ຄວາມສຳຄັນຂອງກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I

19/07/2026 11:52
Email Print 131
ຂປລ ຂປລ. ເປັນຄັ້ງທຳອິດທີ່ປະເທດລາວ ໄດ້ຈັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບຜົນສຳເລັດຕາມໝາຍທີ່ວາງໄວ້.
   ຂປລ. ເປັນຄັ້ງທຳອິດທີ່ປະເທດລາວ ໄດ້ຈັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບຜົນສຳເລັດຕາມໝາຍທີ່ວາງໄວ້.
  ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມໝາຍສຳຄັນຫລາຍ. ດັ່ງທ່ານ ນາງ ວິລະພອນ ທອງພິມ ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງໄຊຍະບູລີໃຫ້ສຳພາດວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍ ຄວາມສຳຄັນຫລາຍໃນປະຫວັດສາດ ຊຶ່ງຈະເປັນທິດທາງໃນການພັດທະນາວຽກງານສື່ມວນຊົນທົ່ວປະເທດ. ຜ່ານການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເຫັນວ່າ ສື່ມວນຊົນນີ້ ແມ່ນມີບົດບາດສຳຄັນຫລາຍໃນການພັດທະນາ, ການມີສ່ວນຮ່ວມເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ເປັນກະບອກສຽງສຳຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ກໍຄືການຕອບຕ້ານຖ້ອຍຄວາມ ທຳນອງທີ່ບິດເບືອນຂອງພວກກຸ່ມຄົນບໍ່ດີ. ໃນເມື່ອເຫັນໄດ້ຄວາມສຳຄັນຂອງວຽກງານສື່ມວນຊົນນີ້ແລ້ວ ໃນອະນາຄົດຢູ່ໃນທ້ອງຖິ່ນຂອງຂ້າພະເຈົ້າ (ແຂວງໄຊຍະບູລີ) ກໍມີຫລາຍບັນຫາທີ່ຈະຕ້ອງໄດ້ປັບປຸງ ໂດຍສະເພາະແມ່ນດ້ານບຸກຄະລາກອນ ຊຶ່ງໃນໄລຍະຜ່ານມາ ເຫັນວ່າດ້ານບຸກຄະລາກອນ ພັກ ແລະ ລັດ ກໍໄດ້ເອົາໃຈ ໃສ່ໃນການພັດທະນາ ແຕ່ວ່າອີງໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະປັດຈຸບັນນີ້ ເຫັນວ່າຍັງມີຫລາຍອັນທີ່ຈະຕ້ອງໄດ້ສືບຕໍ່ພັດທະນາດ້ານບຸກຄະລາກອນ ໃຫ້ມັນທ່ວງທັນ ເທົ່າທຽມ ທັນກັບໄລຍະທັນສະໄໝແຫ່ງຍຸກ 4.0 ນີ້. ນອກຈາກນັ້ນ, ຕ້ອງພັດທະນາດ້ານໂຄງລ່າງພື້ນຖານ, ດ້ານວັດຖຸເຕັກນິກ ແລະ ດ້ານອື່ນໆ. ແນວໃດກໍດີ, ໃນເມື່ອກ່ອນ ກໍຄືໄລຍະປັດຈຸບັນນີ້ ສື່ມວນຊົນລາວ ກໍເຫັນວ່າມີຄວາມຈຳເປັນຫລາຍທີ່ຈະຕ້ອງໄດ້ພັດທະນາຕົນເອງ ເພື່ອໃຫ້ສາມາດເຮັດໜ້າທີ່ການເມືອງໃນໄລຍະໃໝ່ໄດ້ ໂດຍສະເພາະແມ່ນຕ້ອງໄດ້ຍົກສູງທາງດ້ານຄວາມຮູ້ ຄວາມສາມາດ, ເຕັກນິກ ຫລື ວ່າບົດບາດໃນການສື່ສານຕ່າງໆ.
    ທ່ານ ຄຳພູສະຫວັນ ເພັງສະຫວັດ ຫົວໜ້າຂະແໜງສື່ມວນຊົນ ແຂວງອຸດົມໄຊ ກໍໃຫ້ຮູ້ວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຖືວ່າເປັນຄັ້ງປະຫວັດສາດ ຕະຫລອດ 76 ປີ ຊຶ່ງສຸດທີ່ມີຄວາມໝາຍຄວາມສຳຄັນຫລາຍ ແລະ ຫລາຍໆຫົວຂໍ້ກໍເປັນແນວຄິດໃໝ່ໆ ທີ່ຈະນຳໄປພັດທະນາວຽກງານສື່ມວນຊົນຂອງປະເທດພວກເຮົາ ໃຫ້ທັນສະໄໝ ແລະ ທັນຕາມຍຸກໃໝ່ ຍຸກດີຈິຕອນໃນປະຈຸບັນນີ້. ທັງຍັງເປັນການສະຫລຸບ ຕີລາຄາວຽກງານສື່ມວນຊົນ ຕະຫລອດໄລຍະຜ່ານມາ ຊຶ່ງສະແດງໃຫ້ເຫັນຫລາຍອັນ ທີ່ວຽກງານສື່ມວນຊົນຂອງປະເທດເຮົາ ໄດ້ມີການເຄື່ອນໄຫວທີ່ມີໃບໜ້າໃໝ່ ແລະ ສາມາດທຽບທັນກັບສື່ມວນຊົນຕ່າງປະເທດໃນໄລຍະຜ່ານມາ. ນອກຈາກນັ້ນແລ້ວ, ເປັນສິ່ງໜຶ່ງທີ່ຈະເປັນບ່ອນອີງໃຫ້ແກ່ການພັດທະນາວຽກງານສື່ມວນຊົນ. ເນື້ອໃນກອງປະຊຸມ ແມ່ນການຜ່ານຮ່າງມະຕິ ວ່າດ້ວຍການນຳພາຂອງພັກ ຕໍ່ວຽກງານສື່ມວນຊົນ. ຖືວ່າເປັນຂີດໝາຍທີ່ຈະນຳພາໃຫ້ວຽກງານສື່ມວນຊົນພວກເຮົານຳໄປພັດທະນາ ໂດຍສະເພາະແມ່ນສື່ທ້ອງຖິ່ນຂອງພວກເຮົາໃນໄລຍະຕໍ່ໄປ.
ສຳລັບແຂວງອຸດົມໄຊ ກໍເປັນແຂວງໜຶ່ງທີ່ມີຈຸດພິເສດ ທີ່ຕັ້ງຢູ່ພາກເໜືອ ຂອງປະເທດລາວ ໂດຍສະເພາະແມ່ນເປັນຈຸດໃຈກາງຂອງພາກເໜືອ ຊຶ່ງມີທ່າແຮງ ເງື່ອນໄຂທີ່ດີ ໃນການພັດທະນາເສດຖະກິດ-ສັງຄົມ. ດັ່ງນັ້ນ, ວຽກງານສື່ມວນຊົນ ກໍເປັນວຽກງານໜຶ່ງ ທີ່ຈະເປັນການປະກອບສ່ວນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ປະຕິບັດສຳເລັດ ຕາມແຜນການທີ່ວາງໄວ້. ວຽກງານສື່ມວນຊົນຢູ່ແຂວງຕົນກໍມີຫລາຍອັນທີ່ມີຈຸດເດັ່ນ ໂດຍໄລຍະຜ່ານມາ ສື່ມວນຊົນສູນກາງ ໄດ້ນຳອຸປະກອນໄປຕັ້ງຢູ່ແຂວງອຸດົມໄຊເຊັ່ນວ່າ: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ທີ່ເປັນຈຸດເຊື່ອມຕໍ່ຢູ່ພາກເໜືອ. ນອກຈາກນັ້ນ ສື່ມວນຊົນຂອງແຂວງ ກໍໄດ້ມີວິທະຍຸຊຸມຊົນຢູ່ຂັ້ນເມືອງ ແລະ ລະບົບໂທລະໂຄ່ງ ທີ່ກວມເກືອບ 90% ຂອງຈຳນວນບ້ານໃນທົ່ວແຂວງແລ້ວ. ດັ່ງນັ້ນ ເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ກໍຈະເປັນອັນໜຶ່ງທີ່ຈະໄປພັດທະນາສື່ມວນຊົນຂອງແຂວງອຸດົມໄຊພວກເຮົາ ທັງຈະນຳເອົາເນື້ອໃນຂອງກອງປະຊຸມນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ເພື່ອໃຫ້ທຽບທັນກັບສາກົນກໍຄືຕ່າງປະເທດນັ້ນ ພວກເຮົາຕ້ອງໄດ້ພັດທະນາຕົນເອງ, ດ້ານເນື້ອໃນໃຫ້ສັ້ນກະທັດຮັດ ແລະ ສາມາດດຶງດູດຜູ້ຊົມ, ຜູ້ຟັງ, ຜູ້ເບິ່ງ ໃຫ້ສາມາດເຂົ້າເຖິງໄດ້. ນອກຈາກຮຽນຮູ້ດ້ານທິດສະດີແລ້ວ ກໍຕ້ອງໄດ້ໄປປະຕິບັດຕົວຈິງ ແລະ ນຳໃຊ້ເຄື່ອງມື ບໍ່ວ່າຈະເປັນ AI ຫລື ຫຍັງຕ່າງໆ ມາພັດທະນາວຽກງານສື່ມວນຊົນ ແລະ ສິ່ງສຳຄັນອີກອັນໜຶ່ງ ແມ່ນສື່ມວນຊົນພວກເຮົາກໍຈະຕ້ອງໄດ້ປັບປຸງດ້ານພື້ນຖານໂຄງລ່າງໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ. ທ່ານ ຄຳພູສະຫວັນ ເພັງສະຫວັດ ກ່າວ.
ສ່ວນ ທ່ານ ສິງໄຊ ວັນຄຳ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫລວງນໍ້າທາ ກໍໃຫ້ຮູ້ວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທຳອິດ ຊຶ່ງໄດ້ຕີລາຄາເຖິງກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດໃນໄລຍະ 70 ກວ່າປີຜ່ານມາ ແລະ ກໍຍົກໃຫ້ເຫັນບັນຫາ ທີ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນການປັບປຸງ ເພື່ອເຮັດໃຫ້ວຽກງານສື່ມວນຊົນຂອງພວກເຮົາ ສາມາດເປັນກະບອກສຽງຂອງພັກໃນການຈັດຕັ້ງຜັນຂະຫຍາຍບັນດາແນວທາງການເມືອງຂອງພັກ. ແລະ ເປັນສື່ຕໍ່ລະຫວ່າງນຳເອົາແນວທາງນະໂຍບາຍຂອງພັກ ໄປຜັນຂະຫຍາຍໃຫ້ສູ່ມະຫາຊົນ ແລະ ນຳເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາດຖະໜາຂອງມະຫາຊົນ ມານຳສະເໜີໃຫ້ທາງພັກ-ລັດຂັ້ນເທິງ ເພື່ອປັບປຸງແກ້ໄຂ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດໄປເຖິງຈຸດໝາຍ. ວຽກງານສື່ມວນຊົນ ກໍມີບັນຫາສິ່ງທ້າທາຍຫລາຍປະການ ໂດຍສະເພາະແມ່ນໃນຍຸກແຫ່ງ 4.0 ຊຶ່ງພວກເຮົາຈະຕ້ອງໄດ້ມີການປັບປຸງທາງດ້ານເນື້ອຫາ, ສາລະ ແລະ ກໍວິທີການຂຽນຂ່າວ, ປະກາດຂ່າວຕ່າງໆ ໃຫ້ທັນກັບຍຸກໃນປັດຈຸບັນ ເພາະສື່ມວນຊົນເປັນກະບອກສຽງຂອງພັກ, ເປັນຜູ້ກຳບັນດາແນວທາງຕ່າງໆ. ສະນັ້ນ, ບັນຫາສຳຄັນທີ່ສຸດ ແມ່ນພວກເຮົາຈະຕ້ອງໄດ້ມີການປັບປຸງທັກສະ ແລະ ປັບປຸງທາງດ້ານວິຊາການ ໃຫ້ມັນທັນກັບຍຸກສະໄໝປັດຈຸບັນ.
ໂດຍ:ຢ່າຕົ່ງ
KPL

ຂ່າວອື່ນໆ

ads
ads

Top