢູ່​​ພາກ​ພື້ນຕາ​ເວັນ​ອອກ​ກາງ​​ ໃຫ້​ມີ​ສັນ​ຕິ​ພາບ​ຖາ​ວອນ ​ດ້ວຍ​ວິ​ທີ​ ທາງ​ການ​ທູດ, ເລັ່ງ​ທວງ​ໃຫ້​ ບັນ​ດາ​ຝ່າຍ ​ຍຸດ​ຕິ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ໃນ​ທັນ​ທີ ​ຢ່າງ​ຮອບ​ດ້ານ.

    • ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສູ້ຊົນໃຫ້ບັນລຸ 48 ຕື້ໂດລາສະຫະລັດຂ່າວຕ່າງປະເທດ

      ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສູ້ຊົນໃຫ້ບັນລຸ 48 ຕື້ໂດລາສະຫະລັດ

      7/24/2026 12:43:22 PM

      ເຄື່ອງ​ຕ່ຳ​ແ​ຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ພວມ​ມາ​ນະ​ ພະ​ຍາ​ຍາມ ​ຮັກ​ສາ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ຄວບ​ຄຸມ​ລາຍ​ຈ່າຍ, ເປັນ​ເຈົ້າ​ ແຫລ່ງວັດ​ຖຸ​ດິບ ແລະ ຫັນ​ຕະ​ຫລາດ ​ເປັນ​ຫລາຍ​ຮູູບ ​ຫລາຍ​ແບບ ເພື່ອ​ມຸ່ງ​ໄປ​ເຖິງ ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ໃ ຫ້​ບັນ​ລຸ 48 ຕື້ໂດລາສະຫະລັດ ໃນ​ປີ 2026.

    • ຝຣັ່ງ ມີຜູ້ເສຍຊີວິດຫລາຍກວ່າ 5.700 ຄົນ ໃນໄລຍະເກີດຄື້ນຄວາມຮ້ອນ ໃນທ້າຍເດືອນມິຖຸນາຂ່າວຕ່າງປະເທດ

      ຝຣັ່ງ ມີຜູ້ເສຍຊີວິດຫລາຍກວ່າ 5.700 ຄົນ ໃນໄລຍະເກີດຄື້ນຄວາມຮ້ອນ ໃນທ້າຍເດືອນມິຖຸນາ

      7/24/2026 12:35:22 PM

      ຜູ້​ເສຍ​ຊີ​ວິດ ​ເກີນ​ປົກ​ກະ​ຕິ​ຢູ່​ຝ​ຣັ່ງ​ ໃນ​ໄລ​ຍະ​ເກີດ​ຄື້ນ ​ຄວາມ​ຮ້ອນ​ລະ​ຫວ່າງ ວັນ​ທີ 17 ມິ​ຖຸ​ນາ​ຫາ​ວັນ​ທີ 2 ກໍ​ລະ​ກົດ​ປີ​ນີ້​ມີ 5.764 ຄົນ, ໃນ​ນັ້ນ​ 56% ​ແມ່ນ​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ ວັນ​ທີ 25-27 ມິ​ຖຸ​ນາ.

ads
ads

Top