ອາຊຽນ ຮຽກຮ້ອງ ໃຫ້ຮັບປະກັນສິດ ເສລີໃນການເດີນເຮືອ

25/07/2026 08:24
ຂປລ ນ​ຖະ​ແຫລງ​ການ​ຮ່ວມ​ທີ່​ໄດ້ຮັບ​ການ​ຮັບ​ຮອງ​ເອົາ​ ໃນ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ຈັດຂຶ້ນ​ຢູ່ ຟີ​ລິບ​ປິນ ເມື່ອບໍ່ດົນ ມານີ້ ໂດຍບັນ​ດາ ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ຮຽກ​ຮ້ອງ​ໃຫ້ ​ຮັບ​ປະ​ກັນ​ສິດ​ເສ​ລີ​ ໃນ​ການ​ເດີນ​ເຮືອ ​ຜ່ານ​ບັນ​ດາ​ຊ່ອງ​ແຄບ ​ທະ​ເລ​ສາ​ກົນ,

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ໃນ​ຖະ​ແຫລງ​ການ​ຮ່ວມ​ທີ່​ໄດ້ຮັບ​ການ​ຮັບ​ຮອງ​ເອົາ​ ໃນ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ຈັດຂຶ້ນ​ຢູ່ ຟີ​ລິບ​ປິນ ເມື່ອບໍ່ດົນ ມານີ້ ໂດຍບັນ​ດາ ​ລັດ​ຖະ​ມົນ​ຕີ ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ຮຽກ​ຮ້ອງ​ໃຫ້ ​ຮັບ​ປະ​ກັນ​ສິດ​ເສ​ລີ​ ໃນ​ການ​ເດີນ​ເຮືອ ​ຜ່ານ​ບັນ​ດາ​ຊ່ອງ​ແຄບ ​ທະ​ເລ​ສາ​ກົນ, ພ້ອມ​ທັງ​ ເນັ້ນ​ໜັກ​ເຖິງ​ ຄວາມ​ສຳ​ຄັນ​ ຂອງ​ການ​ຮັບ​ປະ​ກັນ​ສິດ​ເສ​ລີ​ ໃນ​ການ​ເດີນ​ເຮືອ ແລະ ການ​ບິນ, ກໍ​ຄື ​ຮັບ​ປະ​ກັນ ​ໃຫ້ການ​ເຄື່ອນ​ໄຫວ​ຈະ​ລາ​ຈອນ​ ຜ່ານ​ບັນ​ດາ​ເສັ້ນ​ທາງ ​ເດີນ​ທະ​ເລ​ສາ​ກົນ​​ໃຫ້​ລຸ​ລ່ວງ, ໃນ​ນັ້ນ​ມີ​ຊ່ອງ​ແຄບ​ທະ​ເລ ຮໍມຸສ(Hormuz).ອາ​ຊຽນ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ ​ຕໍ່​ຜົນ​ກະ​ທົບ​ ຈາກ​ການ​ປ​ະ​ທະ​ກັນ ​ຢູ່​ຕາ​ເວັນ​ອອກ​ກາງ, ພິ​ເສດ ​ແມ່ນ​ສຳ​ລັບ ​ຄວາມ​ໝັ້ນ​ຄົງ ​ດ້ານ​ພະ​ລັງ​ງານ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ພາກ​ພື້ນ, ພ້ອມ​ທັງ​ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ ​ຈົ່ງ​ລະ​ງັບ​ໃຈ, ເພີ່ມ​ທະ​ວີ​ ການ​ສົນ​ທະ​ນາ ແລະ ແກ້​ໄຂ​ກາ​ນ​ຂັດ​ແຍ້ງ​ກັນ ​ໂດຍ​ສັນ​ຕິ​ວິ​ທີ. ຖະ​ແຫລງ​ການ​ຮ່ວມ ​ກໍ​ໄດ້​ເຕື້ອງ​ເຖິງ​ເລື່ອງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ ດ້ານ​ພະ​ລັງ​ງານ ​ລະ​ຫວ່າງ ​ບັນ​ດາ​ປະ​ເທດ ອາ​ຊຽນ ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື ​ຕໍ່​​ຜົນ​ກະ​ທົບ​ຈາກ​ພາຍ​ນອກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top