ຫົວພັນ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົຍຮອບ 71 ປີ

23/07/2026 02:45
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ສະຫະພັນແມ່ຍິງ ແຂວງຫົວພັນ ຈັດພິທີສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນ ແມ່ຍິງລາວຄົບຮອບ 71 ປີ(20 ກໍລະກົດ 1955-20 ກໍລະກົດ 2026) ພາຍໃຕ້ຄໍາຂວັນ “ 71 ປີ ມີໄຊເຕີບໃຫຍ່ເຂັ້ມແຂງ ພັດທະນາ ແມ່ຍິງກ້າວໄກ ທັນສະໄໝ”

 ໃນ ວັນທີ 17 ກໍລະກົດ 2026 ທີ່ຫໍວັດ ທະນະທໍາແຂວງ ໂດຍການປາຖະ ກະຖາຂອງ ທ່ານ ຄອນປະພັນ ເລືອງ ສີຈັນທອງ ຮອງເລຂາພັກແຂວງ ຫົວພັນ, ມີການນຳແຂວງ, ການ ນໍາເມືອງຊໍາເໜືອ, ຫົວໜ້າພະແນກ ການອ້ອມຂ້າງແຂວງ, ພະນັກງານ ບໍານານ ພ້ອມດ້ວຍສະມາຊິກແມ່ຍິງ ພາຍໃນເທສະບານແຂວງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ຊຶ່ງຕະຫລອດໄລຍະແຫ່ງ ການຕໍ່ສູ້ປົດປ່ອຍຊາດ ແລະ ປົກ ປັກຮັກສາປະເທດຊາດ, ແມ່ຍິງ ລາວບັນດາເຜົ່າ ມີມູນເຊື້ອຕໍ່ສູ້ພິລະ ອາດຫານ, ມູນເຊ້ືອດຸໝັ່ນຂະຫຍັນ ພຽນໃນການອອກແຮງງານ ແລະ ມູນເຊ້ືອອະນຸລັກວັດທະນະທຳອັນ ດີງາມຂອງຊາດ ແລະ ຂອງແມ່ ຍິງລາວ; ແມ່ຍິງມີບົດບາດສໍາ ຄັນຕົ້ນຕໍໃນການອະນຸລັກຮັກສາ ວັດທະນະທຳອັນດີງາມ ສະແດງ ອອກໃນກິລິຍາມາລະຍາດ, ການ ນຸ່ງຖືແຕ່ງກາຍ, ການຮ້ອງລຳທຳ ເພງ, ການຟ້ອນ, ການຈັດຕັ້ງພິທີກຳ ທາງສາສະໜາ, ຮີດຄອງປະເພນີ ແລະ ອື່ນໆ. ພ້ອມນີ້, ເອື້ອຍນ້ອງ ແມ່ຍິງ ໄດ້ກາຍເປັນຜູ້ສືບທອດໃນການປົກປັກຮັກສາມູນມໍລະດົກ ວັດທະນະທຳອັນດີງາມຂອງຊາດ ຖ່າຍທອດຈາກຮຸ່ນສູ່ຮຸ່ນ ຈົນເທົ່າ ທຸກວັນນີ້.

ສໍາລັບສະຫະພັນແມ່ຍິງແຂວງ ຫົວພັນໃນ 1 ປີຜ່ານມາ ໄດ້ຈັດຕັ້ງ ເຜີຍແຜ່, ເຊື່ອມຊຶມເອກະສານມູນ ເຊື້ອປະຫວັດສາດ ຂອງຊາດ, ຂອງ ພັກ, ມູນເຊື້ອວັດທະນະທໍາອັນດີ ງາມຂອງຊາດ, ຂອງແມ່ຍິງລາວ, ລັດຖະທໍາມະນູນ, ກົດໝາຍ, ກົດ ລະບຽບສະຫະພັນແມ່ຍິງ, ການ ສົ່ງເສີມຄວາມກ້າວໜ້າຂອງແມ່ ຍິງ, ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ແນວທາງການຕ່າງປະ ເທດ, ວຽກງານເສດຖະກິດ-ສັງຄົມ, ບັນດາສົນທິສັນຍາສາກົນທີ່ພົວພັນ ເຖິງສິດ, ຜົນປະໂຫຍດອັນຊອບທໍາ ຂອງແມ່ຍິງ ແລະ ເດັກ, ນິຕິກໍາ, ເອ ກະສານສໍາຄັນອື່ນໆ ໄດ້ 355 ຄັ້ງ, ຊຸກຍູ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນຂ້ໍ ແຂ່ງຂັນ 3 ດີ ໄດ້ 953 ຄັ້ງ, ປຸກ ລະດົມສະມາຊິກສະຫະພັນແມ່ຍິງ ບັນດາເຜ່ົາເຂ້ົາຮ່ວມໃນການຮັກສາ ສຸຂະພາບ, ການສັກຢາກັນພະຍາດ ຕາມລະດູການ, ການລ້ຽງລູກດ້ວຍ ນົມແມ່, ວຽກງານໂພຊະນາການ, ຊຸມຊົນເປັນເຈົ້າການດ້ານສຸຂະອະ ນາໄມ ແລະ ວຽກງານອື່ນໆຕື່ມອີກ.

ການປາຖະກະຖາຄັ້ງນີ້ ກໍເພ່ືອ ຫວນຄືນປະຫວັດມູນເຊື້ອການກໍາ ເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ ຍິງລາວ ແລະ ແມ່ຍິງລາວບັນດາ ເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດ ຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ.

ຂ່າວ: ນິດຖະໜອມ

KPL

ຂ່າວອື່ນໆ

    • ປະກາດເມືອງຫີນເຫີບ ເປັນເມືອງສະຫະພັນແມ່ຍິງ 3 ດີວັດທະນະທຳ-ສັງຄົມ

      ປະກາດເມືອງຫີນເຫີບ ເປັນເມືອງສະຫະພັນແມ່ຍິງ 3 ດີ

      7/23/2026 2:55:13 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ ເມືອງຫີນເຫີບ ແຂວງວຽງຈັນ ເປັນ ເມືອງສະຫະພັນແມ່ຍິງ 3 ດີ ໄລຍະ (2025-2026) ແລະ ສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 71 ປີ

    • ມຊ ເນັ້ນສ້າງບຸກຂະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ-ທັນຍຸກສະໄໝວັດທະນະທຳ-ສັງຄົມ

      ມຊ ເນັ້ນສ້າງບຸກຂະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ-ທັນຍຸກສະໄໝ

      7/22/2026 10:00:04 AM

      ມະຫາວິທະຍາໄລແຫ່ງ ຊາດ (ມຊ) ກໍຄື ພາກວິຊາສື່ສານ ມວນຊົນ, ຄະນະອັກສອນສາດ ໃຫ້ ຄວາມສຳຄັນຕໍ່ການພັດທະນາ ແລະ ສ້າງບຸກຄະລາກອນດ້ານສື່ສານ ມວນຊົນ ໃຫ້ມີຄວາມຮູ້, ຄວາມສາ ມາດຢ່າງຮອບດ້ານ, ມີຈັນຍາບັນ ວິຊາຊີບ ແລະ ສາມາດນຳໃຊ້ເຕັກ ໂນໂລຊີສື່ສານສະໄໝໃໝ່ ໄດ້ຢ່າງ ມີປະສິດທິຜົນ ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມໃນຍຸກດີຈິຕອນ ໂດຍເນັ້ນພັດທະນາທັກສະທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ໃຫ້ນັກສຶກສາໄດ້ຝຶກ ຜະລິດຂ່າວ, ບົດຄວາມ, ລາຍການ ວິທະຍຸ-ໂທລະພາບ, ສື່ດີຈິຕອນ, ສື່ ສັງຄົມອອນລາຍ ແລະ ອື່ນໆ.

    • ເຈົ້າໜ້າທີ່ ປກສ ຈັບກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີ ໄດ້ຫລາຍກ່ວາ 589 ຄົນວັດທະນະທຳ-ສັງຄົມ

      ເຈົ້າໜ້າທີ່ ປກສ ຈັບກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີ ໄດ້ຫລາຍກ່ວາ 589 ຄົນ

      7/22/2026 9:37:13 AM

      ເຈົ້າໜ້າທີ່ໜ່ວຍສະເພາະ ກິດ ແກ້ໄຂບັນຫາສະແກມເມີ ກະ ຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມກັບກຳລັງປ້ອງກັນເຄື ່ອນທີ່ ໄດ້ ເຂົ ້າຈັບກຸ່ມແກ້ງເປີດໃຫ້ບໍລິການເວັບພະນັນອອນລາຍ ແລະ ກຸ ່ມແກ້ງ ໍ້ໂກງຊັບທາງໂທລະຄົມ ແລະ ການ ື່ສານ (ແກ້ງສະແກມເມີ) ໃນວັນທີ 18 ກໍລະກົດ 2026 ຢູ່ອາຄານໃຫ້ ເຊົ່າເຂດບ້ານດົງໂພສີ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 589 ຄົນ.

    • ຫາລືການເກັບກູ້ລະເບີດບໍ່ທັນແຕກ ແລະ ຂອບກົດໝາຍສາກົນ ເລັ່ງລັດການປະຕິບັດວາລະ 2030ວັດທະນະທຳ-ສັງຄົມ

      ຫາລືການເກັບກູ້ລະເບີດບໍ່ທັນແຕກ ແລະ ຂອບກົດໝາຍສາກົນ ເລັ່ງລັດການປະຕິບັດວາລະ 2030

      7/21/2026 10:49:11 AM

      ສໍານັກງານຜູ້ຕາງໜ້າ ຖາວອນແຫ່ງ ສປປ ລາວ ປະຈໍາ ອົງການ ສະຫະປະຊາຊາດ ຮ່ວມ ກັບອົງການສະຫະປະຊາຊາດ ເພື່ອ ການພັດທະນາ (UNDP) ຈັດກອງປະຊຸມລະດັບສູງ ພາຍໃຕ້ຫົວ ຂໍ້ “ເປົ້າໝາຍການພັດທະນາແບບ ຍືນຍົງແຫ່ງຊາດ: ວຽກງານເກັບ ກູ້ລະເບີດບໍ ່ທັນແຕກ ແລະ ຂອບ ກົດໝາຍສາກົນ ເພື່ອເລັ່ງລັດການ ຈັດຕັ້ງປະຕິບັດວາລະ 2030 ໃນວັນ ທີ 16 ກໍລະກົດ 2026 ຜ່ານມາ, ຢູ່ ສໍານັກງານໃຫຍ່ຂອງອົງການ ສະ ຫະປະຊາຊາດ ທີ່ນິວຢອກ ຊຶ່ງເປັນ ກອງປະຊຸມປິ່ນອ້ອມໃນໄລຍະ ເວທີ ປຶກສາຫາລືການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນ ຍົງ (HLPF).

    • ປກສ ແຂວງວຽງຈັນຊີ້ແຈງຕໍ່ເຫດການນັກທ່ອງທ່ຽວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດວັດທະນະທຳ-ສັງຄົມ

      ປກສ ແຂວງວຽງຈັນຊີ້ແຈງຕໍ່ເຫດການນັກທ່ອງທ່ຽວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ

      7/20/2026 10:32:50 AM

      ວັນທີ 17 ກໍລະກົດ 2026, ທ່ານ ພັອ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການປ້ອງ ກັນຄວາມສະຫງົບ ແຂວງວຽງຈັນ ໄດ້ຖະແຫລງຂ່າວກ່ຽວກັບກໍລະນີ ນັກທ່ອງທ່ຽວຈໍານວນໜຶ່ງ ໄປທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລ້ວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ ໃນໄລຍະເດືອນພະຈິກ 2024, ໂດຍມີຕາງໜ້າຈາກກະ ຊວງ ປກສ, ກະຊວງການຕ່າງປະ ເທດ ແລະ ຕາງໜ້າຈາກສະຖານ ທູດບັນດາປະເທດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top