ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີປະກາດ ເມືອງຫີນເຫີບ ແຂວງວຽງຈັນ ເປັນ ເມືອງສະຫະພັນແມ່ຍິງ 3 ດີ ໄລຍະ (2025-2026) ແລະ ສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 71 ປີ
ໃນວັນທີ 16 ກໍລະກົດ 2026 ໂດຍມີ ທ່ານ ກົງຈັນ ພັນທະມິດ ເລຂາພັກເມືອງ ຫີນເຫີບ, ທ່ານ ນາງ ສົມພອນ ສຸ ທຳມະວົງ ຮອງປະທານສະຫະພັນ ແມ່ຍິງແຂວງວຽງຈັນ ພ້ອມດ້ວຍ ໜ່ວຍແມ່ຍິງຫ້ອງການ, ກົມກອງ, ໜ່ວຍແມ່ຍິງບ້ານ ແລະ ແຂກຖືກ ເຊີນເຂົ້າຮ່ວມ.
ທ່ານ ນາງ ບຸນຖະໜອມ ພົມ ມະຈັນ ຮອງປະທານສະຫະພັນແມ່ ຍິງເມືອງຫີນເຫີບ ໄດ້ສະຫລຸບການ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງເມືອງ ຫີນເຫີບ ໃນໄລຍະປີ 2025-2026 ວ່າ: ສະຫະພັນແມ່ຍິງເມືອງຫີນເຫີບ ແມ່ນອົງການຈັດຕັ້ງມະຫາຊົນ ໜຶ່ງ ຊຶ່ງເປັນເສນາທິການໃຫ້ແກ່ ຄະນະພັກ, ອົງການປົກຄອງເມືອງ ແລະ ສະຫະພັນແມ່ຍິງແຂວງ ໂດຍເຮັດໜ້າທີ່ສຶກສາອົບຮົມການ ເມືອງ-ແນວຄິດເຕົ້າໂຮມຄວາມ ສາມັກຄີແມ່ຍິງບັນດາເຜົ່າ, ບັນດາ ຊັ້ນຄົນໃນທົ່ວເມືອງເພື່ອປະຕິບັດ ແນວທາງນະໂຍບາຍຂອງພັກ ເປັນ ຕົວແທນປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ. ປັດຈຸບັນມີການຈັດຕ້ັງ ສະຫະພັນແມ່ຍິງ ຢູ່ຂັ້ນຮາກຖານ ບ້ານ 44 ບ້ານ, 1 ຮາກຖານ 24 ໜ່ວຍກົມກອງ, ຫ້ອງການ, ໂຮງຮຽນ. ຫ້ອງການສະຫະພັນແມ່ ຍິງເມືອງ ມີພະນັກງານທັງໝົດ 4 ທ່ານ ຮອງປະທານ 2 ທ່ານ, ຫົວໜ້າ ໜ່ວຍງານ 2 ທ່ານ ທົ່ວເມືອງມີແມ່ ຍິງທັງໝົດ 17.342 ຄົນ, ແມ່ຍິງ ອາຍຸ 15 ປີຂຶ້ນໄປ 11.653 ຄົນ, ມີ ສະມາຊິກແມ່ຍິງ 5.703 ຄົນ ກວມ 49% ຂອງແມ່ຍິງອາຍຸ 15 ປີຂຶ້ນ ໄປ, ສະມາຊິກສະຫະພັນແມ່ຍິງທ່ ເປັນພະນັກງານ-ລັດຖະກອນ 322 ຄົນ, ສະມາຊິກທີ່ເປັນນັກສຶກສາ 329 ຄົນ, ເປັນປະຊາຊົນ 5.052 ຄົນ. ຜ່ານການຈັດຕັ້ງປະຕິບັດສາ ມາດຮັບຮອງເປັນບ້ານ ແລະ ໜ່ວຍ ສະຫະພັນແມ່ຍິງ 3 ດີ ໄດ້ 44 ບ້ານ, 24 ກົມກອງ ແລະ ໜ່ວຍ 1 ຮາກຖານ, ມີສະມາຊິກສະຫະພັນ ແມ່ຍິງ 3 ດີທັງໝົດ 5.703 ຄົນ, ເປັນພົນລະເມືອງດີ 5.396 ຄົນ, ພັດທະນາດີ 4.596 ຄົນ, ສ້າງ ຄອບຄົວດີ 4.987 ຄົນ. ຕີລາຄາ ແບ່ງປະເພດບຸກຄົນ 3 ດີ: ສະມາຊິກ ສະຫະພັນແມ່ຍິງ 3 ດີ ປະເພດ 1 ມີ 4.385 ຄົນ, ສະມາຊິກສະຫະພັນ ແມ່ຍິງ 3 ດີ ປະເພດ 2 ມີ 1.318 ຄົນ.
ໃນພິທີ, ຍັງໄດ້ຮັບຟັງການເລ່ົາ ຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 71 ປີ ໂດຍຍົກ ໃຫ້ເຫັນຜົນງານຂອງແມ່ຍິງລາວ ທ່ີໄດ້ປະກອບສ່ວນໃນພາລະກິດ ປະຕິວັດ ປົດປ່ອຍຊາດ ຂັບໄລ່ຈັກ ກະພັດຜູ້ຮຸກຮານແບບເກົ່າ ແລະ ແບບໃໝ່ ຊຶ່ງແມ່ຍິງລາວໄດ້ຄຽງ ບ່າຄຽງໄຫລ່ກັບນັກຮົບປະຕິວັດຜ້ ຮັກຫອມສັນຕິພາບ ແລະ ຮັກບ້ານ ເກີດເມືອງນອນ ລວມທັງການຈັດ ຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ.
KPL